ຖົ່ວລຽນ ພວມໄດ້ຮັບຄວາມນິຍົມ ຈາກກຸ່ມຜູ້ປູກ ແລະ ຜູ້ບໍລິໂພກ ໃນລາວ

30/04/2025 14:02
Email Print 346
KPL ຂປລ. ປັດຈຸບັນກະສິກອນຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄື ຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກ ນັບມື້ນັບຫລາຍຂຶ້ນ ບວກກັບສະພາບດິນ ຟ້າອາກາດທີ່ເໝາະສົມ, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ



ຂປລ. ປັດຈຸບັນກະສິກອນຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ໄດ້ຫັນມາປູກໝາກຖົ່ວລຽນເພື່ອຈຳໜ່າຍໃຫ້ກັບຜູ້ບໍລິໂພກ ກໍຄື ຕະຫລາດພາຍໃນປະເທດຫລາຍຂຶ້ນ ເນື່ອງຈາກວ່າໝາກຖົ່ວລຽນ ກຳລັງໄດ້ຮັບຄວາມນິຍົມຈາກກຸ່ມຜູ້ບໍລິໂພກ ນັບມື້ນັບຫລາຍຂຶ້ນ ບວກກັບສະພາບດິນ ຟ້າອາກາດທີ່ເໝາະສົມ
, ດິນດີ, ປູກງ່າຍ, ເປັນໝາກໄມ້ທີ່ມີລາຄາສູງ ແລະ ອື່ນໆ ເຮັດໃຫ້ກະສິກອນຫັນມາປູກຖົ່ວລຽນ ເພື່ອຈຳໜ່າຍຫລາຍຂຶ້ນ ເຊັ່ນດຽວກັບ ສວນຖົ່ວລຽນໝອນທອງ ບ້ານ ຫາດເດື່ອ ເມືອງ ແກ້ວອຸດົມ ແຂວງ ວຽງຈັນ ກໍເປັນສວນໜຶ່ງທີ່ເປັນຕົ້ນແບບ ທີ່ປູກຕາມເຕັກນິກ ວິຊາການສາມາດເກັບຜົນຜະລິດໄດ້ພາຍໃນ 4 ປີ.

 
ທ່ານ ນາງ ບຸນລັ່ງ ວໍລະສິງ ເຈົ້າຂອງສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ເມືອງແກ້ວອຸດົມ ແຂວງວຽງຈັນ ​ໄດ້ໃຫ້ສຳພາດຕໍ່​ນັກ​ຂ່າວ​ສໍານັກ​ຂ່າວສານ​ປະ​ເທດ​ລາວ ເມື່ອບໍ່ດົນນີ້ວ່າ: ກ່ອນຈະລົງມືປູກໝາກຖົ່ວລຽນ ຕົນເອງໄດ້ແຮງບັນດານໃຈ ມາຈາກແນວຄິດລິເລີ່ມ ຂອງຜູ້ເປັນພໍ່ ແລະ ພີ່ນ້ອງ ຈາກປະເທດເພື່ອນບ້ານ (ໄທ) ຈຶ່ງເກີດມີຄວາມຄິດຢາກປູກຖົ່ວລຽນ ແລະ ຕັດສິນໃຈລົງມືບຸກເບີກພື້ນທີ່ ຕາມເຕັກນິກວິຊາການ ທີ່ຖືກຕ້ອງ ແລະ ເລີ່ມລົງມືປູກ ໃນປີ
2022 ເຊິ່ງມີເນື້ອທີ່ 4 ເຮັກຕາ, ປູກຖົ່ວລຽນພັນໝອນທອງ ທັງໝົດ 690 ກວ່າຕົ້ນ. ​ໃນ​ປີ 2025 ນີ້, ​ເປັນ​ປີ​ທໍ​າອິດທີ່ເກັບຜົນຜະລິດ ເພື່ອສົ່ງອອກຈຳໜ່າຍ ໃຫ້ກຸ່ມລູກຄ້າ ​ໃນ​ຈໍານວນ 460 ຕົ້ນ ​ແລະ ຄາດວ່າຈະສາມາດເກັບຜົນຜະລິດ ໄດ້ປະມານ 6 ໂຕນ ເພື່ອຈຳໜ່າຍໃຫ້ຕະຫລາດພາຍໃນ.



ທ່ານ ນາງ ບຸນລັ່ງ ວໍລະສິງ ຍັງໃຫ້ຮູ້ອີກວ່າ: ສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ໄດ້ນຳໃຊ້ເຕັກນິກການປູກ
, ການບົວລະບັດຮັກສາ ນັບແຕ່ມື້ປູກ ຈົນຮອດມື້ເກັບຜົນຜະລິດ ທີ່ຖືກຕ້ອງຕາມຫລັກວິຊາການ, ມີລະບົບນ້ຳ, ການໃຫ້ຝຸ່ນຕ່າງໆຢ່າງເປັນລະບົບ, ທັນສະໄໝ ເຊິ່ງປູກ ພາຍໃນ 4 ປີ ກໍສາມາດເກັບຜົນຜະລິດໄດ້ຕາມເປົ້າໝາຍ. ແຕ່ເຖິງຢ່າງໃດກໍຕາມ, ຢາກໃຫ້ພາກລັດ ເຂົ້າມາຊ່ວຍເຫລືອ ບາງດ້ານຕື່ມອີກ ເປັນຕົ້ນ ຈັດຕັ້ງເປັນກຸ່ມຜູ້ປູກຖົ່ວລຽນ, ຊອກຫາແຫລ່ງຕະຫລາດພາຍໃນ ​ແລະ ກ້າວໄປສູ່ການສົ່ງອອກໄປຕ່າງປະເທດ.



ສຳລັບ ທ່ານໃດທີ່ີມີຄວາມຕ້ອງການຢາກປຸກຖົ່ວລຽນ ຫລື ຢາກຮູ້ເຕັກນິກການປຸກ
, ການບົວລະບັນຮັກສາ ສາມາດເຂົ້າມາປຶກສາ ໄດ້ຢູ່ສວນຖົ່ວລຽນໝອນທອງ ບ້ານຫາດເດື່ອ ໄດ້ໂດຍກົງ ຫລື ສາມາດໂທໄດ້ທີ່ເບີ 020 54371466 ໃຫ້ຄຳປຶກສາຟຣີ.



ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top