ນາຍົກລັດຖະມົນຕີກຳປູເຈຍ ວາງພວງມາລາ- ເຊັນປື້ມໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

05/04/2025 17:00
Email Print 452
KPL ຂປລ. ໃນວັນທີ 5 ເມສາ 2025 ນີ້, ສົມເດັດ ມະຫາ ບໍວໍທິບໍດີ ຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງ ສະ ຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ.



ຂປລ. ໃນວັນທີ 5 ເມສາ 2025 ນີ້, ສົມເດັດ ມະຫາ ບໍວໍທິບໍດີ ຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະແດງເຖິງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງ ສະ ຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງແມ່ນໜຶ່ງໃນການນຳຮຸ່ນທຳອິດ ຂອງພັກປະຊາຊົນ ປະຕິວັດລາວ, ເປັນຜູ້ນໍາໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ.




ການວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ໃນຄັ້ງນີ້, ເປັນການໄວ້ອາໄລຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເຊິ່ງເປັນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ສູນເສຍການນໍາຂັ້ນສູງ ຮຸ່ນທໍາອິດ ຂອງການປະຕິວັດລາວ, ສະຫາຍເປັນນັກປະຕິວັດລາວ, ເປັນຜູ້ອົງອາດກ້າຫານ, ໄດ້ອຸທິດເຫື່ອແຮງ, ສະຕິປັນຍາຂອງຕົນ ເພື່ອພາລະກິດປົດປ່ອຍຊາດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ, ເປັນຜູ້ສືບຕໍ່ນໍາພາການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫລັກການຂອງພັກເຮົາ, ສະຫາຍແມ່ນນັກຮັກຊາດທີ່ດູດດື່ມ, ແມ່ນນັກປະຕິວັດທີ່ກ້າແກ່ນ ແລະ ຜູ້ນໍາທີ່ດີເດັ່ນຂອງພັກ ຂອງຊາດເຮົາ.



ຂ່າວ: ທະນູທອງ
ພາບ: ພະແນກຮູບພາບ
KPL

ຂ່າວອື່ນໆ

    • ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປີ 2024ການເມືອງ

      ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປີ 2024

      4/7/2025 11:54:05 AM

      ຂປລ. ກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວ ປີ 2025 ຂອງກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 4 ເມສາ 2025 ຜ່ານ​ມາ

    • ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/7/2025 10:15:11 AM

      ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍການເມືອງ

      ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ

      4/7/2025 10:00:43 AM

      ຂປລ. ໃນຕອນບ່າຍວັນທີ 5 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍ

      4/7/2025 9:52:16 AM

      ຂປລ. ໃນຕອນບ່າຍຂອງວັນທີ 5 ເມສາ 2025 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:35:45 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.


Top