KPL
ຂປລ. ປັດຈຸບັນ ຢູ່ ສປປ ລາວ ພວມກະກຽມຄວາມພ້ອມ ສ້າງຕັ້ງໂຮງງານຜະລິດແກ້ວ ແລະ ແຜ່ນໄຟຟ້າແສງຕາເວັນ ໂດຍເປົ້າໝາຍ ເບື້ອງຕົ້ນເພື່ອສຶກສາ ຄວາມເປັນໄປໄດ້ ໃນການພັດທະນາ ພະລັງງານທົດແທນ ແລະ ຊຸກຍູ້ສົ່ງເສີມ ພັດທະນາພະລັງງານ ທີ່ມີຄວາມທັນສະໄໝ ໂດຍການນຳໃຊ້ ພະລັງງານຈາກທຳມະຊາດ
ຂປລ. ປັດຈຸບັນ ຢູ່ ສປປ ລາວ ພວມກະກຽມຄວາມພ້ອມ ສ້າງຕັ້ງໂຮງງານຜະລິດແກ້ວ ແລະ ແຜ່ນໄຟຟ້າແສງຕາເວັນ ໂດຍເປົ້າໝາຍ ເບື້ອງຕົ້ນເພື່ອສຶກສາ ຄວາມເປັນໄປໄດ້ ໃນການພັດທະນາ ພະລັງງານທົດແທນ ແລະ ຊຸກຍູ້ສົ່ງເສີມພັດທະນາພະລັງງານ ທີ່ມີຄວາມທັນສະໄໝ ໂດຍການນຳໃຊ້ ພະລັງງານຈາກທຳມະຊາດ ເປັນຕົ້ນ ແມ່ນການຜະລິດ ພະລັງງານໄຟຟ້າແສງຕາເວັນ ເພື່ອໃຊ້ໃນຄົວເຮືອນ, ໂຮງງານອຸດສາຫະກຳ ແລະ ນຳໃຊ້ໃນສະຖານທີ່ສຳຄັນຕ່າງໆ.
ໃນທ້າຍອາທິດຜ່ານມາ, ກຸ່ມບໍລິສັດການລົງທຶນ ແສງສະຫວັນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບກຸ່ມບໍລິສັດ ພອນຈະເລີນ (ປະເທດໄທ) ໃນການສ້າງໂຮງງານ ຜະລິດແກ້ວ ແລະ ແຜ່ນໄຟຟ້າ ແສງຕາເວັນ ຢູ່ລາວ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ດຣ. ຄຳແສນ ສີສະວົງ ປະທານກຸ່ມບໍລິສັດ ແສງສະຫວັນ ແລະ ທ່ານ ພອນ ຊຽງຈັນ ປະທານກຸ່ມບໍລິສັດ ພອນຈະເລີນ ເຊິ່ງນອກຈາກ ສຶກສາຄວາມເປັນໄປໄດ້ ໃນການພັດທະນາ ພະລັງງານທົດແທນ ແລະ ຊຸກຍູ້ສົ່ງເສີມພັດທະນາພະລັງງານ ທີ່ມີຄວາມທັນສະໄໝ ໂດຍການນຳໃຊ້ ພະລັງງານຈາກທຳມະຊາດແລ້ວ ຍັງຈະໄດ້ຜະລິດ ແລະ ຈຳໜ່າຍອຸປະກອນພະລັງງານ ແສງຕາເວັນທຸກຊະນິດ ໃຫ້ແກ່ລັດຖະບານລາວ ກໍຄື ເປັນການປະກອບສ່ວນເຂົ້າໃນ ການເຮັດໃຫ້ປະຊາຊົນ ເຂດຫ່າງໄກສອກຫລີກ ໄດ້ຊົມໃຊ້ໄຟຟ້າຢ່າງທົ່ວເຖິງ.
ພ້ອມກັນນີ້, ກຸ່ມບໍລິສັດດັ່ງກ່າວ ຍັງຈະໄດ້ພ້ອມກັນພັດທະນາ ອຸດສາຫະກຳການຜະລິດ ແກ້ວນິລະໄພ ເພື່ອການກໍ່ສ້າງ ແລະ ອາໄຫລ່ລົດ, ຜະລິດພະລັງງານໄຟຟ້າ ແສງຕາເວັນ ເພື່ອການກະສິກຳ ຄຽງຄູ່ກັບການ ພັດທະນາພະລັງງານທົດແທນ ໃຫ້ເປັນການຮຽນຮູ້ແກ່ ນັກຮຽນ-ນັກສຶກສາ ແລະ ປະຊາຊົນທົ່ວໄປ ເພື່ອນຳໄປພັດທະນາ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນ ໃຫ້ຫລາຍຂຶ້ນ.
KPL