ໂຄງການອາຫານໂລກ ຂາດແຄນເງິນທຶນ ເກືອບ 60 ລ້ານຄົນທົ່ວໂລກ

31/03/2025 22:14
Email Print 184
KPL ໜ່ວຍງານ ດ້ານອາຫານ ຂອງສະຫະປະຊາຊາດ (ຢູເອັນ) ເຕືອນວ່າ ປະຊາຊົນ 58 ລ້ານຄົນ ມີຄວາມສ່ຽງ ທີ່ ຈະຜະເຊີນກັບ ພາວະອຶດຫີວ ຢ່າງໜັກ ຖ້າຫາກບໍ່ໄດ້ເງິນ ຊ່ວຍເຫລືອ ຢ່າງຮີບດ່ວນ.

ຂປລ. ສຳນັກ​ຂ່າວ ​ເອ​ເອຟພີ ລາຍ​ງານ​ ຈາກ​ ນະຄອນຫລວງ ​ໂຣມ ປະ​ເ​ທດ ອິຕາ​ລີ ​ເມື່ອ​ບໍ່​ດົນ​ມາ​ນີ້​, ໜ່ວຍ​ງານ ​ດ້ານ​ອາຫານ​ ຂອງ​ສະຫະ​ປະຊາ​ຊາດ (ຢູ​ເອັນ)​ ​ເຕືອນ​ວ່າ ປະຊາຊົນ 58 ລ້ານ​ຄົນ ມີ​ຄວາມ​ສ່ຽງ​ ທີ່​ ຈະ​ຜະ​ເຊີນ​ກັບ ພາວະ​ອຶດ​ຫີ​ວ ຢ່າງ​ໜັກ ຖ້າຫາກບໍ່ໄດ້​ເງິນ​ ຊ່ວຍ​ເຫລືອ ​ຢ່າງ​ຮີບດ່ວນ. ​ໂດຍໂຄງການ​ອາຫານ​ໂລກ (ດັບ​ເບີ​ລຢູ​ເອຟພີ) ຊຶ່ງ​ມີ ​ສຳນັກງານ​ໃຫຍ່ ​ຕັ້ງ​ຢູ່ ນະຄອນຫລວງ ​ໂຣມ ປະ​ເ​ທດ ອິຕາ​ລີ ​ເປີດ​ເຜີຍ​ວ່າ: ນັບ​ຕັ້ງ​ແຕ່​ ຕົ້ນ​ປີ 2025 ຜ່ານມາ,  ມີ​ຜູ້​ບໍລິຈາກ​ ຫລຸດ​ລົງ​ເກືອບ 40% ​ເມື່ອ​ທຽບ​ໃສ່​ປີ​ກາຍນີ້ ​ແລະ ການ​ຂາດ​ແຄນ​ດັ່ງກ່າວ ​ໄດ້​ສົ່ງ​ຜົນ​ກະທົບ ຕໍ່​ໂຄງການ​ ອາຫານ ​ໃນ​ພື້ນ​ທີ່ ​ວິ​ກິດ 28 ​ແຫ່ງ ທົ່ວ​ໂລກ ລວມ​ເຖິງ​ ເຂດ​ສະ​ນວນ​ກາຊາ, ຊູ​ດັງ, ຊີຣີ ​ແລະ ກົງ​ໂກ .

          ໂດຍປະຊາກອນ ທົ່ວໂລກ 343 ລ້ານຄົນ ພວມຜະເຊີນກັບ ບັນຫາ ການຂາດແຄນ ອາຫານ ຢ່າງຮຸນແຮງແລະໃນປີນີ້ ໜ່ວຍງານ ໄດ້ຕັ້ງເປົ້າໝາຍ ຊ່ວຍເຫລືອ ປະຊາກອນໃຫ້ໄດ້ 123 ລ້ານຄົນ. ​ໃນຂະນະທີ່ ໜ່ວຍງານ ລະດົມທຶນໄດ້ພຽງ 1.570 ລ້ານໂດລາ ສະຫະລັດ ນັບແຕ່ ຕົ້ນປີນີ້ ຈົນເຖິງ ວັນທີ 24 ມີນາ ທີ່ຜ່ານມາ . ເມື່ອປີກາຍນີ້ ດັບ​ເບີ​ລ ຢູ​ເອຟພີ ​ໄດ້​ຮັບ​ເງິນ​ ສະໜັບສະໜູນ ຈຳນວນ 9.750 ລ້ານ​ໂດ​ລາ​ ສະຫະລັດ ຊຶ່ງ​ເປັນຕົວເລກໜ້ອຍ​ກວ່າ ​ທີ່​ ຮຽກຮ້ອງ​ ເຖິງ 21.100 ລ້ານ​ໂດ​ລາ​ສະຫະລັດ./

KPL

ຂ່າວອື່ນໆ


Top