KPL
ຕາມການສະເໜີຂອງ ມາເລເຊຍ, ປະເທດ ປະທານ ອາຊຽນ 2025, ລັດຖະມົນຕີ ການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ຈັດກອງປະຊຸມດ່ວນທາງໄກ ເພື່ອປຶກສາຫາລື ກ່ຽວກັບວຽກງານແກ້ໄຂ ຜົນຮ້າຍຢ້ອນຫລັງ ຈາກເຫດແຜນດິນໄຫວ ທີ່ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ ແລະ ໄທ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 30 ມີນາ, ຕາມການສະເໜີຂອງ ມາເລເຊຍ, ປະເທດ ປະທານ ອາຊຽນ 2025, ລັດຖະມົນຕີ ການຕ່າງປະເທດ ບັນດາປະເທດ ອາຊຽນ ໄດ້ຈັດກອງປະຊຸມດ່ວນທາງໄກ ເພື່ອປຶກສາຫາລື ກ່ຽວກັບວຽກງານແກ້ໄຂ ຜົນຮ້າຍຢ້ອນຫລັງ ຈາກເຫດແຜນດິນໄຫວ ທີ່ເກີດຂຶ້ນໃນວັນທີ 28 ມີນາ ຢູ່ ມຽນມາ ແລະ ໄທ.ກອງປະຊຸມຄັ້ງນີ້, ໂດຍໄດ້ຮັບມອບສິດຂອງ ທ່ານ ບຸຍແທັງເຊີນ, ລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຮອງລັດຖະມົນຕີການຕ່າປະເທດ ໂດ້ຮຸ່ງຫວຽດ ຢືນຢັນວ່າ, ຫວຽດນາມ ຈະຮຽງບ່າຮຽງໄຫລ່ ພ້ອມກັບ ມຽນມາ ແລະ ໄທ ເພື່ອຜ່ານຜ່າ ຄວາມຫຍຸ້ງຍາກ ໃນປະຈຸບັນ. ພ້ອມທັງ ຮຽກຮ້ອງ ໃຫ້ທຸກຝ່າຍຢູ່ ມຽນມາ ມີຄວາມຮັບຜິດຊອບ ໃນການຮັບປະກັນ ວຽກງານ ອຸປະຖຳມະນຸດສະທຳ ໄດ້ດຳເນີນໄປ ດ້ວຍຄວາມປອດໄພ, ບໍ່ຖືກກີດຂວາງ ແລະ ເຂົ້າເຖິງ ປະຊາຊົນ ຜູ້ຖືກຜົນສະທ້ອນໄດ້. ຂະນະທີ່ ປະຊາຄົມ ອາຊຽນ, ຕ້ອງຢືນຢັນ ບົດບາດ ເປັນໃຈກາງ ໃນການປະສານງານບັນດາຄວາມມານະ ພະຍາຍາມ ພິເສດ ແມ່ນເມື່ອເກີດຄວາມຫຍຸ້ງຍາກ, ສິ່ງທ້າທາຍຕ່າງໆ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL