KPL
ເຈົ້າໜ້າທີ່ ຕຳຫລວດ ປາບປາມຢາເສບຕິດ ຂອງມຽນມາ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ໃນຫລາຍພື້ນທີ່ ອີກ 7 ຄົນ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 4 ກໍລະກົດ ເຈົ້າໜ້າທີ່ ຕຳຫລວດ ປາບປາມຢາເສບຕິດ ຂອງມຽນມາ ໄດ້ຈັບກຸມ ຜູ້ຕ້ອງສົງໄສ 2 ຄົນ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງ ໃນຫລາຍພື້ນທີ່ ອີກ 7 ຄົນ, ພ້ອມທັງ ຢຶດສານກະຕຸ້ນ ປະສາດ ຈຳນວນ 13,44 ລ້ານເມັດ ຢູ່ບ້ານເລເວ ຂອງ ນະຄອນຫລວງ ເນປິດໍ ຈາກ ຍານພາຫະນະ ທີ່ ຕ້ອງສົງໄສ. ຢາກະຕຸ້ນ ປະສາດ ທີ່ ຢຶດໄດ້ ກວມເອົາ ມູນຄ່າ 2,01 ໝື່ນລ້ານຈ໊າດ . ປັດຈຸບັນ, ເຈົ້າໜ້າທີ່ ພວມສືບສວນ ສອບສວນ ຜູ້ຕ້ອງສົງໄສ ໃນຄະດິດັ່ງກ່າວ./.
KPL