ຫລາຍພາກສ່ວນສືບຕໍ່ ເຂົ້າວາງພວງມາລາ-ເຊັນປື້ມ ໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

05/04/2025 17:08
Email Print 399
KPL ຂປລ. ໃນວັນທີ 5 ເມສາ 2025 ນີ້, ບັນດາເອກອັກຄະລັດຖະທູດ ຕ່າງປະເທດ ປະຈຳລາວ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳລາວ, ຄະນະນຳຈາກບັນດາແຂວງ, ບັນດາຄອບຄົວການນຳ-ອະດີດການນຳ ພັກ, ລັດ ແລະ ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.




ຂປລ. ໃນວັນທີ 5 ເມສາ 2025 ນີ້, ບັນດາເອກອັກຄະລັດຖະທູດ ຕ່າງປະເທດ ປະຈຳລາວ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ປະຈຳລາວ, ຄະນະນຳຈາກບັນດາແຂວງ, ບັນດາຄອບຄົວການນຳ-ອະດີດການນຳ ພັກ, ລັດ ແລະ ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.





ຄະນະນໍາຈາກບັນດາສະຖານທູດ, ອົງການ ແລະ ແຂວງ ທີ່ເຂົ້າມາວາງພວງມາລາ ໃນພາກເຊົ້າ ປະກອບມີ: ສະຖານທູດຫວຽດນາມ ປະຈຳລາວ, ສະຖານທູດຕີມໍແລັດສະເຕ ປະຈຳລາວ, ອົງການກາແດງລາວ, ສະຖານ ທູດກູບາ ປະຈຳລາວ, ສະຖານທູດມົງໂກນ ປະຈຳລາວ, ສະຖານທູດສິງກະໂປ ປະຈຳລາວ, ສະຫະພາບເອີຣົບ ປະ ຈຳລາວ, ສະຖານທູດຝຣັ່ງ ປະຈຳລາວ, ສະມາຄົມ 67 ຊ່ວຍເຫລືອກັນ ແລະ ພັດທະນາສັງຄົມ, ສະຖານທູດມາເລເຊຍ ປະຈຳລາວ, ເພື່ອນຮ່ວມອະດີດປະຖົມ, ມັດທະຍົມກອງທັບ ແລະ ນັກຮຽນໂຮງຮຽນກຽມດົງໂດກ, ສະຖານ ທູດຍີ່ປຸ່ນ ປະຈຳລາວ, ສະຖານທູດອົດສະຕຣາລີ ປະຈຳລາວ, ສະຖານທູດອິນໂດເນເຊຍ ປະຈຳລາວ, ສະຖານທູດ ມຽນມາ ປະຈຳລາວ, ຫ້ອງການທະນາຄານໂລກ ປະຈຳລາວ, ອົງການສະຫະປະຊາຊາດ ປະຈຳລາວ, ສະຖານທູດອາເມລິກາ ປະຈຳລາວ, ສະຖານທູດການາດາ ປະຈຳລາວ, ຜູ້ຕາງໜ້າຜູ້ບັນຊາການທະຫານບົກ, ທະຫານອາກາດ ແຫ່ງຣາຊະອານາຈັກໄທ, ສະຖານທູດ ສ ເກົາຫລີ ປະຈຳລາວ, ອົງການກອຍກາ (KOICA), ອົງການໂກທາ (KOTRA), ສະຖານທູດອິນເດຍ ປະຈຳ ລາວ ແລະ ສະຖານທູດລັດເຊຍ ປະຈຳ ລາວ.





ພ້ອມນີ້, ຍັງມີຄະນະນຳຈາກແຂວງໄຊຍະບູລີ, ບັນດາຄອບຄົວການນຳ, ອະດີດການນຳ ພັກ, ລັດ, ນັກທຸລະກິດ-ຜູ້ປະກອບການ ແລະ ທະນາຄານຕ່າງໆຢູ່ ສປປ ລາວ ກໍໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ເຊັ່ນກັນ.







ການວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ ເປັນຜູ້ນໍາໃນການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກເຮົາ, ທັງແມ່ນນັກຮັກຊາດ, ແມ່ນນັກປະຕິວັດ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດເຮົາ, ຕະຫລອດຊີວິດຂອງເພິ່ນໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ.




ຂ່າວ: ທະນູທອງ
ພາບ: ພະແນກຮູບພາບ
KPL

ຂ່າວອື່ນໆ

    • ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປີ 2024ການເມືອງ

      ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປີ 2024

      4/7/2025 11:54:05 AM

      ຂປລ. ກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວ ປີ 2025 ຂອງກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 4 ເມສາ 2025 ຜ່ານ​ມາ

    • ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/7/2025 10:15:11 AM

      ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍການເມືອງ

      ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ

      4/7/2025 10:00:43 AM

      ຂປລ. ໃນຕອນບ່າຍວັນທີ 5 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍ

      4/7/2025 9:52:16 AM

      ຂປລ. ໃນຕອນບ່າຍຂອງວັນທີ 5 ເມສາ 2025 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:35:45 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.


Top