ລຳເລັດຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ ກົມຈັດຕັ້ງ-ພະນັກງານ ຫສພ

10/04/2025 09:58
Email Print 881
KPL ຂປລ. ຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ປິດລົງດ້ວຍຜົນສໍາເລັດ ພາຍຫລັງ ດຳເນີນ ມາແຕ່ວັນທີ 17-28 ມີນາ 2025 ຜ່ານມາ ​ແລະ ​ໄດ້​ຈັດ​ພິທີ​ປິດ​ຝຶກ​ອົບຮົມ​ ໃນ​ວັນ​ທີ 9 ​ເມສາ 2025



ຂປລ. ຊຸດຝຶກອົບຮົມວຽກງານຈັດຕັ້ງ ໃຫ້ພະນັກງານ-ລັດຖະກອນ ຂອງກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ (ຫສພ) ໄດ້ປິດລົງດ້ວຍຜົນສໍາເລັດ ພາຍຫລັງ ດຳເນີນ ມາແຕ່ວັນທີ
17-28 ມີນາ 2025 ຜ່ານມາ ​ແລະ ​ໄດ້​ຈັດ​ພິທີ​ປິດ​ຝຶກ​ອົບຮົມ​ ໃນ​ວັນ​ທີ 9 ​ເມສາ 2025 ໂດຍມີ ຄະນະກົມ, ນັກວິທະຍາກອນ ຈາກຄະນະຈັດຕັ້ງສູນກາງພັກ,  ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພະ ນັກງານ-ລັດຖະກອນ ກົມຈັດຕັ້ງ-ພະນັກງານ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.

 

ທ່ານ ວັນໄຊ ແພງຊຸມມາ ຮອງຫົວໜ້າຫ້ອງວ່າການສູນກາງພັກ ​ໄດ້​ໃຫ້​ຮູ້ວ່າ: ຊຸດຝຶກອົບຮົມ ໃນຄັ້ງນີ້
, ເປັນຄັ້ງທໍາອິດຖືເປັນບາດກ້າວສໍາຄັນ ເຊິ່ງມັນສະແດງເຖິງຄວາມເອົາໃຈໃສ່ ຂອງຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ທີ່ຖືສໍາຄັນຕໍ່ການກໍ່ສ້າງ, ບຳລຸງ, ຍົກລະດັບໃຫ້ພະນັກງານ-ລັດຖະກອນ, ການນຳຫລັກແຫລ່ງ ຂອງຫ້ອງວ່າການສູນກາງພັກ ໃຫ້ນັບມື້ມີຄວາມ ເຕີບໃຫຍ່ເຂັ້ມແຂງ ຊຶ່ງຜົນສໍາເລັດໃນການຝຶກອົບຮົມຄັ້ງນີ້ ເປັນພຽງຜົນສໍາເລັດ ໃນເບື້ອງຕົ້ນເທົ່ານັ້ນ, ສິ່ງສໍາຄັນແມ່ນການນຳເອົາບົດຮຽນ ແລະ ພຶດຕິກຳຕົວຈິງ ໂດຍສົມທົບກັບການແລກປ່ຽນບົດຮຽນ ໃນການຝຶກອົບຮົມໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການເຄື່ອນໄຫວຽກງານຕົວຈິງ. ພ້ອມ​ນີ້, ທ່ານຍັງໄດ້ເນັ້ນໃຫ້ສໍາມະນາກອນ ກໍຄື ບັນດາພະນັກງານ-ລັດຖະກອນ, ການນຳຫລັກແຫລ່ງຂອງກົມຈັດຕັ້ງ-ພະນັກງານ ຈົ່ງພ້ອມກັນສືບຕໍ່ຜັນຂະຫຍາຍເນື້ອໃນ ກໍຄື ບົດຮຽນໃນການຝຶກອົບຮົມ​ ຄັ້ງ​ນີ້ເຂົ້າໃນການຈັດ ຕັ້ງປະຕິບັດວຽກງານຕົວຈິງ ຂອງຕົນຢ່າງປະດິດສ້າງ ເພື່ອຍົກລະດັບການເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຄົ້ນຄວ້າກ່ຽວກັບວຽກງານ ກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານກົງຈັກການຈັດຕັ້ງ ໃຫ້ມີຄວາມຊັດເຈນ ແລະ ມີປະສິດທິຜົນສູງຂຶ້ນ, ສ້າງການຫັນປ່ຽນໃໝ່ ຢ່າງແຂງ ແຮງ ໃນການຈັດຕັ້ງນຳພາຂະບວນ ການແຂ່ງຂັນພັດທະນາຕົນເອງ ແລະ ຍົກສູງຄວາມອາດສາມາດ ໃນການນຳພາ-ຊີ້ນຳ, ການຈັດຕັ້ງປະຕິບັດວຽກງານ, ປຸກລະດົມພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍວຽກງານ ຕາມຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນ ເພື່ອເປັນກຳລັງແຮງໃຫ້ແກ່ຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃນການຈັດຕັ້ງ ປະຕິບັດ ບັນດາຄາດໝາຍຂອງ ກອງປະຊຸມໃຫຍ່ອົງຄະນະພັກ ຫ້ອງວ່າການສູນກາງພັກ, ແຜນພັດທະນາຫ້ອງວ່າການສູນກາງພັກ ແລະ ແຜນພັດທະນາຂອງກົມຈັດຕັ້ງ-ພະນັກງານ ໃຫ້ກາຍເປັນຮູບປະທຳ ແລະ ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້.




ພ້ອມນີ້
, ຄະນະຮັບຜິດຊອບ ກໍຄື ຄະນະກົມ, ພະແນກ, ກົມກອງທີ່ເປັນເສນາທິການຊ່ວຍວຽກຄະນະພັກ, ຄະນະຫ້ອງວ່າການສູນກາງພັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານ ສ້າງຄວາມ ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ບຸກຄະລາກອນ ໂດຍສະເພາະ ແມ່ນພະນັກງານ-ລັດຖະກອນ ພາຍໃນກົມຈັດຕັ້ງ-ພະນັກງານ ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຮ່ຳຮຽນ, ແລກປ່ຽນບົດຮຽນ ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງດ້ານການນຳພາ-ຄຸ້ມຄອງ, ການບໍລິຫານສືບຕໍ່ປະສານສົມທົບ ກັບພາກສ່ວນອື່ນໃຫ້ຫລາຍຂຶ້ນກວ່າເກົ່າ ເພື່ອຍາດແຍ່ງເອົາບົດຮຽນເປັນການຍົກ ລະດັບຄວາມຮູ້, ຄວາມສາມາດຂອງບັນດາສະຫາຍ ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ ແນໃສ່ກໍ່ສ້າງພະນັກງານສືບທອດປ່ຽນ ແທນແຕ່ລະຂັ້ນໃຫ້ນັບມື້ເຂັ້ມແຂງ ແລະ ມີຄຸນນະພາບ, ຄຽງຄູ່ກັນນັ້ນ ໃຫ້ເອົາໃຈໃສ່ຕໍ່ການຄົ້ນຄວ້າ ແລະ ກຳນົດເປົ້າໝາຍໃນ ການເຂົ້າຮ່ວມຝຶກອົບຮົມແຕ່ລະຂັ້ນໃນຊຸດໜ້າຢ່າງ ແທດເໝາະ, ເພີ່ມທະວີຄວາມເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການສ້າງແຜນຝຶກອົບຮົມໃນຫົວຂໍ້ຕ່າງໆ ກໍຄື ແຜນບຳລຸງກໍ່ສ້າງ, ແຜນພັດທະນາບຸກ ຄະລາກອນພາຍໃນ ຫ້ອງວ່າການສູນກາງພັກ ໃຫ້ໄດ້ຮັບການຍົກລະດັບເປັນກ້າວໆ.



ຂ່າວ: ທະນູທອງ

KPL

ຂ່າວອື່ນໆ


Top