ສປ ຈີນ ຫວັງວ່າ ໄທ-ກຳປູເຈຍ ຈະແກ້ໄຂບັນຫາຢ່າງເໝາະສົມ

25/07/2025 14:46
Email Print 280
KPL ທ່ານ ​ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ ໄດ້ກ່າວ​ວ່າ: ປະ​ເທດ​ໄທ​ ແລະ ​ກຳ​ປູ​ເຈຍ ​ລ້ວນ​ແຕ່​ແມ່ນ ​ປະ​ເທດ​ ບ້ານ​ໃກ້​ເຮືອນ​ຄຽງ ​ຂອງ​ ສປ ຈີນ, ທັງ​ແມ່ນ ​ປະ​ເທດ ​ສະ​ມາ​ຊິກ​ ສຳ​ຄັນ ​ຂອງ​ອາ​ຊຽນ, ​ການມີໄມຕີຈິດ ມິດຕະ ພາບ ແບບບ້ານໃກ້ ເຮືອນຄຽງ ແລະ ​ການແກ້​ໄຂ ​ຄວາມ​ຂັດ​ແຍ້ງ​ ຢ່າງ​ເໝາະ​ສົມ​

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ວັນ​ທີ 24 ກໍ​ລະ​ກົດ​ນີ້, ທ່ານ ​ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ ໄດ້ກ່າວ​ວ່າ: ປະ​ເທດ​ໄທ​ ແລະ ​ກຳ​ປູ​ເຈຍ ​ລ້ວນ​ແຕ່​ແມ່ນ ​ປະ​ເທດ​ ບ້ານ​ໃກ້​ເຮືອນ​ຄຽງ ​ຂອງ​ ສປ ຈີນ, ທັງ​ແມ່ນ ​ປະ​ເທດ ​ສະ​ມາ​ຊິກ​ ສຳ​ຄັນ ​ຂອງ​ອາ​ຊຽນ,  ​ການມີໄມຕີຈິດ ມິດຕະພາບ ແບບບ້ານໃກ້ ເຮືອນຄຽງ ແລະ ​ການແກ້​ໄຂ ​ຄວາມ​ຂັດ​ແຍ້ງ​ ຢ່າງ​ເໝາະ​ສົມ​ນັ້ນ ​ແມ່ນ​ສອດ​ຄ່ອງ​ກັບ ​ຜົນ​ປະ​ໂຫຍດ ​ຕົ້ນ​ຕໍ ແລະ ​ຖາ​ວອນ ​ຂອງ​ສອງ​ຝ່າຍ ແລະ ເປັນ​ຫ່ວງຕໍ່ ​​ສະ​ຖາ​ນະ​ການ​ ໃນ​ປັດ​ຈຸ​ບັນ​ນີ້, ຫວັງ​ວ່າ​ ສອງ​ຝ່າຍ​​ ຈະແກ້​ໄຂ​ບັນ​ຫາ ​ຢ່າງ​ເໝາະ​ສົມ ​ໂດຍ​ຜ່ານ ​ການ​ສົນ​ທະ​ນາ ແລະ​ ເຈ​ລະ​ຈາ. ສປ ຈີນ​ ຈະ​ສືບ​ຕໍ່​ ປະ​ຕິ​ບັດ​ ວຽກ​ງານ ​ເພື່ອ​ຊຸກ​ຍູ້ ​ສັນ​ຕິ​ພາບ ແລະ​ ການ​ເຈ​ລະ​ຈາ ​ດ້ວຍ​ຮູບ​ການ​ຂອງ​ຕົ​ນ ແລະ ເສີມ​ຂະ​ຫຍາຍ​ ບົດ​ບາດ​ ທີ່​ມີ​ລັກ​ສະ​ນະ ​ສ້າງ​ສັນ​ ເຂົ້າ​ໃນ​ການ​ຊຸກ​ຍູ້​ ໃຫ້​ສະ​ຖາ​ນະ​ການ ​ຜ່ອ​ນ​ຄາຍ​ລົງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top