ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຢູ່ໃນອາຊຽນ ຢ່າງເປັນທາງການ

27/10/2025 19:56
Email Print 386
KPL ທ່ານ ອັນວາຣ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໃນຖານະ ປະທານ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດຮັບຮອງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຂອງປະຊາຄົມ ຢ່າງເປັນທາງການ

ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ກົວລາລຳເປີ ປະເທດມາເລເຊຍ ເມື່ອວັນທີ 26 ຕຸລາ,  ທ່ານ ອັນວາຣ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໃນຖານະ ປະທານ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດຮັບຮອງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຂອງປະຊາຄົມ ຢ່າງເປັນທາງການ , ຫລັງຈາກ ສຳເລັດ ໃນພິທີລົງນາມ ສັນຍາຮັບຮອງ ການເປັນສະມາຊິກ ຂອງ ຕີມໍແລັດສະເຕ.

ໂດຍທ່ານ ອັນວາຣ ອິມບຣາຮີມ ກ່າວວ່າ: ການທີ່ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ອາຊຽນຢ່າງເປັນທາງການ ຖືເປັນ ການເຕີມເຕັມ ຄອບຄົວອາຊຽນ ໃຫ້ສົມບູນ. ຄຽງຄູ່ກັນນັ້ນ ທ່ານ ຍັງໄດ້ເນັ້ນໜັກເຖິງ ຊະຕາກຳຮ່ວມກັນ ຂອງພາກພື້ນ ແລະ ຄວາມຮູ້ສຶກ ອັນເລິກເຊິ່ງຂອງ ການເປັນ ຍາດຕິໃນພາກພື້ນ. ນອກນີ້ ຜູ້ນຳມາເລເຊຍ ຍັງກ່າວວ່າ ພາຍໃນປະຊາຄົມແຫ່ງນີ້ ການພັດທະນາ ແລະ ການເປັນເອກະລາດ ທາງຍຸດທະສາດ ຂອງ ຕີມໍແລັດສະເຕ ຈະໄດ້ຮັບການສະໜັບສະໜູນ ຢ່າງໝັ້ນຄົງ ແລະ ຍືນຍົງ./

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ


Top