KPL
ເຈົ້າໜ້າທີ່ກູ້ໄພ ສະຫະລັດ ອາເມລິກາ ຫລາຍຮ້ອຍຄົນ ພວມເລັ່ງ ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ນ້ຳຖ້ວມ ກະທັນຫັນ ທາງພາກກາງ ລັດເທັກຊັດ ຂອງ ສ.ອາເມລິກາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 78 ຄົນ ໃນນີ້ເປັນເດັກນ້ອຍ 28ຄົນ ແລະ ມີຜູ້ສູນຫາຍ ຫລາຍກວ່າ 40ຄົນ.
ຂປລ.ຕາມຂ່າວຈາກ ລັດເທັກຊັດ,ເຈົ້າໜ້າທີ່ກູ້ໄພ ສະຫະລັດ ອາເມລິກາ ຫລາຍຮ້ອຍຄົນ ພວມເລັ່ງ ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພ ນ້ຳຖ້ວມ ກະທັນຫັນ ທາງພາກກາງ ລັດເທັກຊັດ ຂອງ ສ.ອາເມລິກາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 78 ຄົນ ໃນນີ້ເປັນເດັກນ້ອຍ 28ຄົນ ແລະ ມີຜູ້ສູນຫາຍ ຫລາຍກວ່າ 40ຄົນ. ປະຊາຊົນ ຫລາຍກວ່າ 850ຄົນ ຖືກຍົກຍ້າຍ ອອກຈາກ ພື້ນທີ່ ປະສົບໄພ ຫລັງຈາກ ລະດັບນ້ຳ ເພີ່ມຂຶ້ນ ຢ່າງວ່ອງໄວ ປະມານ 8 ແມັດ ຈາກນັ້ນ ນ້ຳປ່າໄຫລ ເຂົ້າຖ້ວມ ເຂດທີ່ຢູ່ອາໄສ ຂອງປະຊາຊົນ.ຂະນະເກີດເຫດ ມີເດັກ ແລະ ເຍົາວະຊົນ ເຂົ້າຄ່າຍ ປະມານ 750ຄົນ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ຍັງສືບຕໍ່ ໃຫ້ການຊ່ວຍເຫລືອ ຜູ້ປະສົບໄພຄັ້ງນີ້ ຢ່າງຮີບດ່ວນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL