ປິດງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 23

23/09/2026 12:23
Email Print 103
KPL ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ປິດງານ​ວາງ​ສະ​ແດງ​ ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ໜານ​ໜິງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ຂອງ ສປ ​ຈີນ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ ເປັນ​ເວ​ລາ 5 ວັນ ​ດ້ວຍ​ຮູບ​ແບບ​ ການ​ເຊື່ອມ​ໂຍງ 3 ​ພື້ນ​ທີ່​ ຈັດ​ງານ ຄື: ສະ​ຖານ​ທີ່ຫລັກ​ໜານ​ໜິງ, ເຂດ​ຊຸມ​ຊົນ​ໜານ A ແລະ ​ສະ​ຖານ​ທີ່​ສຳ​ຮອງ​ນະ​ຄອນກຸ້ຍຫລິນ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 21 ກັນ​ຍາ​ນີ້, ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ ​ປິດງານ​ວາງ​ສະ​ແດງ​ ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 23 ໄດ້​ຈັດ​ຂຶ້ນ​ ຢູ່​ນະ​ຄອນ​ໜານ​ໜິງ ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ຂອງ ສປ ​ຈີນ. ງານ​ວາງ​ສະ​ແດງ​ຄັ້ງ​ນີ້ ​ໄດ້​ຈັດ​ຂຶ້ນ ເປັນ​ເວ​ລາ 5 ວັນ ​ດ້ວຍ​ຮູບ​ແບບ​ ການ​ເຊື່ອມ​ໂຍງ 3 ​ພື້ນ​ທີ່​ ຈັດ​ງານ ຄື: ສະ​ຖານ​ທີ່ຫລັກ​ໜານ​ໜິງ, ເຂດ​ຊຸມ​ຊົນ​ໜານ A ແລະ ​ສະ​ຖານ​ທີ່​ສຳ​ຮອງ​ນະ​ຄອນກຸ້ຍຫລິນ, ມີ​ເນື້ອ​ທີ່​ການ​ວາງ​ສະ​ແດງ​ ທັງ​ໝົດ 170.000 ຕາແມັດ​, ໄດ້​ເຕົ້າ​ໂຮມ​ວິ​ສາ​ຫະ​ກິດ 3.432 ແຫ່ງຈາກ 73 ປະ​ເທດ​ ແລະ ເຂດ​ແຄວ້ນ​ເຂົ້າ​ຮ່ວມ. ຈຳ​ນວນ​ຜູ້​ເຂົ້າ​ທ່ຽວ​ຊົມ​ພື້ນ​ທີ່​ ການ​ວາງ​ສະ​ແດງ ​ທັງ​ສາ​ມ​ສະ​ຖານ​ທີ່ດັ່ງ​ກ່າວ​ ມີຫລາຍກວ່າ 350.000 ຄົນ ​ເຊິ່ງເປັນ​ສະ​ຖິ​ຕິ​ສູງ​ສຸດ​ ໃນ​ປະ​ຫວັດ​ສາດ. ໃນ​ເຂດ​ວາງ​ສະ​ແດງ​ພິ​ເສດ AI ​ຢູ່​ເຂດ​ຊຸມ​ຊົນ​ໜານ A ຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ ໄດ້​ບັນ​ລຸເຈດ​ຈຳ​ນົງ​ ການ​ຮ່ວມ​ມື ​ເກືອບ 100 ສະ​ບັບ​ ລວມ​ຍອດ​ມູນ​ຄ່າ​ ປະ​ມານ 2 ຕື້ຢວນ, ໃນ​ນັ້ນ ມີ​ເຈດ​ຈຳ​ນົງ​ ການ​ຮ່ວມ​ມື​ກັບ​ ອາ​ຊຽນ ຫລາຍກວ່າ 1 ຕື້ຢວນ.ງານ​ວາງ​ສະ​ແດງ​ ສິນ​ຄ້າ​ຈີນ-ອາ​ຊຽນ ​ຄັ້ງ​ທີ 24 ໄດ້​ກຳ​ນົດ​​ໃນ​ເບື້ອງ​ຕົ້ນ​ວ່າ ຈະ​ຈັດ​ຂຶ້ນ​​ ລະ​ຫວ່າງ ວັນ​ທີ 17-21 ເດືອນ​ກັນ​ຍາ​ປີ 2027 ໂດຍ​ແມ່ນ​ ສິງ​ກະ​ໂປ​ ຈະ​ເປັນ​ປະ​ເທດ​ ກິ​ຕິ​ມະ​ສັກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • 8 ປະເທດ ໃນອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ ກາຊາຂ່າວຕ່າງປະເທດ

      8 ປະເທດ ໃນອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ ກາຊາ

      9/23/2026 5:06:35 PM

      ລັດຖະມົນຕີ ການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດ ອາຣັບ ເອມີເລດ (UAE), ອິນໂດເນເຊຍ, ປາກິດສະ ຖານ, ຕວກກີ ແລະ ອາຣັບບີ ຊາອຸດິດ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ ແຜນການ​ຜັນ​ຂະ​ຫຍາຍ ໄລຍະ ທີສອງ ເພື່ອຮັກສາ ຄຳ​ສັ່ງຢຸດຍິງ, ​ຫລຸດ​ຜ່ອນ ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.

    • ສ.ອາເມລິກາ-ແດນມາກ-ກຣີນແລນ ລົງນາມໃນຂໍ້ຕົກລົງວ່າດ້ວຍ ຄວາມໝັ້ນຄົງຂ່າວຕ່າງປະເທດ

      ສ.ອາເມລິກາ-ແດນມາກ-ກຣີນແລນ ລົງນາມໃນຂໍ້ຕົກລົງວ່າດ້ວຍ ຄວາມໝັ້ນຄົງ

      9/23/2026 5:06:32 PM

      ນອກວາ​ລະ​ ປຶກ​ສາ​ຫາ​ລື ​ຂັ້ນ​ສູງ​ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ ຂອງ ສ.ອາ​ເມ​ລິ​ກາ, ທ່ານ ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ ພ້ອມກັບ ທ່ານ ນາງ ເມັດເຕ ເຟຣເດີ ຣິກເຊັນ, (Mette Frederiksen), ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ ເຢນສ໌-ເຟຣເດີຣິກ ນີລເຊັນ (Jens-Frederik Nielsen) ​ຜູ້​ວ່າ​ການ​ລັດ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະ​ວີ​ ການ​ມີ​ໜ້າ ​ດ້ານການທະຫານ​ຢູ່ ກຣີນແລນ

    • ຂໍ້ລິເລີ່ມການພັດທະນາທົ່ວໂລກ ຄົບຮອບ 5 ປີໄດ້ຮັບໝາກຜົນ ທີ່ອຸດົມສົມບູນຂ່າວຕ່າງປະເທດ

      ຂໍ້ລິເລີ່ມການພັດທະນາທົ່ວໂລກ ຄົບຮອບ 5 ປີໄດ້ຮັບໝາກຜົນ ທີ່ອຸດົມສົມບູນ

      9/23/2026 5:06:30 PM

      ສື່ມວນ​ຊົນ​ ຫລາຍ​ປະ​ເທດ​ ໄດ້​ລົງ​ບົດ​ຄວາມ​ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຂໍ້​ລິ​ເລີ່ມ​ ການ​ພັດ​ທະ​ນາ ​ທົ່ວ​ໂລກ ​ໄດ້​ຮັບ​​ການ​ຍ້ອງ​ຍໍ​​ຊົມ​ເຊີຍ ຢ່າງກວ້າງ​ຂວາງ ​ຍ້ອນ​ໄດ້​​ນຳ​ເອົາ ​ຜົນ​ປະ​ໂຫຍດ​ຕົວ​ຈິງ​​ ມາໃຫ້​ແກ່​ປະ​ຊາ​ຊົນ​ ຂອງ​​ທຸກປະ​ເທດ.

    • ກອງປະຊຸມລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີ ອາເຊັບຂ່າວຕ່າງປະເທດ

      ກອງປະຊຸມລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີ ອາເຊັບ

      9/23/2026 5:06:27 PM

      ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ​ ການ​ຄ້າ​ຈີນ-ອາ​ຊຽນ​ ຄັ້ງ​ທີ 25 ໄດ້​ຈັດ​ ຂຶ້ນ​​ເມື່ອບໍ່ດົນມານີ້ ຢູ່​ນະ​ຄອນຫລວງ​ມະ​ນິ​ລາ​ ຂອງ​ຟິ​ລິບ​ປິນ. ຈາກນັ້ນ ທ່ານ ຢ່ຽນ​ຕົ່ງ ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຄ້າ​ຈີນ​ ກ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ ຈະ​ສືບ​ຕໍ່​ນຳ​ເອົາ “ໂອ​ກາດ​​ຈາກ ສປ ຈີນ 2.0” ​ມາໃຫ້​ ອາ​ຊຽນ, ຍິນ​ດີ​ຮ່ວມ​ກັບ​ ອາ​ຊຽນ

    • ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາຂ່າວຕ່າງປະເທດ

      ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາ

      9/23/2026 12:56:25 PM

      ທ່ານ ອັບ​ບາ​ສ ອາ​ຣັກ​ຊີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ສະ​ຕີ​ຟ ວິດ​​ຄອ​ຟ ທູດ​ພິ​ເສດ​ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໃນ​ໄລ​ຍະ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ ສະ​ໄໝ ​ທີ 81 ຢູ່​ນະ​ຄອນ​ນິວຢອກ​ ຂອງ ສ.​ອາ​ເມ​ລິ​ກາ.


Top