KPL
ຂປລ. ກອງປະຊຸມພົບປະນັກທຸລະກິດລາວ-ຈີນ ໄດ້ຈັດຂຶ້ນວັນທີ 2 ກໍລະກົດ 2025 ທີ່ນະ ຄອນຫລວງວຽງຈັນ ເພື່ອພົບປະແລກປ່ຽນຂໍ້ມູນ ທາງດ້ານການຄ້າ-ການລົງທຶນ ກໍຄື ການຊື້-ຂາຍ, ການຊອກຫາຕະຫລາດ ເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ປະກອບການຂອງສອງປະເທດ ແນໃສ່ສ້າງເງື່ອນໄຂ ໃນການເພີ່ມທະວີການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ລາວ-ຈີນ

ຂປລ. ກອງປະຊຸມພົບປະນັກທຸລະກິດລາວ-ຈີນ ໄດ້ຈັດຂຶ້ນວັນທີ 2 ກໍລະກົດ 2025 ທີ່ນະ ຄອນຫລວງວຽງຈັນ ເພື່ອພົບປະແລກປ່ຽນຂໍ້ມູນ ທາງດ້ານການຄ້າ-ການລົງທຶນ ກໍຄື ການຊື້-ຂາຍ, ການຊອກຫາຕະຫລາດ ເຊິ່ງກັນ ແລະ ກັນ ລະຫວ່າງ ຜູ້ປະກອບການຂອງສອງປະເທດ ແນໃສ່ສ້າງເງື່ອນໄຂ ໃນການເພີ່ມທະວີການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ ລາວ-ຈີນ ໂດຍມີ ທ່ານ ນາງ ໂລ ຢຽນຜິງ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ ໂຢຈຽນ ເຂດກ່າວຊິງ ເມືອງຢູ້ຊີ ສປ ຈີນ, ພ້ອມດ້ວຍຜູ້ຕາງໜ້າບໍລິສັດຕ່າງໆ ທັງຝ່າຍລາວ ແລະ ຈີນ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ນາງ ໂລຢຽນຜິງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນເວທີໜຶ່ງທີ່ມີຄວາມສຳ ຄັນ ໃນການເສີມຂະຫຍາຍສາຍພົວພັນ ຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດ ລາວ-ຈີນ ໂດຍສະເພາະການສະໜອງ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວ ກັບການຄ້າ-ການລົງທຶນ ຂອງບັນດານັກທຸລະກິດລາວ-ຈີນ ເພື່ອເຊື່ອມໂຍງ ແລະ ແບ່ງປັນແນວຄວາມຄິດ ໃນຊຸກຍູ້ການພັດທະນາ ທາງດ້ານການຄ້າ ແລະ ອຸດສາຫະກຳ ລະຫວ່າງລາວ-ຈີນ. ການພົບປະຄັ້ງນີ້, ບັນດາຜູ້ປະກອບການ, ໄດ້ຜັດປ່ຽນກັນນຳສະເໜີ ຜະລິດຕະພັນຂອງຕົນ, ທັດສະນະກ່ຽວກັບສະພາບ ການຮ່ວມມືດ້ານອຸດສາ ຫະກຳ ແລະ ການຄ້າໃນປັດຈຸບັນ, ແບ່ງປັນຜົນສຳເລັດຂອງພວກເຂົາເຈົ້າ ໃນຂົງເຂດຕ່າງໆເຊັ່ນ: ການປະດິດສ້າງເຕັກໂນໂລຊີ, ການຂະຫຍາຍຕະຫລາດ, ການຮ່ວມມືສາກົນ ເຊິ່ງໄດ້ສະເໜີຄວາມເຂົ້າໃຈທີ່ມີຄຸນຄ່າ ແລະ ກະຕຸ້ນການສົນທະນາກ່ຽວກັບ ການຮ່ວມມືລາວ-ຈີນ ເປີດເສັ້ນທາງໃໝ່ສຳລັບການຮ່ວມມື ດ້ານເສດຖະກິດ ແລະ ການຄ້າ ເພື່ອເປັນພື້ນຖານໃຫ້ແກ່ ການຮ່ວມມືໃນອະນາຄົດ.

ຂ່າວ: ກິດຕາ
ພາບ: ເກດສະໜາ
KPL