ສາຍການບິນ ຍີ່ປຸ່ນ ປະກາດແຈກປີ້ຍົນຟຣີໃນປະເທດໃຫ້ນັກທ່ອງທ່ຽວສາກົນ

04/10/2024 14:25
Email Print 179
KPL ສາຍການບິນ ເຈແປນ ແອຣລາຍ ຫລື ເຈເອແອລ ເປີດໂຄງການກະຕຸ້ນ ການທ່ອງທ່ຽວ ໃນປະເທດ ຍີ່ປຸ່ນ ໂດຍປະກາດແຈກປີ້ ໂດຍສານຟຣີ ໃຫ້ນັກທ່ອງທ່ຽວ ຕ່າງປະເທດ ສຳລັບຖ້ຽວບິນ ພາຍໃນປະເທດ ນັບຕັ້ງແຕ່ ວັນທີ 13 ກັນຍາ ປີ 2024 .

ຂປລ.ອ້າງຕາມຂ່າວຕ່າງປະເທດ, ສາຍການບິນເຈແປນແອຣລາຍ ຫລືເຈເອແອເປີດໂຄງການກະຕຸ້ນ ການທ່ອງທ່ຽວ ໃນປະເທດ ຍີ່ປຸ່ນໂດຍປະກາດແຈກປີ້ ໂດຍສານຟຣີ ໃຫ້ນັກທ່ອງທ່ຽວ ຕ່າງປະເທດ ສຳລັບຖ້ຽວບິນ ພາຍໃນປະເທດ ນັບຕັ້ງແຕ່ ວັນທີ 13 ກັນຍາ ປີ 2024 .

ຊຶ່ງຂໍ້ສະເໜີພິເສດນີ້ ຈຳກັດ ຜູ້ຮັບສິດທິວ່າ ຈະຕ້ອງເປັນນັກທ່ອງທ່ຽວ ຕ່າງປະເທດເທົ່ານັ້ນ , ​ໂດຍການປະກາດ ຈະມອບສິດທິພິເສດ ໃຫ້ກຸ່ມ ນັກທ່ອງທ່ຽວ ມາຈາກ .ອາເມລິກາ, ການາດາ , ​ເມັກຊິກ, ​​ໄທ, ອົດສະຕຣາລີ, ນູແວນເຊລັງ, ສສ ຫວຽດນາມ, ອິນໂດເນເຊຍ, ອິນເດຍ, ຟີລິບປິນ, ສປຈີນແລະເຂດໄຕ້ຫວັນ(ຈີນ).

ນອກຈາກນີ້ ນັກທ່ອງທ່ຽວ ຈາກປະເທດດັ່ງກ່າວ ຈະຕ້ອງຈ້ອງປີ້ຍົນ ສາກົນ ແບບໄປ-​ກັບ ກັບສາຍການບິນເອເອແອ ລວມທັງ ຈ້ອງປີ້ຖ້ຽວບິນ ພາຍໃນປະເທດ ຍີ່ປຸ່ນ ພ້ອມກັນອີກດ້ວຍ​./.

KPL

ຂ່າວອື່ນໆ


Top