ສິງກະໂປ ເລັ່ງເພີ່ມເກນອາຍຸ ຜູ້ບໍລິຈາກເລືອດ ຄັ້ງທຳອິດ ເປັນ 65ປີ

24/12/2025 16:26
KPL ສຳນັກງານ ວິທະຍາສາດ ສຸຂະພາບ ຂອງສິງກະໂປ ຈະເພີ່ມເກນອາຍຸ ສູງສຸດ ຂອງຜູ້ບໍລິຈາກເລືອດ ຄັ້ງທຳອິດ ຈາກ 60 ປີ ເປັນ 65 ປີ, ມີຜົນບັງຄັບ ໃຊ້ ໃນວັນທີ 2 ມັງກອນ 2026.

ຂປລ.ສຳນັກຂ່າວຊິນຮວາ ຂອງ ສປ ຈີນ, ສຳນັກງານ ວິທະຍາສາດ ສຸຂະພາບ ຂອງສິງກະໂປ ຈະເພີ່ມເກນອາຍຸ ສູງສຸດ ຂອງຜູ້ບໍລິຈາກເລືອດ ຄັ້ງທຳອິດ ຈາກ 60 ປີ ເປັນ 65 ປີ, ມີຜົນບັງຄັບ ໃຊ້ ໃນວັນທີ 2 ມັງກອນ 2026. ຜູ້ບໍລິຈາກຄັ້ງທຳອິດ ຈະໄດ້ຮັບອະນຸຍາດ ໃຫ້ບໍລິຈາກ ໄດ້ຈົນຮອດ ໜຶ່ງວັນກ່ອນວັນເກີດ ຄົບຮອບ 66 ປີ.ສ່ວນຜູ້ບໍລິຈາກ ປົກກະຕິສາມາດສືບຕໍ່ ບໍລິຈາກໄດ້ ຈົນຮອດ ອາຍຸ 75 ປີ ເນື່ອງຈາກ ຈຳນວນປະຊາກນສູງອາຍຸ ທີ່ເພີ່ມຂຶ້ນ ຈຶ່ງຈຳເປັນຕ້ອງໃຊ້ທຸກໂອກາດທີ່ປອດໄພ ໃນການຂະຫຍາຍຖານ ຜູ້ບໍລິຈາກເລືອດ ຂະນະທີ່ ຍັງຄົງຮັກສາ ມາດຕະຖານ ຄວາມປອດໄພສູງ ສຸດ ສຳລັບ ຜູ້ທີ່ບໍລິຈາກ ແລະ ຜູ້ຮັບເລືອດ.ປັດຈຸບັນ ສິງກະໂປ ຈຳເປັນຕ້ອງຮັກສາ ເລືອດສຳຮອງໄວ້ ຢ່າງໜ້ອຍໃຫ້ພຽງພໍ ສຳລັບການນຳໃຊ້ ຢ່າງໜ້ອຍ 9ວັນ ເພື່ອກຽມພ້ອມ ຮັບມືກັບ ເຫດການສຸກ ເສີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top