ທ່ານຮອງປະທານສະພາແຫ່ງຊາດ ຮ່ວມງານບຸນປະເພນີກິນຈຽງທີ່ບ້ານຜາສັງ

24/12/2025 13:54
KPL ຂປລ. ເມື່ອມໍ່ໆມານີ້, ທ່ານ ຈະເລີນ ເຍຍເປົາເຮີ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມບຸນກິນຈຽງ ( ນໍເປເຈົ່າ) ທີ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ, ມີການນຳຂັ້ນເມືອງ, ພະນັກງານປະຕິວັດອາວຸໂສ ບໍານານ, ເຈົ້າກົກເຈົ້າເຫລົ່າ, ຫົວໜ້າຊິງຊາວ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.

ຂປລ. ເມື່ອມໍ່ໆມານີ້, ທ່ານ ຈະເລີນ ເຍຍເປົາເຮີ ຮອງປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມບຸນກິນຈຽງ ( ນໍເປເຈົ່າ)  ທີ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ, ມີການນຳຂັ້ນເມືອງ, ພະນັກງານປະຕິວັດອາວຸໂສ ບໍານານ, ເຈົ້າກົກເຈົ້າເຫລົ່າ, ຫົວໜ້າຊິງຊາວ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າເຂົ້າຮ່ວມ.   

    ທ່ານ ບູນມີ ກາຢົງ ຫົວໜ້າຫ້ອງການສຶກສາ ແລະ ກິລາ ໄດ້ກ່າວວ່າ:  ໂດຍປະຕິບັດຕາມຮີດຄອງປະເພນີຂອງເຜົ່າມົ້ງ ໃນແຕ່ລະປີຮອດເດືອນ 12 ສາກົນ ໄດ້ຈັດຕັ້ງການສະເຫລີມສະຫລອງບຸນປີໃໝ່ຂອງເຜົ່າມົ້ງ ເຊິ່ງເອີ້ນກັນວ່າ ນໍເປເຈົ່າ ແລະ ກໍໄດ້ຈັດຕັ້ງກັນມາແຕ່ດົນນານແລ້ວ ຊຶ່ງບຸນດັ່ງກ່າວ ເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ເປັນການສະຫລຸບຜົນສໍາເລັດໃນການຜະລິດຜົນລະປູກ ໃນຮອບ 1 ປີຜ່ານມາ. ຊົນເຜົ່າມົ້ງມີວັດທະນະທໍາ-ຮີດ ຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງເຜົ່າ ແລະ ນອນໃນວັດທະນະທໍາຂອງຊາດລາວມາແຕ່ດຶກດໍາບັນຄຽງຄູ່ກັບເຜົ່າອື່ນໆໃນ ສປປ ລາວ. ການເຮັດບຸນ (ນໍເປເຈົ່າ)ເຜົ່າມົ້ງຈັດຂຶ້ນພາຍຫລັງເກັບກູ້ຜົນຜະລິດກະສິກໍາສໍາເລັດ, ກ່ອນຈະເຖິງບຸນນໍເປເຈົ່າ ຂອງປະຊາຊົນເຜົ່າມົ້ງໄດ້ມີການຫ້າງຫາກະກຽມສິ່ງທີ່ຈໍາເປັນ ເປັນຕົ້ນແມ່ນເຕົ້າໂຮມເຄື່ອງມືອອກແຮງງານທຸກຊະນິດ, ກະກຽມສະບຽງອາຫານການກິນປະເພດຕ່າງໆ ແລະເຄື່ອງໃຊ້ພາຍໃນຄອບຄົວເຊັ່ນ: ເຂົ້າ, ເຂົ້າປະປາ, ຜັກ, ຟືນ, ນໍ້າ, ເຄື່ອງນຸ່ງແລະ ອື່ນໆ ໃຫ້ພຽງພໍພາຍໃນກໍານົດ 3 ວັນ; ໃນເວລາເຮັດບຸນຕ້ອງໄດ້ຄະລໍາ 3 ວັນເປັນຕົ້ນ: ຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ໄປຊອກຫາກິນ, ຫ້າມຫລິ້ນພ້າ, ມີດ ທີ່ເປັນປະເພດແຫລມຄົມ ແລະ ອື່ນໆ. ບຸນກິນຈຽງເຜົ່າມົ້ງແມ່ນຈັດພິທີຕາມປະເພນີຄືື: ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ເຂົ້າໃນວົງວຽນເພື່ອກໍາຈັດປັດເປົ່າສິ່ງຊົ່ວຮ້າຍ, ພະຍາດໂລຄາ, ສິ່ງທີ່ບໍ່ດີໃຫ້ໄປນໍາປີເກົ່າແລະ ອວຍພອນໄຊອັນປະເສີດຕ້ອນຮັບປີໃໝ່ຈາກນັ້ນເອີ້ນຂວັນໃຫ້ແກ່ສະມາຊິກພາຍໃນຄອບຄົວ ແລະປະຊາຊົນພີ່ນ້ອງຊິງຊາວຕ່າງໆໃນທົ່ວຕະກູນ ຫລື ຢູ່ພາຍໃນບ້ານ, ນໍາພາເຮັດຮີດຄອງກິນທານໃຫ້ບັນພະບູລຸດຜູ້ທີ່ລ່ວງລັບໄປໃນເມື່ອກ່ອນເພື່ອສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ເຂົາເຈົ້າ. ໃນໂອກາດບຸນປີໃໝ່ເຊິ່ງເປັນເງື່ອນໄຂໃຫ້ແກ່ຊາວໜຸ່ມ, ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະມີໂອກາດຊອກຫາຄູ່ຄອງເພື່ອສ້າງຄອບຄົວ. ບຸນກິນຈຽງເຜົ່າມົ້ງ ແມ່ນຈັດພິທີຕາມປະເພນີຄືື: ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ເຂົ້າໃນວົງວຽນ ເພື່ອກໍາຈັດປັດເປົ່າສິ່ງຊົ່ວຮ້າຍ, ພະຍາດໂລຄາ, ສິ່ງທີ່ບໍ່ດີໃຫ້ ໄປນໍາປີເກົ່າ ແລະ ອອຍພອນໄຊອັນປະເສີດຕ້ອນຮັບ ປີໃໝ່.ຈາກນັ້ນ ກໍລມີການສູ່ຂວັນໃຫ້ແກ່ສະມາຊິກພາຍໃນຄອບຄົວ ແລະ ປະຊາຊົນພີ່ນ້ອງຊິງຊາວຕ່າງໆໃນທົ່ວຕະກຸນ ຫລື ຢູ່ພາຍໃນບ້ານ, ນໍາພາເຮັດ ຮີດຄອງກິນທານໃຫ້ບັນພະບູລຸດ ຜູ້ທີ່ລ່ວງລັບໄປ ເພື່ອສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ເຂົາ ເຈົ້າ. ໃນໂອກາດບຸນປີໃໝ່ ຊຶ່ງເປັນເງື່ອນໄຂໃຫ້ແກ່ຊາຍ ໜຸ່ມ, ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະ ມີໂອກາດຊອກຫາຄູ່ຄອງ ເພື່ອສ້າງຄອບຄົວ.

ພ້ອມນັ້ນ, ທ່ານ ຈະເລີນ ເຍຍເປົາເຮີ ຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ຄະນະກຸ່ມບ້ານ, ອົງການປົກຄອງແຕ່ລະບ້ານ ຕະຫລອດຮອດປະຊາຊົນຍາດມາໄດ້ໃນໄລຍະຜ່ານມາ.  ພ້ອມນີ້, ຍັງໄດ້ຍົກໃຫ້ເຫັນການຫັນປ່ຽນໃນການສ້າງສາພັດທະນາປະເທດຊາດ ໂດຍ ສະເພາະແມ່ນບ້ານຜາສັງ ເມືອງເຟືອງ ຈົ່ງສືບຕໍ່ສຸມ ໃສ່ການຜະລິດທາງດ້ານກະສິກຳ ຕາມທ່າແຮງໃນການປູກ, ການລ້ຽງໃຫ້ເປັນຂະບວນພົ້ນເດັ່ນໄປພ້ອມ ກັບການປົກປັກຮັກສາປະເພນີອັນດີງາມ, ຄວາມສາມັກຄີປອງດອງ,ເປັນເຈົ້າການ ແລະ ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ທີ່ເມືອງກໍຄືບັນດາບ້ານວາງອອກ ແນໃສ່ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ນັບມື້ດີຂຶ້ນເປັນກ້າວ.

KPL

ຂ່າວອື່ນໆ


Top