ຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມວາງພວງມະລາ ໄວ້ອາໄລ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ

05/04/2025 16:53
Email Print 383
KPL ຂປລ. ໃນວັນທີ 4 ເມສາ 2025 ຜ່ານມາ, ຢູ່ນະຄອນຫລວງຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດຖະບານແຫ່ງ ສສ ຫວຽດນາມເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ



ຂປລ. ໃນວັນທີ
4 ເມສາ 2025 ຜ່ານມາ, ຢູ່ນະຄອນຫລວງຮ່າໂນ້ຍ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດຖະບານແຫ່ງ ສສ ຫວຽດນາມເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງນຳໂດຍ ສະຫາຍ ເລືອງ ເກື່ອງກຳມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ ໂດຍການຕ້ອນຮັບຂອງ ສະຫາຍ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມພ້ອມຄະນະ.




ໃນບົດຂຽນໄວ້ອາໄລ
, ສະຫາຍຫົວໜ້າຄະນະຜູ້ແທນຂັ້ນສູງພັກ, ລັດຖະບານຫວຽດນາມ ໄດ້ສະແດງຄວາມຮູ້ສຶກວ່າ: ສຸດອາໄລອາວອນ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ຊຶ່ງເປັນຜູ້ນຳທີ່ດີເລີດ, ລູກຫລານອັນປະເສີດຂອງປະຊາຊົນລາວບັນດາເຜົ່າ, ນັກຮົບປະຕິວັດທີ່ກ້າແກ່ນ, ເສຍສະລະຕະຫລອດຊີວິດ ເພື່ອຄວາມອິດສະຫລະພາບ, ປະຊາທິປະໄຕ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຂອງປະເທດລາວ. ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈາກໄປ ແມ່ນການສູນເສຍ ອັນໃຫຍ່ຫລວງຕໍ່ພັກ, ລັດຖະບານ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ. ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ສູນເສຍເພື່ອນສະຫາຍຜູ້ຍິ່ງໃຫຍ່, ສະຫາຍເປັນອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ, ຜູ້ມີຜົນງານອັນໃຫຍ່ຫລວງ ແລະ ສຳຄັນປະກອບສ່ວນເຂົ້າໃນການກໍ່ສ້າງ, ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ. ຕໍ່ການສູນເສຍອັນໃຫຍ່ຫລວງນີ້, ຕາງໜ້າພັກ, ລັດຖະບານ, ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າຂໍສົ່ງ ຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ມາຍັງພັກ, ລັດຖະບານ, ປະຊາຊົນລາວບັນດາເຜົ່າ ແລະ ຄອບຄົວ ສະຫາຍ ພົນເອກ ຄຳໄຕ ສີພັນດອນ.




ໃນວັນດຽວກັນ
, ຄະນະການນຳ ບັນດາອົງການ ພັກ-ລັດ, ອົງການຈັດຕັ້ງມະຫາຊົນ ນະຄອນຫລວງຮ່າໂນ້ຍ, ບັນດາແຂວງ ກໍໄດ້ເຂົ້າເຊັນປຶ້ມໄວ້ອາໄລ, ໃນນັ້ນມີ: ສະຫາຍ ເຈິ່ນ ເກິມ ຕູ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການ ສູນກາງພັກກອມມູນິດ ຫວຽດນາມ, ສະຫາຍ ຫງວຽນ ດັກ ດິງ ຮອງປະທານສະພາແຫ່ງຊາດ, ສະຫາຍ ບຸຍ ທິ ມິງ ຮວາຍ ເລຂາຄະນະພັກນະຄອນຫລວງຮ່າໂນ້ຍ, ສະຫາຍ ນາງ ຫວູ ຫວຽດ ຈາງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ສະຫາຍ ບຸ່ຍກວ່າງຮຸຍ ເລຂາຊາວໜຸ່ມກອມມູນິດຫວຽດນາມ, ສະຫາຍ ຫງວຽນ ທິ ຕວຽນ ປະທານສູນກາງສະຫະພັນແມ່ຍິງຫວຽດນາມ. ພ້ອມນີ້, ຍັງມີສະມາຄົມມິດຕະພາບຫວຽດນາມ-ລາວ, ສະຫະພັນອົງການຈັດຕັ້ງມິດຕະພາບຫວຽດນາມ, ສະຫະພັນອົງການຈັດຕັ້ງມິດຕະ ພາບນະຄອນຫລວງຮ່າໂນ້ຍ, ບັນດາການນຳກະຊວງ, ການນຳແຂວງ, ສະຖາບັນການສຶກສາ, ຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມຢູ່ລາວ, ບັນດາສະຖານທູດຕ່າງປະເທດ ປະຈຳ ສສ ຫວຽດນາມ 25 ປະເທດ ກໍໄດ້ເຂົ້າວາງພວງມາລາ ແລະ ເຊັນປຶ້ມໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຢູ່ສະຖານເອກ ອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຕື່ມອີກ.




ສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຍັງຈະໄດ້ສືບຕໍ່ຮັບການມາໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ຈົນຮອດວັນທີ
6 ເມສາ 2025.

ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ

KPL

ຂ່າວອື່ນໆ

    • ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປີ 2024ການເມືອງ

      ກະຊວງການຕ່າງປະເທດ ສະຫລຸບວຽກງານກວດກາ ປີ 2024

      4/7/2025 11:54:05 AM

      ຂປລ. ກອງປະຊຸມສະຫລຸບວຽກງານກວດກາ ປະຈຳປີ 2024 ແລະ ທິດທາງແຜນການ ເຄື່ອນໄຫວ ປີ 2025 ຂອງກະຊວງການຕ່າງປະເທດ ຈັດຂຶ້ນໃນວັນທີ 4 ເມສາ 2025 ຜ່ານ​ມາ

    • ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ພາກສ່ວນຕ່າງໆ ສືບຕໍ່ວາງພວງມາລາ-ເຊັນປື້ມ ໄວ້ອາໄລ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/7/2025 10:15:11 AM

      ຂປລ. ໃນວັນທີ 6 ເມສາ 2025 ນີ້, ພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນ, ສະຖານທູດ, ພ້ອມດ້ວຍຄະນະນຳຈາກບັນດາແຂວງ, ຄອບຄົວການນຳ-ອະດີດການນຳ ພັກ, ລັດ ໄດ້ສືບຕໍ່ເຂົ້າວາງພວງມາລາ ແລະ ເຊັນປື້ມໄວ້ອາໄລ ຕໍ່ການຈາກໄປຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ.

    • ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍການເມືອງ

      ນາຍົກລັດຖະມົນຕີລາວ ພົບປະກັບ ນາຍົກລັດຖະມົນຕີກໍາປູເຈຍ

      4/7/2025 10:00:43 AM

      ຂປລ. ໃນຕອນບ່າຍວັນທີ 5 ເມສາ 2025 ຢູ່ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານ ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍການເມືອງ

      ເລຂາທິການໃຫຍ່, ປະທານປະເທດລາວ ຕ້ອນຮັບ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກລັດຖະມົນຕີ ກໍາປູເຈຍ

      4/7/2025 9:52:16 AM

      ຂປລ. ໃນຕອນບ່າຍຂອງວັນທີ 5 ເມສາ 2025 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ມະຫາ ບໍວໍທິບໍດີ ຮຸນ ມາແນດ ຮອງປະທານພັກປະຊາຊົນກໍາປູເຈຍ, ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນໂອກາດເດີນທາງມາວາງພວງມາລາໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະ ບໍລິຫານງານສູນກາງພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ

    • ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນການເມືອງ

      ຄະນະນຳແຂວງຈຳປາສັກ ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ສະຫາຍ ພົນເອກ ຄຳໄຕ ສີພັນດອນ

      4/5/2025 5:35:45 PM

      ຂປລ. ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 5 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ຄະນະນຳແຂວງຈຳປາສັກ ນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຈຳປາສັກ ພ້ອມດ້ວຍຄອບຄົວ, ມວນຊົນຊາວແຂວງຈຳປາສັກ ແລະ ພາກສ່ວນຕ່າງໆ ໄດ້ຮ່ວມໃສ່ບາດອຸທິດສ່ວນກຸສົນໃຫ້ແກ່ສະຫາຍພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກ ອະດີດປະທານປະເທດແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກຳ.


Top