ອິນໂດເນເຊຍ ມີປະລິມານເຂົ້າສຳຮອງ ສູງເຖິງ4,2 ລ້ານໂຕນ

24/07/2025 16:52
Email Print 300
KPL ອິນໂດເນເຊຍ ສາມາດ ຜະລິດເຂົ້າ ເພີ່ມຂຶ້ນ 48% ເຮັດໃຫ້ ປະລິມານ ເຂົ້າສຳຮອງ ຂອງລັດຖະບານ ສູງເປັນ ປະຫວັດສາດ ລະດັບ 4,2 ລ້ານໂຕນ.

ຂປລ.ສຳນັກຂ່າວ ຊິນຮວາ, ວັນທີ24 ກໍລະກົດນີ້, ທ່ານ ປຣາໂວ ຊູບຽນໂຕ,ປະທານາທິບໍດີ ອິນໂດເນເຊຍ ຖະແຫລງວ່າ: ອິນໂດເນເຊຍ ສາມາດ ຜະລິດເຂົ້າ ເພີ່ມຂຶ້ນ 48% ເຮັດໃຫ້ ປະລິມານ ເຂົ້າສຳຮອງ ຂອງລັດຖະບານ ສູງເປັນ ປະຫວັດສາດ ລະດັບ 4,2 ລ້ານໂຕນ. ຂະນະດຽວກັນ ອິນໂດເນເຊຍ ສາມາດ ຜະລິດ ເຂົ້າສາລີ ເພີ່ມຂຶ້ນ ໄດ້ອີກ 30%. ນອກນີ້ ຍັງເນັ້ນໜັກໃສ່ ຄວາມສຳຄັນ ຂອງການເຝົ້າຕິດຕາມ ການກະຈາຍອາຫານ ເພື່ອປ້ອງກັນ ການຂູດຮີດ ໂດຍພາກສ່ວນ ທີ່ບໍ່ຮັບຜິດຊອບ ທ່າມກາງ ການຜະລິດເຂົ້າ ເພີ່ມຂຶ້ນ. ພ້ອມທັງ ເນັ້ນໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງ ລົງໂທດ ຜູ້ເກນກຳໄລເຂົ້າ ແບບຜິດກົດໝາຍ ຢ່າງເຂັ້ມງວດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top