ລົງນາມເອກະສານຮ່ວມມືຫັນເປັນທັນສະໄໝແບບດີຈິຕອນ

09/12/2025 14:54
Email Print 260
KPL ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝແບບດີຈິຕອນ ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຂຶ້ນໃນວັນທີ 5 ທັນວາ 2025.

      ຂປລ. ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນການພັດທະນາວຽກງານຂອງກະຊວງການຕ່າງປະເທດເປັນທັນສະໄໝແບບດີຈິຕອນ ລະຫວ່າງກະຊວງການຕ່າງປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຂຶ້ນໃນວັນທີ 5 ທັນວາ 2025 ຜ່ານມາ ໂດຍການຮ່ວມລົງນາມລະຫວ່າງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແລະ  ທ່ານ ບ່ໍວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ຄະນະກົມ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງ ຂອງສອງຝ່າຍເຂ້ົາຮ່ວມເປັນສັກຂີພິຍານ. 

       ໃນໂອກາດດ່ັງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ເນ້ັນເຖິງຄວາມສໍາຄັນຂອງວຽກງານດັ່ງກ່າວວ່າການນໍາໃຊ້ວິທະຍາສາດ, ເຕັກໂນໂລຊີຂໍ້ມູນຂ່າວສານທ່ີທັນສະໄໝເປັນປັດໄຈທີ່ສໍາຄັນໃນການພັດທະນາທຸກຂົງເຂດວຽກງານ ແລະ ມີຄວາມຈໍາເປັນສໍາ ລັບ ສປປ ລາວ ຊຶ່ງກະຊວງການຕ່າງປະເທດຖືເອົາການຫັນເປັນທັນສະໄໝແບບດີຈິຕອນ ເປັນວຽກບຸລິມະສິດທີ່ສອດຄ່ອງກັບວິໄສທັດການພັດທະນາເສດຖະກິດດີຈິຕອນແຫ່ງຊາດໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕອນ ແຫ່ງຊາດໄລຍະ 10 ປີ (2021- 2030), ແຜນພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະ, ແຜນແມ່ບົດດີຈິຕອນອາຊຽນ 2025, ລວມທັງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງການຕ່າງປະເທດ ພາຍໃຕ້ຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນທິດເປັນທັນສະໄໝ, ວ່ອງໄວດ້ານເສນາທິການ”.

    ນອກຈາກນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການນໍາໃຊ້ລະບົບເຕັກໂນໂລຊີດີຈິຕອນ ເຂົ້າມາຮັບໃຊ້ໃນວຽກງານຕ່າງໆຂອງພາກລັດເພື່ອເຮັດໃຫ້ການບໍລິຫານວຽກງານຕ່າງໆມີປະສິດທິພາບຍິ່ງຂຶ້ນ ແລະ ໄດ້ເນັ້ນໃຫ້ກັບພະນັກງານເຖິງການຮຽນຮູ້ການນຳໃຊ້ລະບົບເຕັກໂນໂລຊີ ແລະ ໂປແກຣມຕ່າງໆທີ່ຈຳເປັນ ເຊັ່ນ: ປັນຍາປະດິດ ຫລື AI ທີ່ກຳລັງ ມີບົດບາດສຳຄັນໃນປັດຈຸບັນ.

     ບົດບັນທຶກຄວາມເຂົ້າໃຈສະບັບນີ້, ຈະເປັນພື້ນຖານສໍາຄັນໃນການເຊື່ອມສານຍຸດທະສາດລວມແຫ່ງຊາດ ກ່ຽວກັບວຽກງານການຫັນເປັນທັນສະໄໝແບບດີຈິຕອນ ເຂົ້າໃນວຽກຕົວຈິງຂອງກະຊວງການຕ່າງປະເທດ ເປັນຕົ້ນລະບົບການບໍລິການ ແລະ ບໍລິຫານລັດແບບດີຈິຕອນ (E-Office, G-Chat, G-Drive...), ການຮ່ວມມືສະໜັບສະໜູນປັບປຸງພື້ນຖານໂຄງລ່າງການຫັນເປັນທັນສະໄໝແບບດີຈິຕອນ ໂດຍຈະເປັນກົນໄກ ແລະ ເຄື່ອງມືທີ່ສຳຄັນ ເພື່ອເຮັດໃຫ້ລະບົບການບໍລິການ-ການບໍລິຫານຂອງລັດຢູ່ໃນກະຊວງການຕ່າງປະເທດມີປະສິດທິພາບສູງ, ວ່ອງໄວ, ມີຄຸນນະພາບ, ປະຢັດ, ປອດໄພສູງ ແລະ ເຊື່ອຖືໄດ້ ຊຶ່ງມີຄວາມສໍາຄັນໃນການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງ ສປປ ລາວ ເພື່ອເປັນກໍາລັງແຮງຊຸກຍູ້ໃຫ້ການທູດດ້ານການເມືອງສະໜັບສະໜູນຢ່າງຕັ້ງໜ້າ ເພື່ອບຸກທະລຸການທູດເສດຖະກິດ.                 

KPL

ຂ່າວອື່ນໆ

    • ຮັບຮອງ ວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເປັນມໍລະດົົກແຫ່ງຊາດ ບົດ-ສາລະຄະດີ

      ຮັບຮອງ ວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເປັນມໍລະດົົກແຫ່ງຊາດ

      12/10/2025 1:34:52 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫົວພັນ ໃຫ້ຮູ້ວ່າ: ພິທີປະກາດຮັບຮອງ ເອົາວັດ ແລະ ພະເຈົ້າອົງຕື້ ບ້ານເຕື້ອມ ເມືອງຊໍາເໜືອ ແຂວງຫົວພັນ ເປັນມໍລະດົົກແຫ່ງຊາດ ທາງດ້ານວັດທໍາ ລະດັບທ້ອງຖິ່ນຂອງແຂວງຫົວພັນ

    • ຊີວິດ ແລະ  ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານບົດ-ສາລະຄະດີ

      ຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ

      12/10/2025 12:42:21 PM

      ຂປລ. ປະທານ ໄກສອນ ພົມວິຫານ ເກີດໃນວັນທີ 13 ທັນວາ 1920 ທີ່ບ້ານນາເຊງ, ເມືອງຄັນທະບູລີ, ແຂວງສະຫວັນນະເຂດ ໃນຄອບຄົວທີ່ພໍ່ເປັນຂ້າລາຊະການ ແລະ ແມ່ເປັນຊາວນາ ທີ່ຢຶດໝັ້ນໃນຫລັກທໍາຄໍາສອນຂອງພຸດທະສາສະໜາ ແລະ ຮີດຄອງປະເພນີລາວ. ປະທານ ໄກສອນ ພົມວິຫານ ເປັນລູກຊາຍກົກຂອງຄອບຄົວ, ມີນ້ອງສາວສອງຄົນຄື: ນາງ ສະຫວັນທອງ ແລະ ນາງ ກອງມະນີ. ຊີວິດເມື່ອເຍົາໄວຂອງປະທານໄກສອນ ພົມວິຫານ

    • ໂຄງການສ້າງທາງລົດໄຟ ລາວ-ຫວຽດ ຈະເລີມລົງມືກໍ່ສ້າງໃນ 2026ບົດ-ສາລະຄະດີ

      ໂຄງການສ້າງທາງລົດໄຟ ລາວ-ຫວຽດ ຈະເລີມລົງມືກໍ່ສ້າງໃນ 2026

      12/9/2025 3:01:09 PM

      ໂຄງການກ່ໍສ້າງທາງລົດໄຟ ລາວ-ຫວຽດນາມ (ນະຄອນຫລວງວຽງຈັນ ຫາ ແຂວງອຸງອາງ) ຈະເລີ່ມລົງມືກໍ່ສ້າງໃນປີ 2026 ທີ່ຈະມາເຖິງນີ້.

    • ມາສະຫວັນນະເຂດ ຢ່າພາດມາຊີມອາຫານຢູ່ຕະຫລາດລາວຈະເລີນບົດ-ສາລະຄະດີ

      ມາສະຫວັນນະເຂດ ຢ່າພາດມາຊີມອາຫານຢູ່ຕະຫລາດລາວຈະເລີນ

      12/8/2025 2:18:03 PM

      ຂປລ. ຕ​ະຫລາດ​ລາວຈະ​ເລີ​ນ ​ແມ່ນໜຶ່ງ​ໃນ​ສະຖານ​ທີ່​ທ່ອງ​ທ່ຽວ ທີ່​ໄດ້​ຮັບ​ຄວາມ​ນິຍົມ ​ຂອງນັກ​ທ່ອງ​ທ່ຽວທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່​ໄດ້​ມາ​ແຂວງ​ສະຫວັນນະ​ເຂດ ຕ້ອງ​ໄດ້​ມາ​ຢ້ຽມຢາມ​ສະຖານ​ທີ່​ແຫ່ງ​ນີ້​ເນື່ອງ​ຈາກ​ວ່າ ບັນ​ຍາກ​າດດີ, ອາຫານກໍ​ແຊບ ແລະ ມີ​ຮ້ານ​ອາຫານ​ຫລາ​ກຫລາຍ ​ໃຫ້​ເລືອກ​ກິນ​ແບບ​ບໍ່​ຊໍາ​ກັນ​ເປັນ​ຕົ້ນ​ອາຫານຕາມ​ສັ່ງ, ​ປະ​ເພດ​ເສັ້ນ, ຕໍາ, ຍໍາ,​ ແກງ ແລະ ອື່ນໆ

    • ຄວາມເຊື່ອຖືຂອງຊົນເຜົ່າອາຄາບົດ-ສາລະຄະດີ

      ຄວາມເຊື່ອຖືຂອງຊົນເຜົ່າອາຄາ

      12/8/2025 2:10:14 PM

      ຂປລ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວວ່າ, ປະເທດລາວເຮົາ ແມ່ນປະກອບຫລາຍໆຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງກັນ ຕິດພັນກັບການຮ່ວມແຮງຮ່ວມໃຈກັນປະກອບສ່ວນຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.


Top