ວັນການທູດລາວຄົບຮອບ 80 ປີ

13/10/2025 14:09
Email Print 2903
KPL ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

ຂປລ. ອີງຕາມຂໍ້ມູນຂອງເພຈເຟສບຸກ ລາວໂພສ: ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດຮອດປັດຈຸບັນ ເພື່ອສືບຕໍ່ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນລຸ້ນໃໝ່ຕໍ່ໆໄປໃນອະນາຄົດ. ກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ 230/ຫສພ, ລົງວັນທີ 19 ມິຖຸນາ 2013 ວ່າດ້ວຍການກໍານົດເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ພ້ອມກັນນີ້, ຍັງເປັນວັນແຫ່ງຄວາມເອກອ້າງພາກພູມໃຈຂອງນັກການທູດລາວທີ່ມີວັນການທູດລາວເປັນວັນຂອງຕົນເອງ.

ກ່ອນປີ 1976 ລາວມີສາຍພົວພັນ ການທູດກັບ 44 ປະເທດ ແລະ ມີສະຖານທູດລາວ ຢູ່ໃນຕ່າງປະເທດ 12 ແຫ່ງ.ມາຮອດປັດຈຸບັນນີ້, ປີ 2025 ລາວໄດ້ເພີ່ມທະວີ ສາຍພົວພັນ ການທູດເປັນ 151 ປະເທດ,ມີສໍານັກງານຕາງໜ້າ ການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນັ້ນສະຖານທູດລາວ 27 ແຫ່ງ, ສະຖານທູດລາວ ທັງເປັນສໍານັກງານ ຜູ້ຕາງໜ້າ ຖາວອນ 1 ແຫ່ງ ຄື ຢູ່ເຊີແນວ, ສໍານັກງານຕາງໜ້າຖາວອນ 2 ແຫ່ງ ຄື ນິວຢອກ ແລະ ຈາກາຕາ, ມີສະຖານກົງສຸນໃຫຍ່ 10 ແຫ່ງ), ສ່ວນກົງສຸນກິຕິມະສັກ ຂອງລາວຢູ່ຕ່າງປະເທດ 24 ແຫ່ງໃນ 18 ປະເທດ ແລະ ກົງສຸນກິຕິມະສັກ ຂອງຕ່າງປະເທດຢູ່ ສປປ ລາວ 18 ແຫ່ງ.

ໃນໂອກາດວັນສຳຄັນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 30/09/2025 ທີ່ຜ່ານມາ ວ່າ: ວຽກງານການຕ່າງປະເທດຂອງ ສປປ ລາວ ເລີ່ມຕົ້ນຂຶ້ນ ນັບແຕ່ການປະກາດ ເອກະລາດໂດຍໄດ້ເນັ້ນໃສ່ ການເຄື່ອນໄຫວ ການທູດທາງດ້ານການເມືອງ ເພື່ອຜູກມິດກັບ ບັນດາປະເທດ ເພື່ອນມິດ ຍຸດທະສາດ ທີ່ມີອຸດົມການອັນດຽວກັນ, ຄຽງຄູ່ກັບການເຄື່ອນໄຫວ ການທູດປະຊາຊົນ ຢູ່ພາຍໃນປະເທດ ເພື່ອເຕົ້າໂຮມ ຄວາມສາມັກຄີພາຍໃນ ແລະ ປຸກລະດົມນໍ້າໃຈຮັກຊາດ ຂອງປະຊາຊົນ ບັນດາເຜົ່າທົ່ວປະເທດ. ນັບແຕ່ການຈັດຕັ້ງປະຕິບັດແນວທາງ ປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ການເຄື່ອນໄຫວ ວຽກງານ ການຕ່າງປະເທດ ໄດ້ຫັນເອົາການເຄື່ອນໄຫວ ທາງດ້ານການເມືອງ ຕິດພັນກັບການເຄື່ອນໄຫວ ທາງດ້ານເສດຖະກິດ ເພື່ອຮັບໃຊ້ການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະທັງໃຫ້ສອດຄ່ອງ ກັບຍຸກສະໄໝແຫ່ງໂລກາພິວັດ, ດີຈິຕອນ ແລະ ການເຊື່ອມໂຍງທາງດ້ານ ເສດຖະກິດ.

ໃນຂະນະທີ່ປີ 2025 ສປປ ລາວ ຍັງເປັນສະມາຊິກ ອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ ແລະ ເປັນພາຄີສົນທິສັນຍາ ສາກົນໃນຂະແໜງການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ແລະ ອື່ນໆອີກຫລາຍກວ່າ 101 ອົງການ ແລະ ສົນທິສັນຍາ, ຍັງມີອີກຈໍານວນໜຶ່ງ ພວມຄົ້ນຄວ້າພິຈາລະນາ ການເຂົ້າຮ່ວມເປັນສະມາຊິກ, ໂດຍສະເພາະຫລ້າສຸດ ລາວເຮົາ ເຂົ້າຮ່ວມເປັນຄູ່ຮ່ວມເຈລະຈາ ຂອງອົງການຮ່ວມມືຊຽງໄຮ້ (SCO) ປີ 2025 ຊຶ່ງຖືວ່າບົດບາດການທູດລາວ ແມ່ນໄປຕາມທ່າອ່ຽງຂອງຍຸກສະໄໝ.

ເວົ້າລວມແລ້ວ ນະໂຍບາຍການຕ່າງປະເທດ ແລະ ການເຄື່ອນໄຫວການທູດ ບໍ່ພຽງແຕ່ແນໃສ່ຜົນປະໂຫຍດຂອງ ປະເທດຊາດແຕ່ຢ່າງດຽວເທົ່ານັ້ນ, ແຕ່ວ່າຕ້ອງໄດ້ຄໍານຶງ ແລະ ດໍາເນີນໃຫ້ສອດຄ່ອງ ກັບສະພາບການ ຄວາມເປັນຈິງຂອງພາກພື້ນ, ຂອງໂລກ ແລະ ຍຸກສະໄຫມ ໃນແຕ່ລະໄລຍະ./.

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

    • ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11  ຢູ່ໃນອາຊຽນ ຢ່າງເປັນທາງການອາຊຽນ ASEAN

      ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຢູ່ໃນອາຊຽນ ຢ່າງເປັນທາງການ

      10/27/2025 7:56:53 PM

      ທ່ານ ອັນວາຣ ອິມບຣາຮິມ ນາຍົກ ລັດຖະມົນຕີ ມາເລເຊຍ ໃນຖານະ ປະທານ ສະມາຄົມປະຊາຊາດ ແຫ່ງອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ປະກາດຮັບຮອງ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ລຳດັບທີ 11 ຂອງປະຊາຄົມ ຢ່າງເປັນທາງການ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ


Top