KPL
ທ່ານ ມາຣກາເຣັດ ແຮຣີສ ໂຄສົກ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ກ່າວວ່າ: ອົງການນີ້ ພວມປະສານງານ ດ້ານຄວາມພະຍາຍາມ ບັນເທົາ ທຸກຢ່າງໃກ້ຊິດ ກັບ ສຳນັກງານຂອງ ດັບເບີລຢູເອຊໂອ ໃນມຽນມາ ແລະ ໄທ
ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກເມືອງ ເຈນິວາ ປະເທດສະວິດ ເມື່ອບໍ່ດົນມານີ້, ທ່ານ ມາຣກາເຣັດ ແຮຣີສ ໂຄສົກ ອົງການ ອະນາໄມໂລກ (ດັບເບີລຢູເອຊໂອ) ກ່າວວ່າ: ອົງການນີ້ ພວມປະສານງານ ດ້ານຄວາມພະຍາຍາມ ບັນເທົາ ທຸກຢ່າງໃກ້ຊິດ ກັບ ສຳນັກງານຂອງ ດັບເບີລຢູເອຊໂອ ໃນມຽນມາ ແລະ ໄທ ຈາກການທີ່ທັງ 2 ປະເທດ ໄດ້ຮັບຜົນກະທົບຢ່າງໜັກ ຈາກ ແຜ່ນດິນໄຫວ ຢ່າງຮຸນແຮງ ຂະໜາດ 7,7 ລິກເຕີ ຊຶ່ງມີ ສູນກາງຢູ່ ພື້ນທີ່ສະກາຍ ທາງພາກກາງ ຂອງ ມຽນມາ.
ໃນເບື້ອງຕົ້ນ ດັບເບີລຢູເອຊໂອ ຈະຊ່ວຍເຫລືອ ດ້ານອຸປະກອນ ປະຖົມພະຍາບານ ສຳລັບ ພາວະສຸກເສີນຫລື ບາດເຈັບຮຸນແຮງ ໂດຍຈະເປັນການສົ່ງມອບ ຈາກ ສາງສິນຄ້າ ຂອງ ດັບເບີລຢູເອຊໂອ ຢູ່ເມືອງດູໄບ ໃນສະຫະຄອນ ເອເມຣັດ ອາຣັບ (ຢູເອອີ). ນອກຈາກ ຄວາມເສຍຫາຍ ດ້ານພື້ນຖານ ໂຄງລ່າງ , ທຸກຝ່າຍທີ່ກ່ຽວຂ້ອງ ຍັງມີຄວາມກັງວົນ ກ່ຽວກັບ ຄວາມເຂັ້ມແຂງ ຂອງ ເຂື່ອນ ແລະ ອ່າງເກັບນໍ້າໃນມຽນມາ, ພ້ອມທັງ ມີການລາຍງານວ່າ ຫລາຍພື້ນທີ່ ໃນປະເທດ ບໍ່ມີກະແສໄຟຟ້າໃຊ້. ປັດຈຸບັນ, ປະຊາຊົນ ມຽນມາ ປະມານ 20 ລ້ານຄົນ ຫລື 1 ໃນ 3 ຂອງ ປະຊາກອນ ຕ້ອງການ ຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ເນື່ອງຈາກ ຄວາມບໍ່ສະຫງົບ ທາງດ້ານການເມືອງ ຢູ່ພາຍໃນປະເທດອີກດ້ວຍ. /
KPL