ບັນຍາກາດແຫ່ຫວໍ່ ໃນມື້ສັງຂານຂຶ້ນ ຢູ່ເມືອງມໍລະດົກໂລກ ຍັງຄຶກຄື້ນ

17/04/2025 11:53
Email Print 253
KPL ຂປລ. ​ແຫ​ລ່ວຂ່າວ​ຈາກ ​ແຂວງັລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ພິທີ ແຫ່ຫວໍ່ໃນມື້ສັງຂານຂຶ້ນປີໃໝ່ ຫລື ຊາວຫລວງພະບາງເອີ້ນກັນວ່າ ແຫ່ຫວໍ່ລ່ອງ ໃນບຸນປີໃໝ່ລາວ ພສ 2568, ຄສ 2025 ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ



ຂປລ. ​ແຫ​ລ່ວຂ່າວ​ຈາກ ​ແຂວງັລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ພິທີ ແຫ່ຫວໍ່ໃນມື້ສັງຂານຂຶ້ນປີໃໝ່ ຫລື ຊາວຫລວງພະບາງເອີ້ນກັນວ່າ ແຫ່ຫວໍ່ລ່ອງ ໃນບຸນປີໃໝ່ລາວ ພສ 2568, ຄສ 2025 ຢູ່ນະຄອນ ຫລວງພະບາງ ເມືອງມໍລະດົກໂລກ ຈັດຂຶ້ນໃນຕອນບ່າຍວັນທີ 16 ເມສາ 2025 ຢູ່ຖະໜົນສີສະຫວ່າງວົງ ເຊິ່ງເລີ່ມແຕ່ວັດຊຽງທອງ ໄປຫາວັດວັດທາດນ້ອຍ, ມີເກືອບ 40 ຂະບວນ ທີ່ມາຈາກພະແນກການ
, ເມືອງ ແລະ ບ້ານຈຳນວນໜຶ່ງ ພາຍໃນແຂວງຫລວງພະບາງ, ມີມວນຊົນເຂົ້າຮ່ວມແຫ່ເກືອບ 3.000 ຄົນ ເຊັ່ນດຽວກັບມື້ສັງຂານເນົາ ​ໂດຍມີການນຳຂັ້ນແຂວງ, ເມືອງ-ນະຄອນຫລວງພະບາງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫລອດຮອດມວນຊົນເປັນຈຳນວນຫລວງຫລາຍ.

ພິທີເລີ່ມຕົ້ນດ້ວຍ ຂະບວນການນາງສາວຖືປ້າຍຄໍາຂວັນ, ຂະບວນທຸງຊາດ-ທຸງທິວ ແລະທຸງ ຊາດຂອງ 10 ປະເທດສະມາຊິກອາຊຽນ, ຂະບວນປູ່ເຍີ-ຍ່າເຍີ-ສິງແກ້ວ-ສິງຄຳ, ຂະບວນເຖົ້າແກ່ຍິງ-ຊາຍຖືຂັນດອກໄມ້, ຂະບວນຫວໍ່ພະສົງ, ຂະບວນປ້າຍລາງວັນ ແລະ ນາມມະຍົດທີ່ຫລວງພະບາງ ໄດ້ຮັບໃນໄລຍະຜ່ານມາ, ຂະບວນນາງຫວໍ່-ນາງສັງຂານ ແລະ ອື່ນໆ. ແຕ່ລະຂະບວນລ້ວນແລ້ວ ແຕ່ສ່ອງແສງໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີທີ່ເປັນເອກະລັກສະເພາະຂອງຊາວຫລວງພະບາງ.




ສຳລັບຄວາມໝາຍຂອງການແຫ່ຫວໍ່ ແມ່ນເປັນການສົມມາຄາລະວະ ຂອງພະສົງດ້ວຍກັນ ແລະ ໃຫ້ປະຊາຊົນໄດ້ຫົດສົງໂອກາດບຸນປີໃໝ່
, ໃນມື້ສັງຂານເນົາພະສົງຢູ່ເຂດໃຕ້ ນັບແຕ່ວັດມະຫາທາດ ຫລື ວັດທາດນ້ອຍໄປຫາວັດສັງຄະໂລກ ແລະ ເຂດຟາກພູນັບແຕ່ວັດວິຊຸນ ອອກມາທາງສາຍນ້ຳຄານ ຈະຕ້ອງຈັດຕັ້ງຂະບວນແຫ່ຂຶ້ນໄປ ຕາມເສັ້ນທາງໃຫ້ປະຊາຊົນໄດ້ຫົດສົງ ແລະ ສົມມາຄາລະວະພະສົງເຂດເໜືອ, ສ່ວນມື້ສັງຂານເນົາພະສົງເຂດເໜືອ ຈະຕ້ອງຈັດຕັ້ງຂະບວນແຫ່ກັບມາຕາມຕາມເສັ້ນທາງເກົ່າ ໃຫ້ປະຊາຊົນໄດ້ຫົດສົງ ແລະ ສົມມາຄາລະວະ ພະສົງເຂດໃຕ້ ແລະ ເຂດຟາກພູ ເຊິ່ງໃນເມື່ອກ່ອນໄດ້ຈັດຕັ້ງ ເປັນຂະບວນຍ່າງ, ຈາກນັ້ນມາ ໄດ້ມີການເຮັດເປັນສະຫລຽງໂດຍມີຄົນຫາມ ແລະ ເລີ່ມມີການປະດິດຮູບແບບຫວໍ່ມີຜາມ ແລະ ນຳໃຊ້ພາຫະນະເຂົ້າໃນການແຫ່ ຈົນມາເຖີງປັດຈຸບັນ ເຊິ່ງຂະບວນແຫ່ຫວໍ່ໃນເມື່ອກ່ອນ ມີພຽງພະສົງເທົ່ານັ້ນທີ່ພາກັນແຫ່. ຈາກນັ້ນ, ໄດ້ມີການບັນຈຸບາງຂະບວນເຂົ້າເພີ່ມ ໂດຍສະເພາະຂະບວນ ຂອງເຖົ້າແກ່ຖືຂັນດອກໄມ້ ທີ່ສະແດງໃຫ້ເຫັນເຖິງຄວາມສາມັກຄີ ຂອງປວງຊົນໃນການເຊື່ອຖືສາສະໜາ, ຂະບວນປູ່ເຍີ-ຍ່າເຍີ-ສິງແກ້ວ-ສິງຄຳ ສະແດງເຖິງປະຊາຊົນລາວ ການເຊື່ອຖືສາສະໜາຜີໃນເມື່ອກ່ອນ, ຂະບວນຫວໍ່ພະສົງ-ສາມະເນນ ໂດຍມີທັງນັ່ງໃນຫວໍ່, ນອກຫວໍ່ ແລະ ຍ່າງສະແດງໃຫ້ເຫັນເຖິງ ການເຊື່ອຖືສາສະໜາພຸດ ຂອງປະຊາຊົນໃນໄລຍະໃໝ່, ພາຍຫລັງປະເທດຊາດ ເລີ່ມມີຄວາມສະຫງົບສຸກ ແລະ ມີການພັດທະນາຫລາຍຂຶ້ນ ຈຶ່ງໄດ້ເລີ່ມມີຂະບວນ ນາງສັງຂານຕາມນິທານພື້ນບ້ານ ທີ່ຕິດພັນກັບບຸນປີໃໝ່ລາວ ແລະ ຂະບວນອື່ນໆ ທີ່ສະແດງໃຫ້ເຫັນ ການພັດທະນາປະເທດຊາດ ກໍຄື ການພັດທະນາແຂວງຫລວງພະບາງ ມາປະກອບເຂົ້ານຳ ເຮັດໃຫ້ພິທີແຫ່ຫວໍ່ໃນແຕ່ລະປີ ມີຄວາມຄຶກຄື້ນມ່ວນຊື່ນ.

KPL

ຂ່າວອື່ນໆ

    • ສາຍການບິນຫວຽດເຈັດ ມອບສ່ວນຫລຸດ 50% ທຸກເສັ້ນທາງວັດທະນະທຳ-ສັງຄົມ

      ສາຍການບິນຫວຽດເຈັດ ມອບສ່ວນຫລຸດ 50% ທຸກເສັ້ນທາງ

      4/19/2025 9:14:16 AM

      ຂປລ. ເພື່ອສະເຫລີມສະຫລອງວັນການທ້ອນໂຮມປະເທດຊາດຫວຽດນາມ ສາຍການບິນຫວຽດເຈັດ (VietJet) ໄດ້ມອບສ່ວນຫລຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທຸກຖ້ຽວບິນຮອດວັນທີ 18 ເມສາ 2025.

    • ພິທີອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່ລາວວັດທະນະທຳ-ສັງຄົມ

      ພິທີອັງເຊີນອົງພະບາງພຸດທະຣາວັນ ລົງຫົດສົງໂອກາດບຸນປີໃໝ່ລາວ

      4/17/2025 12:37:42 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 17 ເມສາ 2025 ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ປະຊາຊົນນະຄອນຫລວງພະບາງ ເມືອງມໍລະດົກໂລກ ຈັດພິ ທີ ອາຣາດຖະນາອົງພະບາງພຸດທະຣາວັນ ອົງພະທີ່ສັກສິດ ເປັນທີ່ເຄົາລົບນົບໄຫວ້ ຂອງປວງຊົນລາວທັງຊາດ ລົງຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາຣາມ ເພື່ອໃຫ້ພຸດທະສາຊະນິກະຊົນ ໄດ້ຫົດສົງ ໂອກາດບຸນປີໃໝ່ລາວ(ຕຸດສົງການ)

    • ສະຫລອງບຸນປີໃໝ່ລາວ ມື້ສຸດທ້າຍຢູ່ ນວ ຄຶກຄື້ນມ່ວນຊື່ນ ຕິດພັນກັບຮີດຄອງປະເພນີວັດທະນະທຳ-ສັງຄົມ

      ສະຫລອງບຸນປີໃໝ່ລາວ ມື້ສຸດທ້າຍຢູ່ ນວ ຄຶກຄື້ນມ່ວນຊື່ນ ຕິດພັນກັບຮີດຄອງປະເພນີ

      4/17/2025 12:19:42 PM

      ຂປລ. ວັນທີ 16 ເມສາ 2025 ເປັນມື້ສັງຂານຂຶ້ນ ເຊິ່ງຖືເປັນມື້ທຳອິດຂອງປີໃໝ່ ເປັນມື້ປ່ຽນ ພສ ແລະ ຊາວພຸດລາວ ເຊື່ອວ່າວັນສັງຂານຂຶ້ນເປັນມື້ສັນວັນດີ ມື້ສີວັນຊອບ ມື້ປະກອບວັນງາມ ເຊິ່ງມວນຊົນຊາວນະຄອນຫລວງວຽງຈັນ ກໍຄື ​ໃນທົ່ວປະເທດ ໄດ້ພ້ອມກັນສືບຕໍ່ ສະຫລອງບຸນປີໃໝ່ລາວ ຢ່າງຄຶກຄື້ນມ່ວນຊື່ນ, ຕິດພັນກັບຮີດຄອງປະເພນີ ອັນດີງາມຂອງຊາດລາວ. ສະເພາະນະຄອນຫລວງວຽງຈັນ

    • ຫລາຍວັດໃນຂອບເຂດ ທົ່ວປະເທດ ອັນເຊີນພະພຸດທະຮູບ ລົງມາຫົດສົງວັດທະນະທຳ-ສັງຄົມ

      ຫລາຍວັດໃນຂອບເຂດ ທົ່ວປະເທດ ອັນເຊີນພະພຸດທະຮູບ ລົງມາຫົດສົງ

      4/17/2025 12:08:56 PM

      ຂປລ. ມື້ທຳອິດຂອງການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568 ໃນວັນທີ 14 ເມສາ 2025 ນີ້, ວັດວາອາຮາມ ໃນຂອບເຂດທົ່ວປະເທດ ໄດ້ອັນເຊີນເອົາພະພຸດທະຮູບ ລົງມາຫົດສົງ ຕາມຮີດຄອງປະເພນີ. ສະເພາະ ຢູ່ນະຄອນຫລວງວຽງຈັນ ໄດ້ອັນເຊີນພະພຸດທະສຸວັນ ນະສາທານທໍາມິກະລາດ (ພະພຸດທະຮູບອົງຄໍາ) ລົງມາຫົດສົງຢູ່ດ້ານໃນກົມມະລຽນພະທາດຫລວງວຽງຈັນ

    • ການນໍາ ແຂວງຫລວງພະບາງ ຮ່ວມໃສ່ບາດ ໃນບຸນປີໃໝ່ລາວ ພສ 2568ວັດທະນະທຳ-ສັງຄົມ

      ການນໍາ ແຂວງຫລວງພະບາງ ຮ່ວມໃສ່ບາດ ໃນບຸນປີໃໝ່ລາວ ພສ 2568

      4/17/2025 12:06:28 PM

      ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ການໃສ່ບາດ ກໍແມ່ນໜຶ່ງໃນກິດຈະກໍາ ການສະເຫລີມສະຫລອງບຸນປີໃໝ່ຂອງຊາວລາວ ກໍຄື ຊາວຫລວງພະບາງ ໃນທຸກໆປີ ເຊິ່ງເປັນກິດຈະກໍາທີ່ເປັນເອກະລັກຂອງປະຊາຊົນຫລວງພະບາງ ມາແຕ່ດົນນານ ແລະ ໃນວັນທີ 16 ເມສາ 2025 ແລະ ເປັນມື້ສັງຂານຂຶ້ນ ເປັນວັນຂຶ້ນປີໃໝ່ລາວ ປີນີ້ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ລາວ ພສ 2568 ແລະ ຢູ່ນະຄອນຫລວງພະບາງ


Top