ເຮືອບິນໂດຍສາຍຣັດເຊຍ ຕົກເຮັດໃຫ້ມີຜູ້ເສຍຊີວິດ 50ກວ່າຄົນ

24/07/2025 17:26
Email Print 382
KPL ເຮືອບິນໂດຍສານ Antonov An-24 ບັນທຸກຜູ້ໂດຍສານ ທັງໝົດ 43ຄົນ, ເປັນເດັກ 5ຄົນ ແລະ ລູກເຮືອອີກ 6ຄົນ ໄດ້ຕົກລົງ ໃນພາກພື້ນ ຕາເວັນອອກໄກ ຂອງຣັດເຊຍ ໃນວັນທີ24ກໍລະກົດນີ້ ແລະ ຂໍ້ມູນເບື້ອງຕົ້ນ ຊີ້ໃຫ້ເຫັນວ່າ ຜູ້ໂດຍສານທັງໝົດ ໄດ້ເສຍຊີວິດແລ້ວ

ຂປລ.ຕາມຂ່າວຈາກ ມົດສະກູ, ເຮືອບິນໂດຍສານAntonov An-24 ບັນທຸກຜູ້ໂດຍສານ ທັງໝົດ 43ຄົນ, ເປັນເດັກ 5ຄົນ ແລະ ລູກເຮືອ ອີກ 6ຄົນ ໄດ້ຕົກລົງ ໃນພາກພື້ນ ຕາເວັນອອກໄກ ຂອງຣັດເຊຍ ໃນວັນທີ24 ກໍລະກົດນີ້ ແລະ ຂໍ້ມູນເບື້ອງຕົ້ນ ຊີ້ໃຫ້ເຫັນວ່າ ຜູ້ໂດຍສານທັງໝົດ ໄດ້ເສຍຊີວິດແລ້ວ ຊຶ່ງເປັນ ເຮືອບິນ ຖືກນຳໃຊ້ ໃນຍຸກສະຫະພາບ ໂຊກວຽດ ອາຍຸເກືອບ 50ປີ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ຣັດເຊຍ ເລັ່ງເກັບກູ້ ສາກເຮືອບິນ ລຳດັ່ງກ່າວ. ເຮືອບິນ ລຳນີ້ ໄດ້ສ້າງຂຶ້ນໃນປີ1976 ແລະ ດຳເນີນການໂດຍ ສາຍການບິນ ອັງກາລາ(Angara),ທີ່ມີສຳນັກງານ ຕັ້ງຢູ່ໃນເຂດ ໄຊບີເຣຍ ພາຍຫລັງ ເດີນທາງອອກຈາກ ເມືອງ ບລາໂກເວສເຊັນ( Blagoveshchensk),ໄປຍັງເມືອງ ຕິນດາ( Tynda)ແລະ ຫາຍໄປຈາກຈໍເຣດາ ຂະນະ ກຳລັງບິນ ເຂົ້າໃກ້ເມືອງ Tynda ຊຶ່ງເປັນເມືອງ ຫ່າງໄກ ໃນພາກພື້ນ ອາມູນ ທີ່ຕິດກັບ ປະເທດຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top