ການນໍາ ແຂວງຫລວງພະບາງ ຮ່ວມໃສ່ບາດ ໃນບຸນປີໃໝ່ລາວ ພສ 2568

17/04/2025 12:06
Email Print 260
KPL ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ການໃສ່ບາດ ກໍແມ່ນໜຶ່ງໃນກິດຈະກໍາ ການສະເຫລີມສະຫລອງບຸນປີໃໝ່ຂອງຊາວລາວ ກໍຄື ຊາວຫລວງພະບາງ ໃນທຸກໆປີ ເຊິ່ງເປັນກິດຈະກໍາທີ່ເປັນເອກະລັກຂອງປະຊາຊົນຫລວງພະບາງ ມາແຕ່ດົນນານ ແລະ ໃນວັນທີ 16 ເມສາ 2025 ແລະ ເປັນມື້ສັງຂານຂຶ້ນ ເປັນວັນຂຶ້ນປີໃໝ່ລາວ ປີນີ້ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ລາວ ພສ 2568 ແລະ ຢູ່ນະຄອນຫລວງພະບາງ



ຂປລ. ​ແຫ​ລ່ງຂ່າວ​ຈາກ ​ແຂວງ​ຫລວງ​ພະ​ບາງ ​ໃຫ້​ຮູ້​ວ່າ: ການໃສ່ບາດ ກໍແມ່ນໜຶ່ງໃນກິດຈະກໍາ ການສະເຫລີມສະຫລອງບຸນປີໃໝ່ຂອງຊາວລາວ ກໍຄື ຊາວຫລວງພະບາງ ໃນທຸກໆປີ ເຊິ່ງເປັນກິດຈະກໍາທີ່ເປັນເອກະລັກຂອງປະຊາຊົນຫລວງພະບາງ ມາແຕ່ດົນນານ ແລະ ໃນວັນທີ
16 ເມສາ 2025 ແລະ ເປັນມື້ສັງຂານຂຶ້ນ ເປັນວັນຂຶ້ນປີໃໝ່ລາວ ປີນີ້ກົງກັບມື້ແຮມ 4 ຄໍ່າ ເດືອນ 5 ລາວ ພສ 2568 ແລະ ຢູ່ນະຄອນຫລວງພະບາງ ກໍໄດ້ມີການນໍາຂອງແຂວງຮ່ວມໃສ່ບາດຢູ່ຕໍ່ໜ້າ ວັດແສນ ສຸຂາຣາມ ນະ ຄອນຫວງພະບາງ ນໍາໂດຍມີ ທ່ານ ຄໍາໄຫລ ສີປະເສີດ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫລວງພະບາງ ພ້ອມດ້ວຍການນໍາແຂວງ, ນະຄອນຫລວງພະບາງ, ຕະຫລອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ຮ່ວມໃສ່ບາດຢ່າງຫລວງຫລາຍ.

ການໃສ່ບາດ ໃນໂອກາດບຸນປີໃໝ່ລາວນີ້, ຊາວພຸດ ມີຄວາມເຊື່ອວ່າ ເປັນການ ຮັບໂຊກລາບ ແລະ ຮັບເອົາສິ່ງທີ່ດີມາສູ່ຕົນເອງ ແລະ ບ້ານເມືອງ, ທັງເປັນການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ວັດທະນະທຳ-ຮີດຄອງປະເພນີອັນດີງາມຂອງຊາດ ​ໂດຍສະເພາະຊາວຫລວງພະບາງ ໄວ້ໃຫ້ຍືນຍົງຕະຫລອດໄປ ແລະ ຕິດພັນກັບການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ. ນອກນັ້ນ, ຍັງເປັນການອຸທິດບຸນກຸສົນໃຫ້ກັບບັນດາຜູ້ນຳ ທີ່ແສນເຄົາຮັກຂອງປວງຊົນລາວທັງຊາດ, ນັກຮົບວິລະຊົນ ທີ່ເສຍສະລະເລືອດເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນ. ນອກຈາກການໃສ່ບາດຢູ່ໜ້າວັດແສນແລ້ວ ຢູ່ຕາມວັດວາອາຮາມທົ່ວແຂວງ ກໍຍັງໄດ້ມີກິດຈະກໍາດັ່ງກ່າວນີ້ເຊັ່ນກັນ ແລະ ຍັງບູຊາຕາມຈຸດຕ່າງໆ ແລະ ລວມທັງມີການໃຮ່ວມໃສ່ບາດເທິງພະທາດພູສີ, ພະທາດສັກສິດທີ່ເປັນມິ່ງຂວັນ ປະຊາຊົນນະຄອນຫລວງພະບາງ ມາແຕ່ດົນນານອີກດ້ວຍ.

ສໍາລັບມື້ ສັງຂານຂຶ້ນນີ້, ປະຊາຊົນຊາວພຸດ ຫລາຍຄອບຄົວ ຕ່າງກໍພາກັນຫ້າງຫາກະກຽມ ຕັ້ງແຕ່ເຊົ້າ ເພື່ອບູຊາຄອບໄຂວ່ ປັດເປົ່າ ແລະ ຮັບເອົາແຕ່ສິ່ງດີໆ ເຂົ້າເຮືອນຕົນເອງ ເປັນການຮັບໂຊກຮັບລາບ ແລະ ບາງຄອບຄົວ ກໍໄດ້ມີພາບາສີສູ່ຂວັນ ເຊິ່ງກັນ ແລະ ກັນ ເພື່ອເປັນສິລິມຸງຄຸນ ທັງເປັນການມາ ພົບໜ້າພໍ້ຕາກັນລະຫວ່າງອ້າຍເອື້ອຍນ້ອງ ອີກດ້ວຍ.

ຂ່າວ: ເພັດສາຄອນ ສິມມະວົງ

KPL

ຂ່າວອື່ນໆ


Top