ຮັບຮອງ ວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເປັນມໍລະດົົກແຫ່ງຊາດ

10/12/2025 13:34
Email Print 183
KPL ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ

ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ ຈັດຂຶ້ນໃນວັນທີ 5 ທັນວາ 2025 ຜ່ານມາ ໂດຍມີ ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນ ແຂວງຫົວພັນ, ທ່ານ ອ່ອນພັນ ທອງທິດາ ເລຂາພັກເມືອງຊໍາເໜືອ ມີບັນດາການນໍາແຂວງ, ເມືອງ, ພະສົງ-ສາມະເນນ ຕະຫລອດຮອດພຸດທະສາສະນິກະຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ວັດພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊຳເໜືອ ເປັນວັດທີ່ມີຄວາມເກົ່າແກ່ ຊຶ່ງເປັນສະຖານທີ່ປະດິດສະຖານຂອງພະເຈົ້າອົງຕື້ ແລະ ພຣະເຈົ້າອົງຫລວງ ໃນອະດີດຈົນເຖິງປັດຈຸບັນ. ວັດດັ່ງກ່າວສ້າງຂຶ້ນໃນຊຸມປີ ພສ 2109 ໂດຍການນຳພາສ້າງຂອງອົງພະຫ້າວ ຊຶ່ງແມ່ນສະກຸນຊ່າງວຽງຈັນ ຈຸດປະສົງໃນການສ້າງວັດແຫ່ງນີ້ ເພື່ອເປັນຫລັກບ້ານຫລັກເມືອງ, ເປັນບ່ອນສັກກະລະບູຊາ ແລະ ເປັນສິ່ງທີຢັ້ງຍືນເຖິງຄວາມຈະເລີນຮຸ່ງເຮືອງ ທາງດ້ານວັດທະນະທຳຂອງອານາຈັກລາວລ້ານຊ້າງ ໃນເວລານັ້ນ. ວັດແຫ່ງນີ້ມີຮູບຊົງເອກະລັກ ພື້ນຖານສິລະປະລ້ານຊ້າງ, ກໍ່ດ້ວຍດິນຈີ່ ປູນປະທາຍ, ຫລັງຄາສູງມີຫລາຍຊັ້ນ, ມີການປະດັບດ້ວຍລວດລາຍແກະສະຫລັກໄມ້ ແລະ ຮູບແຕ້ມຝາພະໜັງຕ່າງໆ ຖືໄດ້ວ່າເປັນວັດອີກແຫ່ງໜຶ່ງທີ່ມີຄວາມງົດງາມ ຢູ່ໃນເຂດແຄວ້ນແຂວງຫົວພັນ. ອົງພະຫ້າວ ໄດ້ມີຄວາມຄິດທີ່ຈະສືບຕໍ່ສ້າງພະພຸດທະຮູບອົງທອງ ຂຶ້ນເພື່ອປະດິດສະຖານໄວ້ຢູ່ວັດແຫ່ງນີ້ຕື່ມ ພະອົງຕື້ ບ້ານເຕື້ອມ ເປັນພະປາງມະຣະມີໄຊ ມີຄວາມສູງທັງໝົດຈາກແທ່ນພະ 227 ຊັງຕີແມັດ, ບ່າໄລ່ກວ້າງ 85 ຊັງຕີແມັດ ແລະ ໜ້າຕັກກວ້າງ 122 ຊັງຕີແມັດ. ດ້ວຍຄວາມສຳຄັນເກົ່າແກ່ ແລະ ມີຄຸນຄ່າທາງປະຫວັດສາດ, ວັດທະນະທໍາ ຖືໄດ້ວ່າເປັນພະພຸດທະຮູບອົງໜຶ່ງ ທີ່ມີຄວາມເກົ່າແກ່ ແລະ ມີຊື່ສຽງ ຊຶ່ງໄດ້ສ້າງຂຶ້ນໃນປີ ພສ 2181 ໂດຍການນຳພາຂອງ ສົມເດັດສີສຸມັງ ຄະຣາປັນຍາ ພ້ອມດ້ວຍພໍ່ແມ່ປະຊາຊົນ ບ້ານເຕື້ອມ, ສ່ວນສະຖານທີ່ຫລໍ່ພະອົງຕື້ ບ້ານເຕື້ອມ ແຫ່ງນີ້ ແມ່ນຢູ່ບໍລິເວນທາງຫລັງວັດແຫ່ງນີ້ ພາຍຫລັງທີ່ມີການຫລໍ່ສຳເລັດແລ້ວ ເຫັນວ່າພະອົງດັ່ງກ່າວໄດ້ມີອົງປະກອບ ແລະ ຮູບຊົງລັກສະນະທີ່ງົດງາມ ຕາມຈຸດປະສົງທີ່ຕ້ອງການແລ້ວ ຈຶ່ງໄດ້ທຳພິທີອັງເຊີນຂຶ້ນປະດິດສະຖານຢູ່ເທິງແທ່ນທີ່ອົງພະຫ້າວ ໄດ້ທຳການຫລໍ່ເອົາໄວ້ແລ້ວກ່ອນໜ້າຢູ່ວັດແຫ່ງນີ້ ແລະ ໄດ້ຂຽນຈາລຶກໃສ່ແທ່ນອົງພະເຈົ້າອົງຕື້ ທີ່ມີເນື້ອໃນລະບຸເຖິງປີສ້າງ ພ້ອມດ້ວຍສັດທາສ້າງພະອົງຕື້ດັ່ງກ່າວ ແລະ ໄດ້ໃສ່ຊື້ວ່າພະເຈົ້າອົງຕື້ ບ້ານເຕື້ອມ ຈົນຮອດທຸກວັນນີ້.

ໃນພິທີດັ່ງກ່າວ, ການນໍາແຂວງ ແລະ ເມືອງ ຍັງໄດ້ມອບໃບຢັ້ງຢືນ ພ້ອມທັງເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ຕື່ມອີກ.

KPL

ຂ່າວອື່ນໆ

    • ຊີວິດ ແລະ  ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານບົດ-ສາລະຄະດີ

      ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ

      12/10/2025 12:42:21 PM

      ຂປລ. ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13 ທັນວາ 1920 ທີ່ບ້ານນາເຊງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຢຶດໝັ້ນໃນຫລັກທໍາຄໍາສອນຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ. ຊີວິດເມື່ອເຍົາໄວຂອງປະທານໄກສອນ ພົມວິຫານ

    • ໂຄງການສ້າງທາງລົດໄຟ ລາວ-ຫວຽດ ຈະເລີມລົງມືກໍ່ສ້າງໃນ 2026ບົດ-ສາລະຄະດີ

      ໂຄງການສ້າງທາງລົດໄຟ ລາວ-ຫວຽດ ຈະເລີມລົງມືກໍ່ສ້າງໃນ 2026

      12/9/2025 3:01:09 PM

      ໂຄງການກ່ໍສ້າງທາງລົດໄຟ ລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ແຂວງອຸງອາງ) ຈະເລີ່ມລົງມືກໍ່ສ້າງໃນປີ 2026 ທີ່ຈະມາເຖິງນີ້.

    • ລົງນາມເອກະສານຮ່ວມມືຫັນເປັນທັນສະໄໝແບບດີຈິຕອນບົດ-ສາລະຄະດີ

      ລົງນາມເອກະສານຮ່ວມມືຫັນເປັນທັນສະໄໝແບບດີຈິຕອນ

      12/9/2025 2:54:00 PM

      ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝແບບດີຈິຕອນ ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຂຶ້ນໃນວັນທີ 5 ທັນວາ 2025.

    • ມາສະຫວັນນະເຂດ ຢ່າພາດມາຊີມອາຫານຢູ່ຕະຫລາດລາວຈະເລີນບົດ-ສາລະຄະດີ

      ມາສະຫວັນນະເຂດ ຢ່າພາດມາຊີມອາຫານຢູ່ຕະຫລາດລາວຈະເລີນ

      12/8/2025 2:18:03 PM

      ຂປລ. ຕ​ະຫລາດ​ລາວຈະ​ເລີ​ນ ​ແມ່ນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່​ໄດ້​ຮັບ​ຄວາມ​ນິຍົມ ​ຂອງນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ໄດ້​ມາ​ແຂວງ​ສະຫວັນນະ​ເຂດ ຕ້ອງ​ໄດ້​ມາ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນີ້​ເນື່ອງ​ຈາກ​ວ່າ ບັນ​ຍາກ​າດດີ, ອາຫານກໍ​ແຊບ ແລະ ມີ​ຮ້ານ​ອາຫານ​ຫລາ​ກຫລາຍ ​ໃຫ້​ເລືອກ​ກິນ​ແບບ​ບໍ່​ຊໍາ​ກັນ​ເປັນ​ຕົ້ນ​ອາຫານຕາມ​ສັ່ງ, ​ປະ​ເພດ​ເສັ້ນ, ຕໍາ, ຍໍາ,​ ແກງ ແລະ ອື່ນໆ

    • ຄວາມເຊື່ອຖືຂອງຊົນເຜົ່າອາຄາບົດ-ສາລະຄະດີ

      ຄວາມເຊື່ອຖືຂອງຊົນເຜົ່າອາຄາ

      12/8/2025 2:10:14 PM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ, ປະເທດລາວເຮົາ ແມ່ນປະກອບຫລາຍໆຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງກັນ ຕິດພັນກັບການຮ່ວມແຮງຮ່ວມໃຈກັນປະກອບສ່ວນຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


Top