ປີນີ້ ນວ ຈະເຮັດໃຫ້ເສດຖະກິດ ຂະຫຍາຍຕົວ ໃນລະດັບ 6,6%

07/07/2025 14:06
Email Print 134
KPL ຂປລ. ໃນປີ 2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%,



ຂປລ. ໃນປີ
2025 ນີ້, ຄາດຄະເນວ່າ ເສດຖະກິດຂອງນະຄອນຫລວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6,6% (ລື່ນມະຕິສະພາ 0,1%) ​ເຊິ່ງປັດໄຈຕົ້ນຕໍທີ່ຈະເຮັດໃຫ້ ລວມຍອດ​ຜະລິດ​ຕະພັນ​ພາຍ​ໃນ ຫລື GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາ ຂະຫຍາຍຕົວ 8,1%, ກວມເອົາ 49%, ອັນພົ້ນເດັ່ນ ແມ່ນການ ຂະຫຍາຍຕົວ ຂອງລວມຍອດການຜະລິດອຸດສາຫະກໍາ ແລະ ລວມຍອດການຜະລິດຫັດຖະກໍາ; ຂະແໜງບໍລິການ ຂະຫຍາຍຕົວເປັນອັນດັບທີສອງ 4%, ກວມເອົາ 38%, ອັນພົ້ນເດັ່ນ ແມ່ນວຽກງານຟື້ນຟູການທ່ອງທ່ຽວ ຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບ ຂອງການບໍລິການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ, ເຮັດໃຫ້ມີນັກທ່ອງທ່ຽວ ເຂົ້າມານະຄອນຫລວງວຽງຈັນ ຫລາຍກວ່າ 1.271.089 ເທື່ອຄົນ, ຄາດຄະເນລາຍຮັບຈາກນັກທ່ອງທ່ຽວ 364,22 ລ້ານໂດລາສະຫະລັດ ແລະ ຂະແໜງກະສິກໍາ ຂະຫຍາຍຕົວ ໃນລະດັບ 3,9%, ກວມເອົາ 13%. ໃນຂະນະ​ທີ່ ໄລຍະ 6 ເດືອນຕົ້ນປີ 2025 ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້ 85,8%. ໃນນີ້, ການລົງທຶນຂອງລັດ ປະຕິບັດໄດ້ 74,77%; ທຶນຊ່ວຍເຫລືອທາງການເພື່ອການພັດທະນາ ປະຕິບັດໄດ້ 89,06% ແລະ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 83,4% ຄາດຄະເນວ່າ ຈະສາມາດບັນລຸໄດ້ຕາມແຜນ.

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ລາຍງານໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 7 ກໍລະກົດ 2025 ນີ້ວ່າ: ໃນໄລຍະຜ່ານມາ, ນະຄອນຫລວງວຽງຈັນ  ໄດ້ສຸມໃສ່ຈັດຕັ້ງປະຕິບັດ ມະຕິຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນການລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2025, ບັນດາວຽກຈຸດສຸມຂອງ 2 ວາລະແຫ່ງຊາດ ແລະ ບັນດາວຽກຈຸດສຸມ ຂອງການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ຂອງນະຄອນຫລວງວຽງຈັນ. ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນຕົ້ນປີ 2025 ຜ່ານມາ, ຕາມມະ ຕິສະພາປະຊາຊົນ ນະຄອນຫລວງວຽງຈັນ ໃນ 110 ຄາດໝາຍ, ມີ 81 ຄາດໝາຍ ມີຄວາມຄືບໜ້າດີ, ມີ 17 ຄາດໝາຍ ຄືບໜ້າຊ້າ ແລະ ມີ 12 ຄາດໝາຍ ທີ່ກໍາລັງຈັດຕັ້ງປະຕິບັດ, ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໃນລະດັບ 6,6%.  ພ້ອມນີ້, ນວ ຍັງໄດ້ຊຸກຍູ້ສົ່ງເສີມ ການຜະລິດກະສິກໍາເປັນສິນຄ້າ ເປັນຕົ້ນ ໄດ້ຊຸກຍູ້ສົ່ງເສີມການ ຜະລິດເຂົ້ານາແຊງ, ການຜະລິດພືດຜັກໃນລະດູແລ້ງ ສາມາດສົ່ງເສີມການປູກພືດລະດູແລ້ງ ໄດ້ 58,5% ຂອງແຜນການປີ; ສາມາດສະໜອງ ທາດຊີ້ນ ໄດ້ 50,4% ຂອງແຜນການປີ; ໄດ້ຄົ້ນຄວ້າອອກໃບ ຢັ້ງຢືນສຸຂະອານາໄມພືດ ເພື່ອສົ່ງອອກໄດ້ທັງໝົດ 251 ຄັ້ງ, ລວມມູນຄ່າທັງໝົດ 16,98 ລ້ານໂດລາສະຫະລັດ; ໄດ້ສົ່ງສັດ, ຜະລິດຕະພັນສັດອອກຕ່າງແຂວງ ແລະ ຕ່າງປະເທດ ເປັນປະເພດ ງົວ, ໝູນ້ອຍ, ໝູຊີ້ນ, ​ໄກ່ພັນໄຂ່, ໄກ່​ພັນຊີ້ນ, ໄກ່ລາດນ້ອຍ, ລວມທັງການສົ່ງອອກຜະລິດຕະພັນໄມ້ ປະເພດໄມ້ສັກສຳເລັດຮູບ, ຜະລິດ ຕະພັນໄມ້ວິກ ສຳເລັດຮູບ, ໄມ້ປ່ອງເຄິ່ງສໍາເລັດຮູບ ແລະ ອື່ນໆ ລວມມູນຄ່າ  ທັງໝົດ 1,09 ລ້ານ ໂດລາສະຫະລັດ. ພ້ອມນີ້, ຍັງໄດ້ສຸມໃສ່ປະຕິບັດໂຄງການບຸລິມະສິດ ເພື່ອເຊື່ອມຈອດເຊື່ອມ ໂຍງພາຍໃນ ແລະ ພາກພື້ນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ, ມາຮອດປັດຈຸບັນ, ໄດ້ສໍາເລັດການປັບປຸງບູລະນະ ແລະ ສ້ອມແປງເສັ້ນທາງ ໄດ້ສໍາເລັດ 119 ເສັ້ນ, ລວງຍາວ 242,19 ກິໂລແມັດ; ກໍ່ສ້າງເສັ້ນທາງເບຕົງ ໄດ້ 15 ເສັ້ນທາງ ແລະ ກໍ່ສ້າງທາງປູຢາງສອງຊັ້ນ ໄດ້ 23 ເສັ້ນ, ລວງຍາວ 10,5 ກິໂລແມັດ ແລະ ໄດ້ສຳຫລວດ-ອອກແບບເສັ້ນທາງ ໄດ້ 5 ເສັ້ນທາງ, ລວງຍາວ 36,4 ກິໂລແມັດ; ໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງຈັນ (BRT) ໄລຍະທໍາອິດ, ປັດຈຸບັນ ການກໍ່ສ້າງເສັ້ນທາງ ແລະ ສະຖານີຂຶ້ນ-ລົງ ລົດເມ BRT ປະຕິບັດໄດ້ 71,64%, ຮອດທ້າຍເດືອນ ກໍລະກົດ 2025 ຈະໃຫ້ບັນລຸ 90% ແລະ ສືບຕໍ່ກໍ່ສ້າງແລວ ເສັ້ນທາງລົດເມ BRT ພາກຂະຫຍາຍ ໄປສະໜາມບິນສາກົນວັດໄຕ ແລະ ສະຖານີລົດໄຟ ລາວ-ຈີນ ໃຫ້ສຳເລັດໃນທ້າຍປີ 2026 ຕາມຄວາມເປັນເອກະພາບ ລະຫວ່າງ ກະຊວງ ຍທຂ ແລະ ທະນາຄາພັດທະນາອາຊີ (ADB).

ສຳລັບ ວຽກງານດ້ານແຮງງານ ແລະ ສະຫວັດດີການສັງຄົມ ໄດ້ພັດທະນາສີມືແຮງງານ ໃຫ້ຜູ້ທີ່ບໍ່ມີວິຊາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ຫວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່ ໄດ້ 51,76%; ສົ່ງເສີມການຈັດຫາວຽກເຮັດງານທຳ ໄດ້ 63,04%; ສຶກສາອົບຮົມ ແລະ ຝຶກວິຊາຊີບພ້ອມທັງຊອກຫາ ວຽກເຮັດງານທໍາ ໃຫ້ຜູ້ອອກຢາເສບຕິດ ໄດ້ 75 ຄົນ (ແຜນການປີ 100 ຄົນ). ພ້ອມນັ້ນ, ຍັງໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງບັນດາໂຄງລ່າງຮັບໃຊ້ການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກ, ເຂດລຽບຕາມຊາຍແດນ ແລະ ເຂດຈຸດສຸມພັດທະນາຊົນນະບົດໃໝ່ ໃນຂອບເຂດທົ່ວນະຄອນຫລວງວຽງຈັນ. ຜ່ານການປະຕິບັດຕົວຈິງ ຈະສາມາດແກ້ໄຂຄອບຄົວທຸກຍາກ ໄດ້ 382 ຄອບຄົວ, ກວມ 60,06% (ຄາດໝາຍສູ້ຊົນ 636 ຄອບຄົວ) ແຕ່ຂໍ້ມູນຊັດເຈນຕ້ອງລໍຖ້າຜົນຂອງການປະເມີນ ໄລຍະທ້າຍປີ 2025; ຄາດຄະເນສ້າງສ້າງຄອບຄົວພັດທະນາ ໄດ້ 69,99%; ຊຸກຍູ້ສ້າງກຸ່ມການຜະລິດກະສິກຳ ໄດ້ 82%; ສໍາເລັດການການຮັບຮອງເອົາ ບ້ານໃຫຍ່ນາຈະເລີນ ເປັນຕົວເມືອງໃນຊົນນະບົດ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top