KPL
ຂປລ. ພິທີ ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ຢູ່ເມືອງແປກ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ກ່າວມອບໂດຍ ທ່ານ ຈາງ ຫົງຢວນ ຫົວໜ້າຫ້ອງການ ຜູ້ຕາງໜ້າ ບໍລິສັດ AVIC INTL ສປ ຈີນ

ຂປລ. ພິທີ ມອບ-ຮັບ ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ຈັດຂຶ້ນໃນວັນທີ 2 ມິຖຸນາ 2025 ຢູ່ເມືອງແປກ ແຂວງຊຽງຂວາງ ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ກ່າວມອບໂດຍ ທ່ານ ຈາງ ຫົງຢວນ ຫົວໜ້າຫ້ອງການ ຜູ້ຕາງໜ້າ ບໍລິສັດ AVIC INTL ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພົນຕີ ຄໍາເຫລັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີບັນດາຜູ້ຕາງໜ້າຈາກ 4 ກົມໃຫຍ່ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ, ກອງບັນຊາການ ທະຫານແຂວງຊຽງຂວາງ, ແຂວງຫົວພັນ, ບັນດາບໍລິສັດ ສາຍການບິນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ຈາງ ຫົງຢວນ ໄດ້ໃຫ້ຮູ້ວ່າ: ໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ໄດ້ເລີ່ມລົງມືກໍ່ສ້າງນັບແຕ່ປີ 2024 ໂດຍແມ່ນ ບໍລິສັດ AVIC INTL ສປ ຈີນ ໄດ້ຮັບການຄັດເລືອກໃຫ້ດໍາເນີນການອອກແບບ ແລະ ກໍ່ສ້າງ, ມາຮອດປັດຈຸບັນ ໄດ້ສໍາເລັດຕາມແຜນການ ເຊິ່ງເປັນການປັບປຸງໂສມໜ້າ ຂອງສະໝາມບິນ. ໃນນັ້ນ, ໄດ້ມີການສ້ອມແປງ ແລະ ຂະຫຍາຍທາງແລ່ນໃຫ້ກວ້າງອອກ ສາມາດຮັບນໍ້າໜັກໄດ້ຫລາຍຂຶ້ນ, ມີຄວາມປອດໄພ ແລະ ມີມາດຕະຖານດ້ານຄຸນນະພາບສູງຂຶ້ນ.
ໝາກຜົນ ຂອງໂຄງການສ້ອມແປງ ແລະ ປັບປຸງສະໝາມບິນ ທົ່ງໄຫຫີນ-ຊຽງຂວາງ ໄລຍະທີ 1 ແມ່ນຢັ້ງຢືນໃຫ້ເຫັນເຖິງນໍ້າໃຈ ສາມັກຄີອັນບໍລິສຸດຜຸດຜ່ອງ ຂອງການນໍາສອງປະເທດ ໃນການເປັນເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມຊະຕາກຳຢ່າງແທ້ຈິງ. ປັດຈຸບັນກໍາລັງ ຢູ່ໃນຂັ້ນຕອນປະເມີນ ຄວາມພ້ອມໃນການປັບປຸງ ໄລຍະທີ 2.
ຂ່າວ: ວິໄລພອນ
KPL