ພ້ອມກັນເອົາໃຈໃສ່ສົ່ງເສີມ ແລະ ພັດທະນາເດັກລາວໃນທຸກດ້ານ

03/06/2025 09:22
Email Print 214
KPL ວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ເດັກ.

     *ວັນທີ 1 ມິຖຸນາ ເປັນວັນເດັກນ້ອຍສາກົນ ແລະ ຢຸດຕິການໃຊ້ຄວາມຮຸນແຮງຕ່ໍເດັກ. ສຳລັບ ສປປ ລາວ ພວກເຮົາຍັງໄດ້ກຳນົດ ວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ເຊິ່ງທົ່ວປະເທດໄດ້ພ້ອມກັນສະເຫລີມສະຫລອງວັນສຳຄັນດັ່ງກ່າວ ເພື່ອສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ແລະ ຄວາມເອົາໃຈໃສ່ຂອງພັກ-ລັດ ໃນການສົ່ງເສີມການພັດທະນາແບບຍືນຍົງ ຜ່ານການປົກປ້ອງສິ່ງແວດລ້ອມ ແລະ ການລົງທຶນໃນອະນາຄົດຂອງຊາດຄືເດັກທຸກຄົນ; ພ້ອມທັງເປັນການສອນໃຫ້ເດັກເຂົ້າໃຈຄວາມສຳຄັນຂອງສິ່ງແວດລ້ອມ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ສະນັ້ນ, ພັກ ແລະ ລັດຖະບາຈຶ່ງໄດ້ເອົາໃຈໃສ່ໃນການຄຸ້ມຄອງ, ພັດທະນາ ແລະ ສົ່ງເສີມວຽກງານແມ່ ແລະ ເດັກໃນຂອບເຂດທົ່ວປະເທດດ້ວຍການສົ່ງເສີມສຸຂະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ ແລະ ເດັກ ຕິດພັນກັບການສຶກສາອົບຮົມ, ພັດທະນາເດັກຢ່າງຮອບດ້ານຕາມແນວທາງນະໂຍບາຍຂອງພັກ-ລັດ.

    ວັນເດັກສາກົນ ວັນທີ 1 ມິຖຸນາ ໄດ້ເລີ່ມຕົ້ນຂຶ້້ນໃນກອງປະຊຸມໂລກພາຍໃຕ້ຫົວຂໍ້: ເພື່ອຄວາມຢູ່ດີກິນດີຂອງເດັກ (world conference wellbeing for children) ຊຶ່ງຈັດຂຶ້ນທີ່ນະຄອນເຈນີິວາ, ປະເທດສະວິດ ຈຸດປະສົງເພື່ອສົ່ງເສີມສິດທິເດັກ ແລະ ຄຸ້ມຄອງຄວາມປອດໄພຂອງເດັກ, ຕໍ່ມາໃນປີ 1950 ວັນທີ 1 ມິິຖຸນາ ໄດ້ຖືກກໍານົດໃຫ້ເປັນວັນເດັກສາກົນ ຊຶ່ງຫລາຍປະເທດໄດ້ມີການຈັດຕັ້ງສະເຫລີມສະຫລອງວັນ ດ່ັງກ່າວ ເພ່ືອສະແດງເຖິງຄວາມເອົາໃຈໃສ່ຕໍ່ສິດທິຂອງເດັກ, ການມີສ່ວນຮ່ວມ, ການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນຢູ່ທີ່ດີໃຫ້ເດັກ, ເປີດໂອກາດ ແລະ ສະໜັບສະໜູນໃຫ້ເດັກໄດ້ມີໂອກາດສະແດງພອນສະຫວັນ, ທ່າແຮງບົ່ມຊ້ອນ, ຂີດຄວາມສາມາດ ແລະ ການຮັບຟັງສຽງຂອງເດັກອີກດ້ວຍການສະເຫລີມສະຫລອງວັນດັ່ງກ່າວ ຍັງ ເປັນການໂຄສະນາປູກຈິດສຳນຶກໃຫ້ຄອບຄົວບຸກຄົນສໍາຄັນ ແລະ ສັງຄົມຮັບຮູ້ໄດ້ທັດສະນະ, ແນວຄວາມຄິດ ແລະ ບັນຫາທີ່ເປັນຜົນກະທົບກັບເດັັກ, ທັງເປັນການເຕືອນຄືນອີກຄັ້ງ ເຖິງຄວາມສໍາຄັນຂອງການລົງທຶນໃສ່ເດັກ, ການສ້າງສະພາບແວດລ້ອມທີ່ເປັນມິດ ແລະ ການສ້າງຄວາມເຂັ້ມແຂງໃຫ້ເດັກທາງດ້ານການສຶກສາ, ການຮັກສາສຸຂະພາບ, ໂພຊະນາການ, ສຸຂະອະນາໄມ, ຂ້ໍມູນຂ່າວສານ ແລະ ການປົກປ້ອງເດັກຈາກທຸກຮູບແບບຂອງຄວາມຮຸນແຮງ, ການກະທໍາສິ່ງລາມົກອະນາຈານຕໍ່ເດັກ, ການ ລ່ວງລະເມີດ, ການຂູດຮີດທາງເພດຜ່ານສື່ອອນລາຍ ແລະ ການກະທຳອື່ນໆທີ່ສົ່ງຜົນກະທົບຕໍ່ເດັກໃນທາງກົງ ແລະ ທາງອ້ອມເພື່ອຮັບປະກັນໃຫ້ເດັກທຸກຄົນມີອະນາຄົດສົດໃສ, ຊີວິດມີຄຸນນະພາບ, ມີຄຸນຄ່າຕໍ່ສັງຄົມ ແລະ ປະເທດຊາດ.

    ຜ່ານມາ, ບັນດາການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ບັນດາການຈັດຕັ້ງ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫລອດເຖິງປະຊາຊົນບັນດາເຜົ່າທຸກທ່ົວໜ້າພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກແຮງຈັດຕັ້ງປະຕິບັດພັນທະສາກົນ, ກົດໝາຍພາຍໃນ ແລະ ບັນດານິຕິກໍາລຸ່ມກົດໝາຍ, ຍຸດທະສາດແຫ່ງຊາດ, ແຜນດໍາເນີນງານແຫ່ງຊາດ ທີ່ກ່ຽວຂ້ອງກັບວຽກງານແມ່ ແລະ ເດັກ ເພື່ອຮັບປະກັນຄວາມຢູ່ລອດ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ການພັດທະນາຜູ້ທີ່ເປັນລູກຫລານຂອງພວກເຮົາໃນມື້ນີ້ ໃຫ້ເປັນໄວເດັກທີ່ເຕັມໄປດ້ວຍຄວາມສຸກ, ສຸຂະພາບແຂງແຮງ, ຄວາມອົບອຸ່ນຈາກພໍ່ແມ່, ການຈັດຕັ້ງ ແລະ ສັງຄົມ. ແນໃສ່ການພັດທະນາເດັກໃຫ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ມີຄວາມຮັບຜິດຊອບສູງ, ມີຄວາມຮູ້, ຄວາມສາມາດເພື່ອເຮັດໜ້າທີ່ເປັນຜູ້ສືບທອດປະຕິບັດສອງໜ້າທ່ີຍຸດທະສາດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວໄປສູ່ເສັ້ນທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝ.

    ເຖິງຢ່າງໃດກໍດີ, ເດັກນ້ອຍໃນວັນນີ້ ຈະເປັນຜູ້ໃຫຍ່ໃນວັນໜ້າ, ຈະເປັນຜູ້ທີ່ສືບທອດພາລະກິດຂອງຊາດ. ສະນັ້ນສິ່ງສຳຄັນທີ່ສຸດຄື: ພໍ່ແມ່, ຜູ້ປົກຄອງ, ຄູ-ອາຈານ, (ໃນກໍລະນີທີ່ເດັກນ້ອຍຫາກຢູ່ໃນໄວຮຽນ) ຕໍ່ມາແມ່ນບຸກຄົນທີ່ສຳຄັນໃດໜຶ່ງທີ່ຢູ່ໃນຄອບຄົວ, ເພາະບຸກຄົນເຫລົ່ານັ້ນຈະໃຫ້ຄໍາຕັກເຕືອນ, ສັ່ງສອນ ແລະ ໃຫ້ຄວາມອົບອຸ່ນ, ເອົາໃຈໃສ່ຕິດຕາມທຸກການເຄື່ອນໄຫວຂອງເດັກ ແລະ ໃຫ້ອະໄພເວລາເດັກເຮັດຜິດພາດ; ພ້ອມທັງສ້າງເດັກເຫລົ່ານັ້ນດ້ວຍຄວາມຮັກ, ຄວາມເອັນດູ ແລະ ປູກຝັງຈິດສຳນຶກໃຫ້ເດັກນ້ອຍທຸກຄົນຮຽນຮູ້ຈາກການສຶກສາ, ການເປັນແບບຢ່າງທີ່ດີໃຫ້ລູກຕົນໂດຍຕ້ອງໝັ່ນສັ່ງສອນ, ຕັກເຕືອນບໍ່ປ່ອຍຕາມໃຈຈົນເກີນໄປ ແລະ ສັ່ງສອນລູກໃຫ້ຮູ້ຈັກການໃຊ້ຊີວິດທີ່ມີຄຸນຄ່າ, ໃຫ້ລູກຮູ້ຈຳແນກອັນໃດດີ ແລະ ອັນໃດບໍ່ດີ, ແຕ່ວ່າໃນເມື່ອລູກຫາກກະທໍາຜິດກໍຕ້ອງ ສັ່ງສອນດ້ວຍຄວາມຈິງໃຈ, ເວົ້າຢ່າງມີເຫດມີຜົນເພື່ອໃຫ້ມີີຄວາມຈື່ຈຳ ແລະ ບໍ່ໃຫ້ເດັກກະທຳຜິດອີກ, ເພາະການສືກສາອົບຮົມ, ບົ່ມສອນລູກຢູ່ເລື້ອຍໆກໍ່ຈະເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈເທື່ອລະໜ້ອຍ. 

KPL

ຂ່າວອື່ນໆ


Top