ກອງປະຊຸມໃຫຍ່ເສດຖະກິດດິຈີຕອນທົ່ວໂລກ 2025 ຊຸກຍູ້ໂຄງການເປົ້າໝາຍໃນການຮ່ວມມືຫລາຍກວ່າ 100 ໂຄງການ

07/07/2025 13:48
Email Print 161
KPL ຄະ​ນະ​ນັກ​ທຸ​ລະ​ກິດ​ສາ​ກົນ ​ກັບ​ວິ​ສາ​ຫະ​ກິດ ແລະ ເຂດ​ເສດ​ຖະ​ກິດ ​ດິ​ຈີ​ຕອ​ນ ​ປັກ​ກິ່ງ ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ ຢ່າງ​ເລິກ​ເຊິ່ງ ​ກ່ຽວ​ກັບ​ ການ​ຮ່ວມ​ມື ທັງ​ໝົດ 70 ກວ່າ​ເທື່ອ ໂດຍ​ໄດ້​ຊຸກ​ຍູ້​ ໂຄງ​ການ​ເປົ້າ​ໝາຍ ​ໃນ​ການ​ຮ່ວມ​ມື ​ຫລາຍກວ່າ 100 ໂຄງ​ການ.

     ຂປລ.ຕາມຂ່າວຈາກ CGTN, ກອງ​ປະ​ຊຸມ​ໃຫຍ່​ ເສດ​ຖະ​ກິດ ​ດິ​ຈີ​ຕອນ ​ທົ່ວ​ໂລກ 2025 ​ໄດ້​ຈັດ​ຂຶ້ນ​ ຢູ່ນະ​ຄອນ​ຫລວງ ​ປັກ​ກິ່ງ ເມື່ອບໍ່ດົນມານີ້.ຈາກນັ້ນ ທ່ານ ​ລີວ​ເວີຍ​ລ້ຽງ, ຮອງ​ຫົວ​ໜ້າ​ກົມ​ເສດ​ຖະ​ກິດ ແລະ ການ​ຫັນ​ເປັນ​ຂໍ້​ມູນ​ຂ່າວ​ສານ ​ປັກ​ກິ່ງ ໄດ້​ແຈ້ງ​ໃຫ້​ຮູ້ ​ໃນ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ກ່ຽວ​ກັບ​ ຜົນ​ສຳ​ເລັດ ຂອງກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ນີ້​ວ່າ: ຄະ​ນະ​ນັກ​ທຸ​ລະ​ກິດ​ສາ​ກົນ ​ກັບ​ວິ​ສາ​ຫະ​ກິດ ແລະ ເຂດ​ເສດ​ຖະ​ກິດ ​ດິ​ຈີ​ຕອ​ນ ​ປັກ​ກິ່ງ ໄດ້​ດຳ​ເນີນ​ການ​ສົນ​ທະ​ນາ​ ຢ່າງ​ເລິກ​ເຊິ່ງ ​ກ່ຽວ​ກັບ​ ການ​ຮ່ວມ​ມື ທັງ​ໝົດ 70 ກວ່າ​ເທື່ອ ໂດຍ​ໄດ້​ຊຸກ​ຍູ້​ ໂຄງ​ການ​ເປົ້າ​ໝາຍ ​ໃນ​ການ​ຮ່ວມ​ມື ​ຫລາຍກວ່າ 100 ໂຄງ​ການ.ໃນກອງ​ປະ​ຊຸມ​ໃຫຍ່ ​ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ ​ເຊື່ອມ​ຕໍ່​ ການ​ສະ​ໜອງ​ ແລະ ຄວາມ​ຕ້ອງ​ການສະ​ເພາະຂອງ​ເອີ​ຣົບ ແລະ ອາ​ຊີ​ ຕາ​ເວັນ​ອອກ ​ສຽງ​ໃຕ້ ພ້ອມ​ທັງ ​ໄດ້​ຈັດ​ກິດ​ຈະ​ກຳ​ ແລກ​ປ່ຽນ ສາ​ກົນ​ ລະ​ຫວ່າງ ​ລັດ​ຖະ​ບານ ແລະ ວິ​ສາ​ຫະ​ກິດ 5 ເທື່ອ, ໄດ້​ດຶງ​ດູດ ​ວິ​ສາ​ຫະ​ກິດ​ຈີນ ແລະ​ ຕ່າງ​ປະ​ເທດເກືອບ 200 ແຫ່ງເຂົ້າ​ຮ່ວມ ແລະ ໄດ້​ຊຸກ​ຍູ້​ ໃຫ້​ບັນ​ລຸ​ ໂຄງ​ການ​ຮ່ວມ​ມື ​ລະ​ຫວ່າງ ສປ ​ຈີນ ກັບ​ຕ່າງ​ປະ​ເທດ 10 ກວ່າ​ໂຄງ​ການ. ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ ​ຍັງ​ໄດ້​ເຊັນ​ສັນ​ຍາ ​ຮ່ວມ​ມື ແລະ ບົດ​ບັນ​ທຶກ​ການ​ຮ່ວມ​ມື 16 ສະ​ບັບ ເຊັ່ນ: ສະ​ຫະ​ພັນ ​ເສດ​ຖະ​ກິດ ​ດິ​ຈີ​ຕອນ​ຈີນ ແລະ ດ້ານ​ອື່ນໆ.ນອກ​ຈາກນັ້ນ, ກອງ​ປະ​ຊຸມ​ດັ່ງ​ກ່າວ ​ຍັງ​ໄດ້​ຮັບ​ຜົນ​ສຳ​ເລັດ​ ໃນ​ດ້ານ​ການ​ຊຸກ​ຍູ້ ​ການ​ຮ່ວມ​ມື ແລະ ການ​ປະ​ສານ​ງານ​ໃນ​ຂົງ​ເຂດ ​ເສດ​ຖະ​ກິດ ດິ​ຈີ​ຕອນ ລະ​ຫວ່າງ​ ຕົວ​ເມືອງ ​ຫລາຍ​ແຫ່ງ​ຂອງ​ໂລກ. ຕົວ​ຢ່າງ: ຕົວ​ເມືອງ 40 ແຫ່ງ​ ໃນ​ໂລກ​ ໄດ້​ລິ​ເລີ່ມ​ສ້າງ​ສະ​ຫ​ະ​ພັນ​ ຕົວ​ເມືອງ ​ເສດ​ຖະ​ກິດ ດິ​ຈີ​ຕອນ​ທົ່ວ​ໂລກ, ປະ​ກາດ ຂໍ້​ລິ​ເລີ່ມ​ມິດ​ຕະ​ພາບ​ ດິ​ຈີ​ຕອນ​ທົ່ວ​ໂລກແລະ ​ອື່ນໆອີກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top