7065

ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 07.07.2025 ປີທີ 24 ສະບັບທີ 6.220ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u p;a olh k'8A 'ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K z6h cmo]k; ln [8+ g0Q kIj ;,dv'xt-5 ,lkdq o;j kfh ;p dkolt|v'mb o grnj vdkora fmtok c]t dv'xt-5 ,xyj ovh v, d5 p39; c]t [= ]y la fmj v'mj P; 9kd 3 xtgmf sk]n glA omk'dkomj v'mj P;Ij ;,da o z6h xt9edko7totg]0kmy dkol6 odk'ra d Iv'xtmkoxtgmf -5 dp6h ;Pd'ko16j c0;'7e,j ;o lkov;prvo;a o-kf lkmk]tot]a f g[]ki5 f-u 7q [Iv[ 34 xu c9h 'dko0v'dt-;'dko8j k'xtgmf ]a f4t,q o8u lld 8h voIa [z6h 8k'|h k vq 'dkov5 pou g-[ 3vdkfIa [8ec|j '.\j puj x5j o xtfa [s]PodPf8y 75 ovkmy fv5 wm -A o 1 .sh okpq d]a f4t,q o8u csj ' lxx ]k; dq ,.spj dkog,n v'dv'ma [ leg]a fdko pq d]tfa [7;k,I6 h fh kodkog,n v'{co;7y f g9Q k|h kmuj -U c9' dkoxt8y [a f7ery rkdlk 0v'lko muj pq dph kpxt-k-q o16j [h ko9a olts;j k' Iv'xtmkoxtgmf 1h P,1k,37'dkod+ lh k' 8t/a 'g9nj vog0f;a frtmkflu 37f8t[v' ຂປລ. ໃນວັນທີ 3 ກໍລະກົດ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງ ທ່ານ ອາເລັກຊານ ເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເນື່ອງ ໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 34 ປີ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນ ປະເສີດ ມາຍັງ ທ່ານ ແລະ ປະຊາຊົນ ເບລາຣຸດຊີ ຂປລ. ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 58 ແລະ ບັນດາກອງ ປະຊຸມລັດຖະມົນຕີທີ່ກ່ຽວຂ້ອງ ໂດຍການເປັນປະທານອາຊຽນ 2025 ຂອງ ມາເລເຊຍ ພາຍໃຕ້ຄຳຂັວນ ຂປລ. ໃນໂອກາດເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຄໍາມ່ວນ ໃນວັນທີ 5 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມດ້ວຍ ຄະນະ ໄດ້ໄປຢ້ຽມຢາມເບິ່ງໂຄງ ການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ແຄມຂອງ ເຂດວັດພະທາດສີໂຄດ ຕະບອງ ໂດຍມີ ທ່ານ ວັນໄຊ ພອງ ສະຫວັນ ເຈົ້າແຂວງຄຳມ່ວນ, ບັນ ດາການນໍາຂອງແຂວງ ແລະ ພາກ ສ່ວນບໍລິສັດຜູ້ຮັບເໝົາ ເຂົ້າຮ່ວມ ຕ້ອນຮັບ. ໂຄງການກໍ່ສ້າງປ້ອງກັນຕະຝັງ ເຈື່ອນແຄມແມ່ນໍ້າຂອງ ເຂດວັດພະ ທາດສີໂຄດຕະບອງ ເມືອງທ່າແຂກ ຜ່ານການປະຕິບັດໃນການກໍ່ສ້າງ ເກືອບ 3 ເດືອນ, ມາຮອດປັດຈຸບັນ, ໂຄງການມີຄວາມຄືບໜ້າປະມານ 70% ຂອງແຜນການ ໂດຍແມ່ນ ກຸ່ມບໍລິສັດ ດີເອັມ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ເລີ່ມດໍາເນີນ ຈັດຕັ້ງປະຕິບັດນັບແຕ່ທ້າຍເດືອນ ຂປລ. ໃນວັນທີ 3 ກໍລະກົດ 2025 ນີ້, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ປະດັບຫລຽນກຽດ ຕິຄຸນ ອາທິດອຸໄທ ຊັ້ນ1 ທີ່ປະທານ ໂດຍ ສົມເດັດ ພະເຈົ້າຈັກກະພັດ ແຫ່ງຍີ່ປຸ່ນ ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ມີຜົນງານ ແລະ ຄຸນງາມຄວາມດີ ໃນການປະກອບ ສ່ວນເປັນຂົວຕໍ່ຮັດແໜ້ນການພົວ ພັນຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ ໃນໄລຍະ ຜ່ານມາ ຈົນຮອດປັດຈຸບັນ ໂດຍມີ ການນຳ, ອະດີດການນຳ ພັກ, ລັດ ແລະ ສະມາຊິກຄອບຄົວ ສີພັນດອນ ເຂົ້າຮ່ວມ. ຂປລ. ກົມໃຫຍ່ການເມືອງກອງ ທັບ ຈັດພິທີປິດບັ້ນອົບຮົມການ ເມືອງ-ແນວຄິດ ປະຈຳປີ 2025 ໃນວັນທີ 3 ກໍລະກົດ 2025 ໂດຍ ການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳ ຂປລ. ໃນວັນທີ 2 ກໍລະກົດ 2025 ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ບິລາລອຸ ແຣັ່ງ ເຊັບ ດູ ຣານິ ຜູ້ຕາງໜ້າຈາກອົງການອຸຍ ນີເຊບ ປະຈຳ ສປປ ລາວ ເພື່ອ ສະແດງຄວາມຍິນດີນໍາ ທີ່ໄດ້ຮັບ ຕຳແໜງເປັນລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ຜູ້ໃໝ່. ໂອກາດນີ້, ສອງຝ່າຍກໍໄດ້ປຶກສາ ຫາລືການຮ່ວມມືສົ່ງເສີມວຽກງານ ໃນຂະແໜງການສຶກສາ ໃນລາວ ຕາມບຸລິມະສິດທີ່ກຳນົດໄວ້ ໂດຍສະ ເພາະການເພີ່ມອັດຕາເຂົ້າຮຽນໃນ ທຸກລະດັບການສຶກສາ, ຍົກສູງຄຸນ ຂປລ. ໃນວັນທີ 1 ກໍລະກົດ 2025, ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ເຂົ້າຮ່ວມກອງປະຊຸມ ປິ່ນອ້ອມລະດັບສູງພາຍໃຕ້ຫົວຂໍ້ “ກອງປະຊຸມລະດັບສູງວ່າດ້ວຍ ປະເທດດ້ອຍພັດທະນາ” ໂດຍ ການເປັນປະທານຮ່ວມຂອງ ທ່ານ ຂປລ. ທ້າຍອາທິດຜ່ານມາ, ພະແນກການທ່ອງທ່ຽວ ແຂວງ ກຸຍໂຈວ ສປ ຈີນ ແລະ ບໍລິສັດ ທ່ອງທ່ຽວ ຈາກ ສປປ ລາວ, ໄທ ຂປລ. ວັນທີ 4 ກໍລະກົດ 2025 ນີ້, ທ່ານ ລັດສະໝີ ເພັດລາວັນ ຫົວໜ້າກອງປະຕິບັດ ຄຳຕັດສິນ ຂອງສານ ປະຈຳ ນະຄອນຫລວງ ວຽງຈັນ ພ້ອມດ້ວຍຄະນະກຳມະ ນະພາບການສຶກສາໃຫ້ມີຜົນການ ຮຽນ ແລະ ທັກສະທີ່ດີຂຶ້ນ, ແກ້ໄຂ ການອອກໂຮງຮຽນ, ການຂາດແຄນ ຄູ, ສົ່ງເສີມການມີສ່ວນຮ່ວມຂອງ ພໍ່ແມ່ ແລະ ຊຸມຊົນໃນການສຶກສາ, ປັບປຸງສະພາບແວດລ້ອມໃນສະ ຖານການສຶກສາ ລວມເຖິງການບໍລິ ການດ້ານການສຶກສາເດັກກ່ອນໄວ ຮຽນທີ່ມີຄຸນນະພາບ, ການພັດທະ ນາຫລັກສູດໃຫ້ເໝາະສົມກັບອາຍຸ ແລະ ການຫລິ້ນ, ສ້າງຄວາມທັນສະ ໄໝທີ່ດີຂຶ້ນ, ສ້າງສະຖານການສຶກ ສາທີ່ດີ ເພື່ອດຶງດູດນ້ອງນັກຮຽນ ໃຫ້ໄດ້ເຂົ້າຮຽນຫລາຍຂຶ້ນ, ສຸມໃສ່ ການຮຽນຮູ້ຂັ້ນພື້ນຖານ ແນໃສ່ເຮັດ ໃຫ້ວຽກງານການສຶກສາໃນລາວ ມີຄຸນນະພາບ ແລະ ພັດທະນາຂຶ້ນ ເປັນກ້າວໆ. ຂ່າວ: ບົວລະພາ ມະນີ ກຳມະການຄະນະພັກກະຊວງ ປ້ອງກັນປະເທດ, ຮອງຫົວໜ້າກົມ ໃຫຍ່ການເມືອງກອງທັບ, ມີຄະນະ ພັກ-ຄະນະບັນຊາ, ພະນັກງານຫລັກ ແຫລ່ງຈາກກົມ, ຫ້ອງການ, ກອງ, ຄະນະຮັບຜິດຊອບ,ຄູ-ອາຈານແລະ ສໍາມະນາກອນເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ພັນເອກ ບຸນເພັງ ແກ້ວນາທີ ຮອງຫົວໜ້າ ຫ້ອງການເມືອງ ກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານບົດສະຫລຸບ ບັ້ນອົບຮົມການເມືອງ-ແນວຄິດ ປະ ຈຳປີ 2025, ຜ່ານການຂຶ້ນຫ້ອງ ອົບຮົມຊຸດທີ 1 ແລະ ຊຸດທີ 2 ສາມາດເກັບກໍາຕີລາຄາໄດ້ຄື: ຊຸດ ທີ 1 ມີພະນັກງານຫລັກແຫລ່ງ ແຕ່ ນາຍົກລັດຖະມົນຕີ ເນປານ ເເລະ ທ່ານຮອງເລຂາທິການໃຫຍ່ ສປຊ. ໃນນັ້ນ, ກອງປະຊຸມໄດ້ໄດ້ປຶກສາ ຫາລື ກ່ຽວກັບວິທີການຈັດຕັ້ງປະ ຕິບັດເອກະສານຄວາມໝາຍໝັ້ນ ເຊວິລ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ ຕາມຄວາມຕ້ອງການ ຂອງບັນດາປະເທດດ້ອຍພັດທະນາ. ໂອກາດນີ້, ທ່ານຮອງລັດຖະມົນ ຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕີລາຄາສູງຕໍ່ເນື້ອໃນ ກໍຄື ຜົນຂອງກອງປະຊຸມ ແລະ ໄດ້ ຍົກໃຫ້ເຫັນບຸລິມະສິດຂອງບັນດາ ປະເທດດ້ອຍພັດທະນາເປັນຕົ້ນ ການຈາກພາກສ່ວນທີ່ກ່ຽວຂ້ອງ ໄດ້ຊີ້ແຈງກ່ຽວກັບການລົງປະຕິບັດ ຄຳພິພາກສາຂອງສານ ຄັ້ງວັນທີ 2 ກໍລະກົດ 2025 ທີ່ບ້ານຈັນ ສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເຊິ່ງໄດ້ ມີບຸກຄົນບໍ່ເຂົ້າໃຈຕໍ່ການປະຕິບັດ ຄໍາພິພາກສາຂອງສານ ໄດ້ເຜີຍ ແຜ່ວິດີໂອ ແລະ ຮູບພາບລົງສ່ື ສັງຄົມອອນລາຍ ໂດຍບໍ່ຖືກຕ້ອງ ຕາມຄວາມເປັນຈິງ ເກີດຄວາມ ເຂົ້າໃຈຜິດຕໍ່ການປະຕິບັດໜ້າທີ່ ຂອງພະນັກງານອົງການຈັດຕັ້ງ ພັກ-ລັດ. ແລະ ມາເລເຊຍ ລວມທັງໝົດ 55 ພາກສ່ວນ. ໃນນັ້ນ, ບໍລິສັດທ່ອງ ທ່ຽວຈາກ ສປປ ລາວ ປະກອບມີ: F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 07/07/2025 xtgmf]k; ສານອວຍພອນ... ຮອງປະທານປະເທດ... ແຈ້ງການ...້ ຜູ້ປະຈຳການ...ູ້ ຂປລ. ໃນລະຫວ່າງວັນທີ 5-6 ກໍລະກົດ 2025 ນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງ ປະທານປະເທດ ພ້ອມດ້ວຍຄະ ນະ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ ໂດຍມີບັນດາ ຄະນະປະຈຳພັກແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ວັນໄຊ ພອງ ສະຫວັນ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານ ພັກແຂວງ, ເຈົ້າແຂວງຄໍາມ່ວນ ໄດ້ລາຍງານສະພາບໂດຍສັງເຂບ ໄລຍະ 6 ເດືອນຕົ້ນປີຜ່ານມາ ໄດ້ ມີຜົນສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ວຽກງານພັດທະນາເສດຖະກິດສັງຄົມຂອງແຂວງ, ການກະກຽມ ແລະ ຜົນສໍາເລັດການດຳເນີນ ກອງປະຊຸມຮາກຖານພັກ, ກອງ ປະຊຸມໃຫຍ່ອົງຄະນະພັກເມືອງ. ມາຮອດປັດຈຸບັນ, ໄດ້ສໍາເລັດການ ເນີນກອງປະຊຸມໃຫຍ່ອົງຄະນະ ພັກເມືອງແລ້ວ 100% ໃນ 10 ເມືອງ. ສໍາລັບ 2 ຄະນະພັກກອງ ບັນຊາການ ສໍາເລັດ 1 ກອງບັັນຊາ ການທະຫານແຂວງ, ຍັງກອງບັນ ຊາການ ປກສ ແຂວງ. ສ່ວນພະ ແນກການອ້ອມຂ້າງແຂວງມີ 17 ຄະນະພັກຮາກຖານ ແລະ 16ໜ່ວຍ ພັກຮາກຖານ ສໍາເລັດແລ້ວ 9 ຄະ ນະພັກຮາກຖານ ແລະ 8 ໜ່ວຍພັກ ຮາກຖານ, ອົງການຈັດຕັ້ງມະຫາ ຊົນແມ່ນສໍາເລັດແລ້ວ100%. ສ່ວນ ການກະກຽມກອງປະຊຸມໃຫຍ່ ຄັ້ງ ທີ XI ຂອງອົງຄະນະພັກແຂວງ ແມ່ນໄດ້ດໍາເນີນໄປຕາມ 3 ດ້ານຄື: ດ້ານຂະບວນການ, ດ້ານກະກຽມ ເນື້ອໃນ ແລະ ດ້ານການກະກຽມ ບຸກຄະລາກອນ, ຄາດວ່າຈະໄດ້ ດຳເນີນໃນວັນທີ 29-30 ກັນຍາ 2025. ນອກນີ້, ຍັງມີວຽກງານ ການປັບປຸງກົງຈັກການຈັດຕັ້ງ, ການສ້າງຕັ້ງຕາແສງຂອງແຂວງ ແລະ ດ້ານວຽກງານອື່ນໆ. ໂອກາດນີ້, ທ່ານ ບຸນທອງ ຈິດ ມະນີ ໄດ້ສະແດງຄວາມຊົມເຊີຍ ຄະນະພັກ-ຄະນະນໍາແຂວງ ທີ່ພ້ອມ ກັນນໍາພາ-ຊີ້ນໍາ ແລະ ຍາດມາໄດ້ ຜົນງານການພັດທະນາຮອບດ້ານ ໃນລະດັບທີ່ດີ. ຄຽງຄູ່ກັບຜົນສໍາ ເລັດນັ້ນ, ຍັງຈະຕ້ອງໄດ້ເອົາໃຈ ໃສ່ຕື່ມໃນຫລາຍບັນຫາສໍາຄັນ ເປັນຕົ້ນ ດ້ານວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ໃຫ້ ເອົາໃຈໃສ່ຕ້ານ-ມ້າງກົນອຸບາຍຕໍ່ ອິດທິກຳລັງປໍລະປັກ, ພວກກຸ່ມຄົນ ບໍ່ຫວັງດີຕໍ່ພັກເຮົາ, ເອົາໃຈໃສ່ ຕິດຕາມບໍ່ໃຫ້ເກີດມີບັນຫາສະພາບ ເມສາ 2025 ເປັນຕົ້ນມາ ມີລວງ ຍາວ 180 ແມັດ, ກວ້າງ 45,9 ແມັດ, ໄລຍະປະຕິບັດໂຄງການ 24 ເດືອນ, ມູນຄ່າໃນການກໍ່ສ້າງ 48 ຕື້ກວ່າກີບ ໂດຍນໍາໃຊ້ງົບປະມານ ຮ່ວງເງິນເກີນແຜນປີ 2024 ຂອງ ແຂວງຄໍາມ່ວນ. ຂ່າວ: ມະນີວັນ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 34 ປີ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມພະຍາຍາມຮ່ວມກັນ, ສາຍ ພົວພັນມິດຕະພາບ ທີ່ເປັນມູນເຊື້ອອັນຍາວນານ ແລະ ການຮ່ວມມືອັນດີ ງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ຈະສືບຕໍ່ໄດ້ຮັບການຮັດແໜ້ນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢູ່ໃນ ພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດອັນສະຫງ່າລາສີນີ້ ອວຍພອນໃຫ້ ທ່ານ ຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດອັນມີກຽດສູງສົ່ງຂອງ ທ່ານ ແລະ ອວຍພອນໃຫ້ ປະຊາຊົນ ເບລາຣຸດຊີ ຈົ່ງມີຄວາມສົມບູນພູນສຸກ ແລະ ວັດ ທະນະຖາວອນ ຕະຫລອດໄປ. “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໃນວັນທີ 8-11 ກໍລະກົດ 2025 ທີ່ ກົວລາລໍາເປີ, ມາເລເຊຍ. ໃນໂອກາດນີ້, ທ່ານລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍກັບຄູ່ຮ່ວມ ຕຳແໜ່ງຈາກ ບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ ຮ່ວມມືພາຍນອກອາຊຽນ. ຕາມຊາຍແດນ, ສະພາບການຫຍໍ້ທໍ້ ຕ່າງໆໃນສັງຄົມ ລວມທັງບັນຫາ ຢາເສບຕິດໃຫ້ຫລຸດໜ້ອຍຖອຍລົງ, ສືບຕໍ່ເພີ່ມທະວີການລົງຮາກຖານ ການເມືອງໃຫ້ເຂັ້ມແຂງ; ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ໃຫ້ສືບຕໍ່ປະຕິບັດບັນດາໂຄງການ ຕ່າງໆ ທັງພາກລັດ ແລະ ເອກະຊົນ ໂດຍສ້າງເງື່ອນໄຂເອື້ອອໍານວຍ ໃຫ້ເຂົາເຈົ້າມີຄວາມສະດວກໃນ ການດໍາເນີນໂຄງການ, ຊຸກຍູ້ໃຫ້ ເຂົາເຈົ້າມີການແຂ່ງຂັນ, ສໍາເລັດ ໄວ ແລະ ທັງມີຄຸນນະພາບ ເພື່ອດຶງ ດູດການລົງທຶນໃຫ້ຫລາຍຂຶ້ນ ແນ ໃສ່ສ້າງລາຍຮັບເຂົ້າງົບປະມານ ໃຫ້ຫລາຍ, ໃຫ້ສະຫລຸບຄືນບັນດາ ຫົວໜ່ວຍວິສາຫະກິດຂະໜາດ ນ້ອຍ, ຂະໜາດກາງ ມີຫົວໜ່ວຍ ໃດທີ່ເຄື່ອນໄຫວໄດ້ດີຄວນສົ່ງເສີມ; ເອົາໃຈໃສ່ການຜະລິດລະດູຝົນໃຫ້ ທັນລະດູຕິດພັນກັບການຕ້ານຖ້ວມ, ການປ້ອງກັນການລະບາດພະຍາດ ສັດ ແລະ ສຸມໃສ່ເປັນບູລິມະສິດສໍາ ຄັນໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ບັນຫາປະລະການ ຮຽນ; ການກະກຽມສະເຫລີມສະ ຫລອງ 2 ວັນປະຫວັດສາດໃນຕໍ່ ໜ້າ ຕ້ອງໃຫ້ຮັບປະກັບຄວາມສະ ຫງົບ 100%. ພ້ອມນີ້, ໃຫ້ສືບຕໍ່ຊຸກ ຍູ້ບັນດາຮາກຖານ, ຂັ້ນເມືອງ ທີ່ສໍາ ເລັດກອງປະຊຸມໃຫຍ່ ໃຫ້ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມຂອງຕົນເຂົ້າສູ່ຂະບວນ ການໂດຍໄວ. ຂ່າວ: ມະນີວັນ ໂອກາດດັ່ງກ່າວ, ທ່ານ ໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມປິຕິຍິນດີ ແລະ ຕີລາຄາສູງ ຕໍ່ທ່ານ ສອນໄຊ ສີພັນດອນ ທີ່ໄດ້ປະກອບສ່ວນ ເພີ່ມ ທະວີຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຍີ່ປຸ່ນ- ລາວ ໃຫ້ໄດ້ຮັບ ການພັດທະນາ ແລະ ແໜ້ນແຟ້ນຂຶ້ນ ຢ່າງບໍ່ຢຸດຢັ້ງ ລວມທັງການສົ່ງເສີມ ການຮ່ວມມືດ້ານເສດຖະກິດ, ວັດ ທະນະທຳ-ສັງຄົມ ແລະ ດ້ານອື່ນໆ ໃນໄລຍະຜ່ານມາ. ທ່ານ ສອນໄຊ ສີພັນດອນ ກໍ ໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານ ໂຄອິຊຶມິ ຊຶໂຕມຸ ທີ່ໄດ້ຕາງໜ້າໃຫ້ ລັດຖະບານ ຍີ່ປຸ່ນ ປະດັບຫລຽນ ກຽດຕິຄຸນ ອັນສູງສົ່ງ ຂອງສົມເດັດ ພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ ໃຫ້ໃນ ຄັ້ງນີ້, ການທີ່ໄດ້ຮັບຫລຽນກຽດຕິ ຄຸນໃນຄັ້ງນີ້, ຖືເປັນກຽດອັນສູງສົ່ງ ແລະ ເປັນການສ້າງແຮງບັນດານ ໃຈ ແລະ ກຳລັງໃຈ ໃຫ້ແກ່ການນຳ ທ່ານອື່ນໆ ໃນການເປັນຂົວຕໍ່ທີ່ສຳ ຄັນ ເພື່ອຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນ ດີງາມ ລະຫວ່າງປະຊາຊົນ ສອງ ຊາດ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ກໍຄື ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃຫ້ ແຕກດອກອອກຜົນ ແລະ ເປັນຮູບ ປະທຳຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ນັບແຕ່ ສປປ ລາວ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງສາຍພົວພັນການທູດ ນໍາກັນ ຕະຫລອດໄລຍະ 7 ທົດສະ ວັດ ທີ່ຜ່ານມາ, ລັດຖະບານ ແລະ ປະຊາຊົນ ສອງຊາດ ລາວ-ຍີ່ປຸ່ນ ໄດ້ຍຶດໝັ້ນ ແລະ ຖືສໍາຄັນການພົວ ພັນຮ່ວມມືສອງຝ່າຍທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ຊຶ່ງໄດ້ກາຍເປັນຫລັກການພື້ນຖານ ທີ່ສໍາຄັນ ແລະ ຮັບປະກັນໃຫ້ແກ່ ການພົວພັນຮ່ວມມືສອງຝ່າຍໃຫ້ມີ ຄຸນນະພາບແລະມີປະສິດທິຜົນເປັນ ຕົ້ນ ການພົວພັນ ແລະ ການຮ່ວມມື ດ້ານການເມືອງ, ເສດຖະກິດ, ວັດ ທະນະທໍາ-ສັງຄົມ,ການຄ້າ,ການລົງ ທຶນ, ການທ່ອງທ່ຽວ ແລະ ອື່ນໆ. ພາຍໃຕ້ການພົວພັນ ແລະ ການ ຮ່ວມມືທີ່ມີປະສິດທິພາບນັ້ນ, ລັດຖະ ບານ ສອງປະເທດ ລາວ-ຍີ່ປຸ່ນ ໄດ້ ຕົກລົງຍົກລະດັບການພົວພັນ ແລະ ການຮ່ວມມື ມາເປັນຄູ່ຮ່ວມຍຸດທະ ສາດຮອບດ້ານ ໃນທ້າຍເດືອນມັງ ກອນ 2025 ທີ່ຜ່ານມາ, ຊຶ່ງປີ 2025 ນີ້ ແມ່ນປີທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ເພາະເປັນປີຄົບ ຮອບ 70 ປີ ການພົວພັນ ທາງການ ທູດຂອງສອງປະເທດ ແລະ ຄົບ ຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ ສົ່ງອາສາສະໝັກ ຍີ່ປຸ່ນ ມາຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ. ການ ຍົກລະດັບສາຍພົວພັນລະຫວ່າງ ສອງປະເທດ ຍັງເປັນການຕອບສະ ໜອງຄວາມຮຽກຮ້ອງຕ້ອງການ ຂອງການພົວພັນການ ແລະ ຮ່ວມມື ລະຫວ່າງສອງປະເທດໃນໄລຍະ ໃໝ່ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນ ການປົກປັກຮັກສາສັນຕິພາບ, ສະ ຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ຂ່າວ-ພາບ: ທະນູທອງ ຊັ້ນ ພັນຕີ-ພັນໂທ ຈຳນວນ 350 ສະຫາຍ, ກຳນົດເວລາ 4 ວັນ ແລະ ຊຸດທີ 2 ມີພະນັກງານຊັ້ນນາຍຮ້ອຍ ລົງຮອດພົນທະຫານ ຈຳນວນ 350 ສະຫາຍ, ກໍານົດເວລາດຳເນີນ 4 ວັນ, ຈຸດປະສົງເພື່ອເປັນການຝຶກຝົນ ຫລໍ່ຫລອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ນໍ້າໃຈ ຮັກຊາດຕໍ່ສູ້ບໍ່ຍອມຈຳນົນ ຂອງພະ ນັກງານ-ນັກຮົບໃຫ້ສູງສົ່ງຢູ່ສະ ເໝີ; ມີຄວາມຈົງຮັກພັກດີ, ເຊື່ອໝັ້ນ ຢ່າງຕາຍໃຈຕໍ່ແນວທາງ, ແຜນນະ ໂຍບາຍການນໍາພາຂອງພັກໃນແຕ່ ລະໄລຍະ, ອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກກຽມພ້ອມເຮັດສຳເລັດທຸກໜ້າ ທີ່ວຽກງານທີ່ໄດ້ຮັບການມອບໝາຍ. ໂອກາດນີ້, ສະຫາຍ ພົນຈັດຕະ ວາ ແສງມະນີວອນ ຄໍາມະນີ ໄດ້ມີ ຄໍາເຫັນໂອ້ລົມ ຫລາຍບັນທີ່ສໍາຄັນ, ພ້ອມທັງສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ ຄູ-ອາຈານ ແລະ ສໍາມະນາ ກອນ ທີ່ໄດ້ພ້ອມກັນຕັ້ງໜ້າສຶກສາ ຮໍ່າຮຽນ ຈົນໄດ້ຮັບຜົນສໍາເລັດຢ່າງ ຈົບງາມ ເຊິ່ງສະແດງເຖິງຄວາມເປັນ ເຈົ້າການ, ຄວາມຮັບຜິດຊອບໃນ ການຄຸ້ມຄອງ, ບັນຊາ, ຖ່າຍທອດ ຄວາມຮູ້ຄວາມສາມາດຕ່າງໆຂອງ ຄູ-ອາຈານ ແລະ ສໍາມະນາກອນ ທີ່ ຕັ້ງໜ້າ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ເຮັດໃຫ້ບັ້ນຝຶກອົບຮົມມີຜົນສໍາ ເລັດ. ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ຜູ້ ເຂົ້າຮ່ວມຝຶກອົບຮົມ ຈົ່ງເອົາໃຈໃສ່ ໃນການຝຶກຝົນຫລໍ່ຫລອມຕົນເອງ ຮອບດ້ານ, ຕັ້ງໜ້າປະກອບສ່ວນເຂົ້າ ໃນວຽກງານປັບປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມ ເຂັ້ມແຂງ-ໜັກແໜ້ນໃນທຸກດ້ານ, ເປັນແບບຢ່າງທີ່ດີໃນການປະຕິບັດ ລະບຽບວິໄນຂອງກອງທັບ ກໍຄື ຂອງກົມກອງຢ່າງເຂັ້ມງວດ, ນໍາ ເອົາບົດຮຽນຕ່າງໆ ທີ່ໄດ້ຮໍ່າຮຽນ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ ວຽກງານວິຊາສະເພາະ, ມີແບບ ແຜນວິທີເຮັດວຽກ ກໍຄື ແບບແຜນ ດໍາລົງຊີວິດໃຫ້ມີການພັດທະນາດີ ຂຶ້ນ ເພື່ອປະກອບສ່ວນສ້າງກອງ ທັບ ໃຫ້ມີແບບແຜນທັນສະໄໝຢ່າງ ບໍ່ຢຸດຢັ້ງ. ຂ່າວ: ຈອນນີ້ ອິນທະວົງ ການເພີ່ມທະວີການຮ່ວມມືທາງ ດ້ານອາກອນ; ການລະດົມງົບປະ ມານພາຍໃນ; ການພັດທະນາອຸດ ສາຫະກໍາ ເເລະ ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ເເລະກາງ. ນອກນັ້ນ, ທ່ານຍັງໄດ້ນໍາສະເໜີຕໍ່ທີ່ປະຊຸມ ກ່ຽວກັບການກະກຽມໃຫ້ແກ່ການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026 ແລະ ໄດ້ຮຽກຮ້ອງໃຫ້ບັນດາປະ ເທດຄູ່ຮ່ວມພັດທະນາ ແລະ ວົງຄະ ນະຍາດສາກົນ ຈົ່ງສືບຕໍ່ໃຫ້ການສະ ໜັບສະໜູນ ແລະ ການຊ່ວຍເຫລືອ ບັນດາປະເທດດ້ອຍພັດທະນາ ໂດຍ ການສ້າງສູນປະຊາສໍາພັນດ້ານ ການລົງທຶນສໍາລັບປະເທດ ດ້ອຍພັດ ທະນາ; ການເຂົ້າເຖິງເເຫລ່ງທຶນ ເເລະ ການຍຶດໝັ້ນຕໍ່ພັນທະຂອງຕົນ ໃນການສະໜອງທຶນຊ່ວຍເຫລືອລ້າ ເພື່ອການພັດທະນາ ໃຫ້ເເກ່ບັນດາ ປະເທດດ້ອຍພັດທະນາ. ໃນວັນດຽວກັນ, ທ່ານ ນາງ ມຸກ ດາວັນ ສີສຸລິດ ຫົວໜ້າກົມອົງການ ຈັດຕັ້ງສາກົນ, ກະຊວງການຕ່າງ ປະເທດ ໄດ້ເປັນປະທານຮ່ວມກອງ ປະຊຸມປິ່ນອ້ອມລະດັບສູງພາຍໃຕ້ ຫົວຂໍ້ “ການສ້າງຄວາມເຂັ້ມເເຂງ: ການເງິນດ້ານການປ່ຽນເເປງດິນ ຟ້າອາກາດ ເພື່ອການພັດທະນາທີ່ ຍືນຍົງ” ຮ່ວມກັບ ຮອງລັດຖະມົນຕີ ກະຊວງການເງິນຂອງ ເນປານ ແລະ ບັງກາລາເທດ. ກອງປະຊຸມ ຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລື ເເລະ ແລກປ່ຽນປະສົບການ ກ່ຽວກັບ ການສະໜອງທຶນເພື່ອຮັບມືກັບ ບັນຫາການປ່ຽນເເປງຂອງດິນຟ້າ ອາກາດ ພາຍຫລັງການຫລຸດພົ້ນ ອອກຈາກສະຖານະພາບປະເທດ ດ້ອຍພັດທະນາ. ໃນວັນທີ 2 ກໍລະກົດ 2025, ຄະນະຜູ້ແທນ ທາງການ ຂອງ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາຄັ້ງທີ 4 ພາກ ອະພິປາຍທົ່ວໄປ ແລະ ກອງປະຊຸມ ຂັ້ນສູງປິ່ນອ້ອມກອງປະຊຸມ ເປັນ ຕົ້ນ ທ່ານ ອານຸພາບ ວົງໜໍ່ເເກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ເຂົ້າຮ່ວມກອງປະຊຸມ ຂັ້ນລັດຖະມົນຕີ ສຳລັບບັນດາປະ ເທດບໍ່ມີຊາຍແດນຕິດທະເລ ໂດຍ ການເປັນປະທານຮ່ວມຂອງ ທ່ານ ນາຍົກລັດຖະມົນຕີ ໂບລິວີ ເເລະ ທ່ານຮອງເລຂາທິການໃຫຍ່ ສປຊ. ສປປ ລາວ ໄດ້ປະກອບຄຳເຫັນຕໍ່ ກອງປະຊຸມຍົກໃຫ້ເຫັນສິ່ງທ້າທາຍ ຂອງປະເທດບໍ່ມີຊາຍແດນຕິດທະ ເລໂດຍສະເພາະສປປລາວໃນດ້ານ ໂຄງສ້າງ ແລະ ພູມສັນຖານຂອງ ປະເທດ ທີ່ຍັງຖ່ວງດຶງການເຊື່ອມ ໂຍງດ້ານການຄ້າ ແລະ ເສດຖະກິດ ຂອງປະເທດບໍ່ມີຊາຍແດນຕິດທະ ເລ ເຂົ້າກັບພາກພື້ນ ແລະ ສາກົນ. ພ້ອມນັ້ນ, ຍັງຍົກໃຫ້ເຫັນຄວາມພະ ຍາຍາມຂອງ ສປປ ລາວ ໃຫ້ການ ຫັນປະເທດຈາກປະເທດບໍ່ມີຊາຍ ແດນຕິດທະເລ ເປັນປະເທດເຊື່ອມ ຈອດ ພາກພື້ນ ແລະ ສາກົນ ເປັນຕົ້ນ ຈາກໂຄງການທາງລົດໄຟ ລາວຈີນ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງ ເພີ່ມທະວີການຮ່ວມມື ແລະ ການ ຊ່ວຍເຫລືອຈາກສາກົນ ໃນການ ເຂົ້າເຖິງທຶນຮອນ, ການຊ່ວຍເຫລືອ ດ້ານວິຊາການແລະການຊ່ວຍເຫລືອ ທາງດ້ານການຄ້າແກ່ປະເທດ ບໍ່ມີ ຊາຍແດນຕິດທະເລ ໃຫ້ຫລາຍຂຶ້ນ. ພ້ອມກັນນີ້, ຄະນະຜູ້ແທນທາງ ການລາວ ຍັງໄດ້ພົບປະສອງຝ່າຍ ກັບປະເທດປ໋ອກຕຸຍການ ແລະ ປະ ເທດ ເຢຍລະມັນ ເພື່ອປຶກສາຫາລື ການຮ່ວມມືໃນຂອບສອງຝ່າຍ ແລະ ໃນຂອບຫລາຍຝ່າຍ ໂດຍຜ່ານ ອົງການສະຫະປະຊາຊາດ, ພ້ອມ ທັງປຶກສາຫາລື ບັນຫາທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ. ໃນວັນທີ 3 ກໍລະກົດ 2025, ກອງປະຊຸມ ສາກົນວ່າດ້ວຍການ ສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ໄດ້ອັດລົງ ດ້ວຍຜົນສຳເລັດ ອັນຈົບງານ ແລະ ສາມາດຮັບຮອງ ເອົາ ເອກະສານຄວາມໝາຍໝັ້ນ ເຊວິລ ເຊິ່ງຈະເປັນບ່ອນອີງໃຫ້ແກ່ ປະເທດສະມາຊິກ ອົງການສະຫະ ປະຊາຊາດ ໃນທົດສະວັດຕໍ່ໜ້າ ເພື່ອ ສືບຕໍ່ຮ່ວມມື ລະດົມຂົນຂວາຍທຶນ ເຂົ້າໃນການຮ່ວມມືເພື່ອການພັດ ທະນາໂດຍລວມຂອງສາກົນ ໃຫ້ ນັບມື້ນັບຫລາຍຂຶ້ນ ແລະ ມີປະສິດ ທິຜົນຍິ່ງໆຂຶ້ນ. ເອກະສານຄວາມໝາຍໝັ້ນ ເຊວິລ ເປັນເອກະສານສາກົນໜຶ່ງ ທີ່ສຳຄັນ ມີໄລຍະຈັດຕັ້ງປະຕິບັດ ໜຶ່ງທົດສະວັດ ກໍຄື ແຕ່ປີ 20252035, ມີຈຸດປະສົງເພື່ອສະໜອງ ທຶນໃຫ້ແກ່ການພັດທະນາຂອງສາ ກົນ ໂດຍຜ່ານການປະຕິຮູບໂຄງ ສ້າງການເງິນສາກົນ, ການຮ່ວມມື ດ້ານອາກອນ, ການສົ່ງເສີມນະໂຍ ບາຍພາຍໃນ, ການລະດົມຂົນຂວາຍ ພາກເອກະຊົນ, ການສະໜັບສະໜູນ ຈຸນລະວິສາຫະກິດ, ວິສາຫະກິດຂະ ໝາດນ້ອຍ ແລະ ກາງ, ການຢ້ຳຄືນ ຄວາມສຳຄັນຂອງທຶນຊ່ວຍເຫລືອ ເພື່ອການພັດທະນາ ແລະ ການສະ ໜັບສະໜູນບົດບາດຂອງ ສປຊ, ຮຽກຮ້ອງຍົກເລີກມາດຕະການ ບີບບັງຄັບຝ່າຍດຽວ ແລະ ການ ສ້າງຄວາມເຂັ້ມແຂງວຽກງານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳເພື່ອຫລຸດຜ່ອນຄວາມ ແຕກໂຕນ ດ້ານການພັດທະນາຂອງ ບັນດາປະເທດໃນໂລກ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາ ກັດ, ບໍລິສັດ ພົງສະຫວັນ ທ່ອງທ່ຽວ ຈໍາກັດ, ບໍລິສັດ ເຈຍທາຍ ຈໍາກັດ ແລະ ບໍລິສັດ ທ່ອງທ່ຽວເອບີລາວ ຈໍາກັດ ໂດຍມີ ທ່ານ ຈາງມີປ່ຽວ ຫົວໜ້າຫ້ອງການຄຸ້ມຄອງການ ຕະຫລາດທ່ອງທ່ຽວ ພະແນກການ ທ່ອງທ່ຽວແຂວງກຸຍໂຈວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຈາງມີປ່ຽວ ໄດ້ໃຫ້ຮູ້ວ່າ: ກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວ ແຂວງກຸຍໂຈວ ແລະ ບໍລິສັດທ່ອງ ທ່ຽວຈາກ ສປປ ລາວ, ໄທ ແລະ ມາ ເລເຊຍ ໃນຄັ້ງນີ້, ເພື່ອສໍາຫລວດ ເສັ້ນທາງການທ່ອງທ່ຽວ, ສະຖານ ທີ່ທ່ອງທ່ຽວຕ່າງໆພາຍໃນແຂວງ ເຊັ່ນ: ສະຖານທີ່ທ່ອງທ່ຽວທາງທໍາ ມະຊາດ, ປະຫວັດສາດ ແລະ ວັດ ທະນະທໍາ ເປັນຕົ້ນ ສະຖານທີ່ຖ່າຍ ທໍາຮູບເງົາ ຂອງລາຊະວົງຮ້ັນ ຢູ່ ເມືອງຊຽງຕົງນານ, ສະຖານທີ່ທ່ອງ ທ່ຽວບ້ານຊົນເຜົ່າມົ້ງ ເຊິ່ງເປັນຊົນ ເຜົ່າທີ່ອາໄສຢູ່ເປັນເວລາ 600 ກວ່າປີ ແລະ ໄດ້ເປີດເປັນສະຖານທີ່ ທ່ອງທ່ຽວໃນປີ 2009, ນໍ້າຕົກຕາດ ຫວງກູສື, ຂົວປ່າຫລິນ ຈາກກຸຍ ໂຈວ ຫາ ຄຸນໝິງ ເຊິ່ງມີຄວາມສູງ ເສົາທາງຕາເວັນຕົກ 186 ແມັດ, ເສົາທາງຕາເວັນຕົກ201ແມັດສ້າງ ຂຶ້ນໃນປີ 2005 ແລະ ສໍາເລັດໃນ ປີ 2009, ພາຍໃນຂົວມີຈຸດຊົມທິວ ທັດທໍາມະຊາດທີ່ສວຍສົດງົດງາມ ມີຄວາມຍາວ 1.088 ແມັດ ເມືອງ ອັນຊູນ, ເມືອງບູຮານຝູຫລົງຈ່ຽນ, ຕະຫລາດກາງຄືນຢູ່ເມືອງເກົ່າກຸຍ ຢາງ ມີຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ 3.000 ຮ້ານ ເພື່ອ ບໍລິສັດທ່ອງທ່ຽວ ໄດ້ແລກປ່ຽນ ໂຄສະນາການທ່ອງທ່ຽວຮ່ວມກັນ ແລະ ຕ່າງຝ່າຍໄດ້ສ້າງກິດຈະກໍາ ລາຍການທ່ອງທ່ຽວ ພານັກທ່ອງ ທ່ຽວມາສໍາຜັດບັນຍາກາດທີ່ສົດ ຊື່ນ, ອາຫານທີ່ເປັນເອກະລັກ, ໄດ້ ເຫັນວິຖີຊີວິດ, ຮີດຄອງປະເພນີ ຂອງບັນດາເຜົ່າຢູ່ແຂວງກຸຍໂຈວ ເຊິ່ງມີທັງໝົດ 48 ຊົນເຜົ່າ. ໃນນັ້ນ, ສ່ວນຫລາຍແມ່ນຊົນເຜົ່າມົ້ງ. ທ່ານ ຈາງມີປ່ຽວ ຍັງໄດ້ກ່າວ ອີກວ່າ: ປັດຈຸບັນ, ການເດີນທາງ ເຂົ້າໄປສະຖານທີ່ທ່ອງທ່ຽວຕ່າງ ພາຍໃນແຂວງແລະ ເສັ້ນທາງເຊື່ອມ ຕໍ່ລະຫວ່າງແຂວງກຸຍໂຈວ ຫາ ແຂວງອື່ນກໍມີຄວາມສະດວກສະ ບາຍແລະ ມີຫລາຍທາງເລືອກເຊັ່ນ: ທາງລົດໄຟຄວາມໄວສູງ, ທາງ ດ່ວນ ແລະ ທາງສາຍການບິນ ເຊິ່ງ ມີເສັ້ນທາງການບິນໂດຍກົງຈາກ ກຸຍໂຈວ ໄປ 10 ປະເທດ ແລະ ໃນ ທ້າຍປີນີ້ຈະເປີດຕື່ມອີກ 5 ປະເທດ. ສໍາລັບ ແຂວງກຸຍໂຈວ ແລະ ສປປ ລາວ ໃນອະນາຄົດຈະໄດ້ສືບຕໍ່ຮ່ວມ ມືດ້ານດ້ານທ່ອງທ່ຽວໃຫ້ຫລາຍ ຂຶ້ນ, ການໄປມາກໍມີຄວາມສະດວກ ສະບາຍ ເປັນຕົ້ນຂີ່ລົດໄຟຄວາມໄວ ສູງໄປຄຸນໝິງ ແລ້ວຕໍ່ສາຍການບິນ ເຖິງນະຄອນຫລວງວຽງຈັນ ເຊິ່ງ ເປັນທາງເລືອກໜຶ່ງໃຫ້ນັກທ່ອງທ່ຽວ ຈາກສປປລາວແລະນັກທ່ອງທ່ຽວ ຈາກແຂວງກຸຍໂຈວ ໄດ້ມາທ່ອງ ທ່ຽວ ແລະ ສໍາຜັດກັບວັດທະນະທໍາ, ຮີດຄອງປະເພນີ ແລະ ສະຖານທີ່ ທ່ອງທ່ຽວທີ່ສວຍສົດງົດງາມ ເຊິ່ງ ກັນ ແລະ ກັນ. ຂ່າວ-ພາບ: ວີລະວັນ ຍີ່ປຸ່ນ...ີຸ່່ ກົມໃຫຍ່ການເມືອງກອງທັບ...ົ່ືັ ຜູ້ແທນລາວ...ູ້ ກຸຍໂຈວ...ຸ

07/07/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ບກ ພາບປະກອບ ບົດສະເໜີົີ rh v,da ogvq k.9.lj xq dxa dIa dlkla foE{la fxj k grnj v7;k,v5 fq ,lq ,[6 o8ts]vfwx ໂດຍ: ຄຳອ້າຍ ທອງວັນ້ າັ ນ ;y mtpk7kog8a doy ddkomtskogvq k.9.lj lh k' okpmtskogxa ortoa d'koln [mvf.sh ,u 75 ootrk[ *ວິທະຍາຄານເຕັກນິກການ ທະຫານແມ່ນວິທະຍາຄານໜຶ່ງ ຂອງກອງທັບປະຊາຊົນລາວ ເຊິ່ງ ມີພາລະບົດບາດ ແລະ ໜ້າທີ່ເປັນ ເສນາທິການໃຫ້ຄະນະພັກກົມໃຫຍ່ ເຕັກນິກກອງທັບໃນການອົບຮົມ ບຳລຸງກໍ່ສ້າງ, ບຳລຸງນັກວິຊາສະ ເພາະເຕັກນິກລົດ, ເຕັກນິກຍຸດໂທ ແລະ ບຳລຸງເສນາເຕັກນິກເພື່ອ ຕອບສະໜອງໃຫ້ກຳລັງຫລວງກຳລັງທ້ອງຖິ່ນທົ່ວກອງທັບປະຊາ ຊົນລາວ. *ສປປ ລາວ ເປັນປະເທດໜຶ່ງທີ່ ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດຊັບໃນດິນສິນ ໃນນໍ້າ, ມີຊະນິດພັນສັດປ່າ ຫລາຍ ກວ່າ 1.000 ຊະນິດ ແລະ ປາພື້ນ ເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າ ທີ່ຫາຍາກ ແລະ ໃກ້ຈະສູນພັນຂອງ ໂລກ ເຊັ່ນ: ເສົາລາ,ແຮດ, ໝີ, ເມີຍ, ຂະຍຸ, ຊ້າງ, ເສືອໂຄ່ງ,ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດ ອື່ນໆ. ສັດດັ່ງກ່າວແມ່ນມີຄວາມ ສໍາຄັນຕໍ່ການຮັກສາຄວາມອຸດົມ ສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດ ໃນທໍາມະຊາດ, ເປັນມໍລະດົກທາງ ທໍາມະຊາດອັນລໍ້າຄ່າຂອງຊາດ ລາວເຮົາ. ສະນັ້ນ, ເພື່ອເປັນການ ປູກຈິດສຳນຶກ ແລະ ສ້າງຄວາມ ຮັບຮູ້ເຂົ້າໃຈໃຫ້ແກ່ປວງໃນການ ປະກອບສ່ວນປົກປັກຮັກສາ ແລະ ອະນຸລັກສັດນໍ້າ-ສັດປ່າ ທີ່ເປັນມູນ ມໍລະດົກຂອງຊາດລາວໃຫ້ມີຄວາມ ອຸດົມສົມບູນຕະຫລອດໄປນັ້ນ ພັກ ແລະ ລັດຖະບານໄດ້ກຳນົດເອົາ ວັນທີ 13 ກໍລະກົດ ເປັນວັນປ່ອຍ ປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ໂດຍໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ, ວັນສໍາຄັນດັ່ງກ່າວນີ້ ກໍໄດ້ກົງກັບວັນເກີດຂອງປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຊຶ່ງໃນ ແຕ່ລະປີພວກເຮົາກໍໄດ້ພ້ອມກັນຈັດ ກິດຈະກໍາຕ່າງໆ ເພື່ອປູກຈິດສໍາ ນຶກໃຫ້ແກ່ເຍົາວະຊົນ ແລະ ອະນຸ ຊົນຮຸ່ນຫລັງກໍຄືທົ່ວສັງຄົມໃຫ້ເຫັນ ຄວາມສໍາຄັນຂອງການອະນຸລັກ ສັດນໍ້າ-ສັດປ່າ ແນໃສ່ເພີ່ມຄວາມ ອຸດົມສົມບູນໃຫ້ກັບທໍາມະຊາດປົກ ປັກຮັກສາລະບົບນິເວດໃຫ້ມີຄວາມ ສົມດູນ ແລະ ຍືນຍົງ. ພ້ອມດຽວກັນນີ້, ກໍເພື່ອຈາລຶກ ບຸນຄຸນ ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງຂອງປະທານ ສຸພານຸວົງ ທີ່ອຸທິດຕົນໃຫ້ແກ່ພາ ລະກິດແຫ່ງການຕໍ່ສູ້ກູ້ຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດຂອງພວກ ເຮົາ. ໃນປີຜ່ານມາ, ກະຊວງກະ ສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບ ບັນດາອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດຈັດກິດຈະ ກໍາໃນວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ-ສັດປ່າແຫ່ງຊາດ ໂດຍ ມີປະຊາຊົນ, ພໍ່ຄ້າຊາວຂາຍ, ຜູ້ ປະກອບການລວມທັງອົງການຈັດ ຕັ້ງສາກົນທີ່ກ່ຽວຂ້ອງເຂົ້າຮ່ວມ ແລະ ໃຫ້ການສະໜັບສະໜູນແນວ ພັນປາ, ແນວພັນສັດນໍ້າ ແລະ ສັດ ປ່າ ຢ່າງເປັນຂະບວນຟົດຟື້ນ ຊຶ່ງ ຈໍານວນປາ ແລະ ສັດນໍ້າທີ່ໄດ້ປ່ອຍ ຄືນສູ່ທຳມະຊາດມີຈຳນວນຫລາຍ ລ້ານໂຕ ຊຶ່ງມີທັງປະເພດສັດປ່າ ປະເພດນົກ, ສັດເລືອຄານ ແລະ ສັດ ປະເພດອື່ນໆ. ໄລຍະຜ່ານມາ, ລັດຖະບານໄດ້ ມີແນວທາງນະໂຍບາຍທີ່ເໝາະສົມ ໃນການຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ປົກປັກຮັກສາສັດ ນ້ຳ-ສັດປ່າ ໂດຍໄດ້ຜັນຂະຫຍາຍ ອອກເປັນກົດໝາຍວ່າດ້ວຍການ ອະນຸລັກສັດນ້ຳ ແລະ ສັດປ່າ. ຂະນະ ດຽວກັນກໍ່ໄດ້ມີການສົ່ງເສີມໃຫ້ ມີການລ້ຽງ ແລະ ຂະຫຍາຍພັນ ສັດນ້ຳ ແລະ ສັດປ່າ ເພື່ອເພີ່ມ ຈຳ ນວນສັດດັ່ງກ່າວ ໃຫ້ຫລາຍ ຂຶ້ນ, ໄດ້ດຳເນີນການສຶກສາຄົ້ນ ຄວ້າທາງດ້ານວິທະຍາສາດ, ຫລຸດ ຜ່ອນການທຳມາຫາກິນທີ່ນຳໃຊ້ ຊັບພະຍາກອນທຳມະຊາດ ແບບ ບໍ່ຍືນຍົງ, ຟູມເຟືອຍ ແລະ ກໍ່ໃຫ້ ເກີດຜົນກະທົບທາງກົງ ແລະ ທາງ ອ້ອມ. ນອກນັ້ນ ລັດຖະບານຍັງ ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການອະນຸລັກ, ປົກ ປັກຮັກສາ, ລ້ຽງ ແລະ ຂະຫຍາຍ ພັນສັດນ້ຳ ແລະ ສັດປ່າ ເພື່ອປະ ກອບສ່ວນໃນຂະບວນການປົກປັກ ຮັກສາ ແລະ ອະນຸລັກສັດນ້ຳ ແລະ ສັດປ່າ. ປັດຈຸບັນໃນທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດຈໍາ ນວນ 50 ກວ່າແຫ່ງ, ຟາມຜະລິດ ລູກປາ ຂອງເອກະຊົນຫລາຍກວ່າ 100 ກວ່າແຫ່ງ ແລະ ການຜະລິດ ລູກປາແບບຄອບຄົວມີ 300 ກວ່າ ແຫ່ງ ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານຈໍານວນ 300 ລ້ານກວ່າໂຕ (ສະໜອງໄດ້ ກວ່າ 70% ຂອງແຜນການ), ມີ ຟາມລ້ຽງສັດປ່າ, ສູນຂະຫຍາຍ ພັນສັດປ່າຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວ ໄດ້ຄົ້ນຄວ້າ ທົດລອງລ້ຽງ ແລະ ຂະຫຍາຍພັນ ສັດປ່າ ແລະ ປາພື້ນເມືອງໄດ້ຫລາຍ ຊະນິດ, ທົ່ວປະເທດມີວັງສະຫງວນ ປາ ຈໍານວນ 1.000 ກວ່າວັງ, ໃນ ນັ້ນ ມີຄະນະຄຸ້ມຄອງວັງສະຫງວນ ແລ້ວ 819 ວັງ ແລະ ມີເຂດອະນຸລັກ ພັນສັດປ່າແຫ່ງຊາດ 1 ເຂດ. ການປ່ອຍສັດນ້ຳ-ສັດປ່າ ຄືນ ສູ່ທຳມະຊາດ ແມ່ນເປັນການປູກ ຈິດສຳນຶກໃຫ້ທຸກພາກສ່ວນທົ່ວ ສັງຄົມຮັບຮູ້ການສ້າງຄັງອາຫານ ຢູ່ໃນທໍາມະຊາດ, ທັງເຫັນໄດ້ ຄວາມສຳຄັນການອະນຸລັກສັດ ນ້ຳ-ສັດປ່າ, ຄືນຄວາມອຸດົມສົມບູນ ລົງສູ່ແຫລ່ງນໍ້າທຳມະຊາດ, ຄືນຈໍາ ນວນປະຊາກອນສັດນ້ຳ-ສັດປ່າ ໃຫ້ ຫລາຍຂຶ້້ນ. ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ຮອງອໍານວຍການ ຫົວໜ້າຫ້ອງອົບຮົມ ໄດ້ໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາທຸກຂັ້ນໃນ ວິທະຍາຄານເຕັກນິກການທະຫານ ໄດ້ຖືສໍາຄັນໃນການສຶກສາອົບຮົມ ການເມືອງນໍາພາແນວຄິດໃຫ້ພະ ນັກງານ, ຄູອາຈານ ນັກສຶກສາ ແຕ່ລະເປົ້າໝາຍຢ່າງເປັນປົກກະຕິ ດ້ວຍຫລາຍຮູບການ, ວິທີການທີ່ ແຕກຕ່າງກັນ ໂດຍຖືເອົາໜ້າທີ່ການ ເມືອງ ແລະ ຄວາມຮັບຜິດຊອບ ຕົວຈິງຂອງແຕ່ລະອົງການແຕ່ລະ ເປົ້າໝາຍເປັນມາດຖານໃນການ ສຶກສາອົບຮົມ, ຫັນທຸກການເຄື່ອນ ໄຫວວຽກງານ, ການດໍາລົງຊີວິດ ແລະ ການຄົ້ນຄວ້າຮໍ່າຮຽນເຂົ້າສູ່ ແບບແຜນ, ຄຸ້ມຄອງບໍລິຫານດ້ວຍ ຂໍ້ກຳນົດກົດລະບຽບຂອງກົມກອງ ແລະ 7 ລະບອບ 18 ວຽກຂອງ ກອງທັບວາງອອກ. ສຳລັບໃນສົກຮຽນປີ 20242025 ນີ້ ຈຳນວນນັກສຶກສາ 136 ສະຫາຍ, ຜ່ານການຄົ້ນຄວ້າຮໍ່າຮຽນ ສອບເສັງຈົບວິຊາສອບເສັງຈົບຊັ້ນ ແລະ ປ້ອງກັນບົດສາມາດສະຫລຸບ ໄດ້ວ່າ: ບັນດາສະຫາຍນັກສຶກສາ ໄດ້ມີຄວາມຮູ້ພື້ນຖານທາງດ້ານ ທິດສະດີການເມືອງ, ການທະຫານ ແລະ ກຳແໜ້ນດ້ານວິຊາສະເພາະ, ໄດ້ເສັງຈົບທຸກວິຊາ, ສຳເລັດການ ລົງຝຶກງານ ແລະ ກິດຈະກຳຕ່າງໆ ທີ່ໄດ້ກຳນົດໃນຫລັກສູດເຊິ່ງຜົນ ໄດ້ຮັບຕົວຈິງສະແດງອອກຄື: ນັກ ສຶກສາປະລິນຍາຕີຄະແນນສະເລ່ຍ ຕະຫລອດໄລຍະສຶກສາຮໍ່າຮຽນ 5 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊັ້ນ ຄື: ນັກ ສຶກສາປະລິນຍາຕີເຕັກນິກລົດໂອໂຕ ການທະຫານຈໍານວນພົນທັງໝົດ 24 ສະຫາຍ ລະດັບ B+: 6 ສະຫາຍ, ລະດັບ B: 17 ສະຫາຍ, ລະດັບ C: 1 ສະຫາຍ ກວມເອົາ 4%; ນັກ ສຶກສາປະລິນຍາຕີເຕັກນິກຍຸດໂທ ຈໍານວນພົນທັງໝົດ 25 ສະຫາຍ, ລະດັບ B+: 5 ສະຫາຍ, ລະດັບ B: 20 ສະຫາຍ; ປະລິນຍາຕີຕໍ່ເນື່ອງລົດ ໂອໂຕການທະຫານຄະແນນສະເລ່ຍ ຕະຫລອດໄລຍະສຶກສາຮໍ່າຮຽນ 2 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກ ສຶກສາປະລິນຍາຕິຕໍ່ເນື່ອງເຕັກນິກ ລົດໂອໂຕການທະຫານຈໍານວນພົນ ທັງໝົດ 20 ສະຫາຍ ລະດັບ B: 6 ສະຫາຍ, ລະດັບ B 14 ສະຫາຍ, ນັກສຶກສາເຕັກນິກຍຸດໂທຊັ້ນສູງ ຕໍ່ເນື່ອງຄະແນນສະເລ່ຍຕະຫລອດ ໄລຍະການສຶກສາຮໍ່າຮຽນ 1 ປີ ແລະ ສອບເສັງຈົບຊັ້ນວິຊາການ ເມືອງ, ປ້ອງກັນບົດຈົບຊັ້ນຄື: ນັກ ສຶກສາຊັ້ນສູງຕໍ່ເນື່ອງເດັກນົກຍຸດໂທ ຈໍານວນພົນທັງໝົດ 19 ສະຫາຍ ກວມເອົາ 47%; ນັກສຶກສາຊັ້ນກາງ ຄະແນນສະເລ່ຍຕະຫລອດໄລຍະ ສຶກສາຮໍ່າຮຽນອປີ ແລະ ສອບເສັງ ຈົບຊັ້ນວິຊາການເມືອງ, ວິຊາ ສະເພາະຄື: ນັກສຶກສາເຕັກນິກລົດ ໂອໂຕ ຈໍານວນພົນທັງໝົດ 24 ສະຫາຍ ກວມເອົາ 29%, ນັກສຶກສາ ເຕັກນິກຍຸດໂທ ຈໍານວນພົນທັງໝົດ 24 ສະຫາຍ. ສັງລວມແລ້ວ, ຕະຫລອດໄລຍະ ຜ່ານມາ ຜ່ານການອົບຮົມບຳລຸງ ກໍ່ສ້າງສາມາດຮັບປະກັນໄດ້ທາງ ດ້ານເນື້ອໃນທິດສະດີ ແລະ ພາກ ປະຕິບັດຕົວຈິງເຊິ່ງມັນສະແດງ ອອກໃນເວລາທີ່ນັກສຶກສາ, ນັກ ຝຶກອົບຮົບແຕ່ລະລຸ້ນທີ່ຈົບອອກໄປ ແມ່ນສາມາດນຳເອົາບົດຮຽນດັ່ງ ກ່າວໄປໝູນໃຊ້ຢູ່ພາຍໃນກົມກອງ ຂອງຕົນໃຫ້ມີປະສິດທິພາບສູງ ເພື່ອປະກອບສ່ວນໃນການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ສ້າງກອງທັບໃຫ້ ມີຄວາມໜັກແໜ້ນເຂັ້ມແຂງທາງ ດ້ານປະລິມານ ແລະ ຄຸນນະພາບ.

RkJQdWJsaXNoZXIy MTc3MTYxMQ==