ຟີລິບປິນ ສັ່ງຫ້າມນໍາເຂົ້າໝູ ຈາກ ແອັດສະປາຍ

10/12/2025 15:41
Email Print 144
KPL ຟີລິບປິນ ປະກາດຢຸດຕິການ ນໍາເຂົ້າໝູ ຈາກ ຜະລິດຕະພັນໝູ ທັງໝົດ ຈາກ ແອັດສະປາຍ ຊົ່ວຄາວ ພາຍຫລັງ ກວດພົບ ການແພ່ລະບາດ ຂອງ ພະຍາດ ອະຫິວາ ອາຟຣິກາ ໃນໝູ (ASF).

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຟີລິບປິນ ປະກາດຢຸດຕິການ ນໍາເຂົ້າໝູ ຈາກ ຜະລິດຕະພັນໝູ ທັງໝົດ ຈາກ ແອັດສະປາຍ ຊົ່ວຄາວ ພາຍຫລັງ ກວດພົບ ການແພ່ລະບາດ ຂອງ ພະຍາດ ອະຫິວາ ອາຟຣິກາ ໃນໝູ (ASF).

ໂດຍ ທ່ານ ຟຣານຊີສໂກ ຕິອູ ລໍເຣລ ລັດຖະມົນຕີ ກະຊວງ ກະສິກຳ ໄດ້ຖະແຫລງຂ່າວ ຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ວ່າ: ມາດຕະການ ຫ້າມນໍາເຂົ້າ ເພື່ອແນໃສ່ ຄວບຄຸມ ໝູທີ່ມີ ຊີວິດ, ຊິ້ນໝູ, ໜັງໝູ ແລະ ນໍ້າເຊື້ອ ສຳລັບຜະສົມທຽມ , ພ້ອມທັງ ຢືນຢັນວ່າ ມາດຕະການນີ້ ຈະບໍ່ສົ່ງຜົນກະທົບ ຕໍ່ປະລິມານ ສິນຄ້າ ພາຍໃນ ປະເທດ ຫລື ເຮັດໃຫ້ລາຄາ ເພີ່ມຂຶ້ນ ໃນໄລຍະພັກບຸນ ຄຣິສມາສ. ມາດຕະການດັ່ງກ່າວ ມີຄວາມຈຳເປັນ ຕໍ່ການປ້ອງກັນ ບໍ່ໃຫ້ພະຍາດ ASF ແພ່ລະບາດ ເຂົ້າສູ່ຟີລິບປິນ ແລະ ເພື່ອປົກປ້ອງ ທັງໝູລ້ຽງ ແລະ ໝູປ່າພາຍໃນປະເທດ ອີກດ້ວຍ./

KPL

ຂ່າວອື່ນໆ


Top