ອັດຕາການເຕີບໂຕທາງດ້ານເສດຖະກິດ ແຂວງເຊກອງ ເພີ່ມຂຶ້ນ 5,7%

24/12/2025 14:11
KPL ຂປລ. ໃນໄລຍະ 11 ເດືອນ ປີ 2025, ການເຕີບໂຕທາງດ້ານເສດຖະກິດມະຫາພາກຂອງ ແຂວງເຊກອງ ມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງຢ່າງມີຄຸນນະພາບ, ເຂັ້ມແຂງ ໝັ້ນທ່ຽງ ແລະ ຍືນຍົງ ໂດຍສະເພາະ ການຜະລິດຂອງ 3 ຂະແໜງການຫລັກ

ຂປລ. ໃນໄລຍະ 11 ເດືອນ ປີ 2025, ການເຕີບໂຕທາງດ້ານເສດຖະກິດມະຫາພາກຂອງ ແຂວງເຊກອງ ມີທ່ວງທ່າຂະຫຍາຍຕົວຕໍ່ເນື່ອງຢ່າງມີຄຸນນະພາບ, ເຂັ້ມແຂງ ໝັ້ນທ່ຽງ ແລະ ຍືນຍົງ ໂດຍສະເພາະ ການຜະລິດຂອງ 3 ຂະແໜງການຫລັກ ຊຶ່ງມີຂະແໜງກະສິກຳ-ປ່າໄມ້ (ການປູກຝັງ-ລ້ຽງສັດ) ບັນລຸຫລາຍກວ່າເຄິ່ງໜຶ່ງຂອງແຜນປີ, ຂະ
ແໜງອຸດສາຫະກຳ (ພະລັງງານໄຟຟ້າ ແລະ ບໍ່ແຮ່) ມີການເຄື່ອນໄຫວດຳເນີນການເປັນປົກກະຕິ ເພີ່ມຂຶ້ນ
7,12% ແລະ ຂະແໜງ ບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍເພີ່ມຂຶ້ນໄດ້ 6,46% ເຊັ່ນ: ການຄ້າຂາຍຍົກ-ຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ເຮືອນພັກ, ແຫລ່ງທ່ອງທ່ຽວ ໂດຍຄາດວ່າໝົດປີ 2025 ລວມຍອດຜະລິດຕະພັນພາຍໃນຈະບັນລຸໄດ້ 6,2%.

ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ ລາຍງານ ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ 3 ສະໄໝທີ Xl ເມື່ອບໍ່ດົນມານີ້ວ່າ: ສຳລັບການລົງທຶນໃນ 11 ເດືອນ ປີ 2025 ມີແຫລ່ງທຶນ ເຂົ້າມາພັດທະນາແຂວງເຊກອງ ທັງໝົດ 876,14 ຕື້ກີບ ປະຕິບັດໄດ້ 66,98% ຂອງແຜນປີ ໃນນັ້ນ, ການລົງທຶນຂອງລັດ 103,48 ຕື້ກີບ ປະຕິບັດໄດ້ລື່ນແຜນ 13,71%, ທຶນຊ່ວຍເຫລືອລ້າ 14,79 ຕື້ກີບ ປະຕິບັດໄດ້ 8,70%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ມີມູນຄ່າການລົງທຶນຕາມສັນຍາ 36.760 ລ້ານໂດລາສະຫະລັດ ເທົ່າກັບ 771,96 ຕື້ກີບ ປະຕິບັດໄດ້ 9,92%. ຄຽງຄູ່ກັນນີ້, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 239,65 ຕື້ກີບ ທຽບໃສ່ແຜນປີ ປະຕິບັດໄດ້ 73,73%, ການນຳເຂົ້າ-ສົ່ງອອກສິນຄ້າ ໄດ້ 8,52 ລ້ານໂດລາສະຫະລັດປະຕິບັດໄດ້ 108,53% ແລະ ຜົນສຳເລັດຂອງຂະແໜງກະສິກຳ-ປ່າໄມ້ ໂດຍການຜະລິດເຂົ້ານາແຊງ ສາມາດປະຕິບັດໄດ້ 763 ເຮັກຕາ ສະມັດຕະພາບສະເລ່ຍ 3,69ໂຕນຕໍ່ເຮັກຕາ, ຜົນຜະລິດ 2.817 ໂຕນ ເທົ່າກັບ 72,45%, ການຜະລິດພືດສະບຽງອາຫານປະຕິບັດໄດ້ 5.154 ເຮັກຕາ ໄດ້ຮັບຜົນຜະລິດ 44.165 ໂຕນ ເທົ່າກັບ 87,1%, ການປູກພືດເປັນສິນຄ້າ ປະກອບມີ: ກາເຟ, ໝາກແໜ່ງ, ມັນຕົ້ນ, ກ້ວຍ, ໂສມ, ຜັກກະຫລ່ຳປີ, ຜັກກາດຫໍ່, ສາລີ, ໄມ້ກິນໝາກ ແລະ ພືດຜັກລວມຕ່າງໆ ໃນເນື້ອທີ່ 28.173 ເຮັກຕາ, ຜົນຜະລິດໄດ້ 312.767 ໂຕນ ເທົ່າກັບ 170,4%, ການສະໜອງສະບຽງອາຫານປະເພດ: ຊີ້ນ ໄດ້ 180.000 ໂຕນ. ນອກນັ້ນ, ຍັງມີປະເພດໄຂ່, ປາ ແລະ ສັດນ້ຳ ສາມາດປະຕິບັດໄດ້ 69,23% ແລະ ທົ່ວແຂວງ ມີສັດລ້ຽງ ທັງໝົດ 1.251.231 ໂຕ. ສ່ວນຜົນສຳເລັດຂອງຂະແໜງອຸດສະຫະກຳການຄ້າ ໂດຍປັດຈຸບັນ, ທົ່ວແຂວງ ມີໂຮງງານອຸດສະຫະກຳປຸງແຕ່ງ ແລະ ຫັດຖະກຳ ມີທັງໝົດ 309 ແຫ່ງ, ເພີ່ມຂຶ້ນ 6 ແຫ່ງ ໄດ້ເອົາໃຈໃສ່ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມແຂງ ສາມາດແຂ່ງຂັນ ກັບຕະຫລາດທັງພາຍໃນ ແລະ ພາຍນອກ ຊຶ່ງໄລຍະຜ່ານມາ ສາມາດຂຶ້ນ ທະບຽນທັງໝົດ 191 ຫົວໜ່ວຍ ມີທຶນຈົດທະບຽນ 59.351 ຕື້ກີບ; ຂະແໜງພະລັງງານ-ບໍ່ແຮ່ ກໍມີແຫລ່ງຜະລິດພະລັງງານໄຟຟ້າ 4 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 486 ເມກາວັດ ໃນ 1 ປີສາມາດຜະລິດໄຟຟ້າ ໄດ້ 1.237,40 ລ້ານກິໂລວັດໂມງ. ສ່ວນການຈໍລະຈອນສິນຄ້າ ແລະ ບໍລິການ ໄດ້ທັງໝົດ 1.347,29 ຕື້ກີບ, ໃນວຽກງານນ້ຳປະປາ ກໍສຳເລັດການປ່ຽນຖ່າຍວາງທໍ່ ແລະ ສາມາດຜະລິດ 1.339.877 ແມັດກ້ອນຕໍ່ປີ ມີບໍລິມາດນ້ຳສົ່ງອອກໄດ້ 1.292.230 ແມັດກ້ອນ ຈຳໜ່າຍນ້ຳໄດ້ 990.555 ແມັດກ້ອນ. ນອກນັ້ນ, ໃນວຽກງານການທ່ອງທ່ຽວ, ປັດຈຸບັນ ທົ່ວແຂວງ ມີໂຮງແຮມ , ເຮືອນພັກ ແລະ ຫ້ອງແຖວທັງໝົດ 60 ແຫ່ງ, ຮ້ານອາຫານ ແລະ ບັນເທີງ 108 ແຫ່ງ, ຣີສອດ ແລະ ສວນອາຫານ 7 ແຫ່ງ ເພື່ອຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ພິເສດ ຍັງມີນັກທຸລະກິດຄື ບໍລິສັດມອນຊູນວິນ ໄດ້ພັດທະນາສະຖານທີ່ພັກແຮມປະເພດໂຮງແຮມລະດັບ 4 ດາວ 1 ແຫ່ງ, ສ້າງສູນຮຽນຮູ້ທາງດ້ານກະສິກຳ ທີ່ຕິດພັນກັບບໍລິການ ການທ່ອງທ່ຽວ ໃນ 1 ປີຜ່ານມີຈໍານວນນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງເຊກອງ 108.270 ເທື່ອຄົນ ທຽບໃສ່ແຜນປີບັນລຸໄດ້ 52,86% ສາມາດສ້າງລາຍຮັບ ໄດ້ 6,50 ລ້ານໂດລາສະຫະລັດ.

 

 

 

KPL

ຂ່າວອື່ນໆ


Top