ສ.ອາເມລິກາ-ແດນມາກ-ກຣີນແລນ ລົງນາມໃນຂໍ້ຕົກລົງວ່າດ້ວຍ ຄວາມໝັ້ນຄົງ

23/09/2026 17:06
KPL ນອກວາ​ລະ​ ປຶກ​ສາ​ຫາ​ລື ​ຂັ້ນ​ສູງ​ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ ຂອງ ສ.ອາ​ເມ​ລິ​ກາ, ທ່ານ ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ ພ້ອມກັບ ທ່ານ ນາງ ເມັດເຕ ເຟຣເດີ ຣິກເຊັນ, (Mette Frederiksen), ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ ເຢນສ໌-ເຟຣເດີຣິກ ນີລເຊັນ (Jens-Frederik Nielsen) ​ຜູ້​ວ່າ​ການ​ລັດ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະ​ວີ​ ການ​ມີ​ໜ້າ ​ດ້ານການທະຫານ​ຢູ່ ກຣີນແລນ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ວັນ​ທີ 22 ກັນຍາ, ຢູ່ນອກວາ​ລະ​ ປຶກ​ສາ​ຫາ​ລື ​ຂັ້ນ​ສູງ​ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະ ປະຊາຊາດ ຄັ້ງທີ 81 ທີ່ ນິວຢອກ ຂອງ ສ.ອາ​ເມ​ລິ​ກາ, ທ່ານ ໂດນັນ ທຣຳ, ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ ພ້ອມກັບ ທ່ານ ນາງ ເມັດເຕ ເຟຣເດີຣິກເຊັນ, (Mette Frederiksen), ນາຍົກລັດຖະມົນຕີ ແດນມາກ ແລະ ທ່ານ ເຢນສ໌-ເຟຣເດີຣິກ ນີລເຊັນ (Jens-Frederik Nielsen) ​ຜູ້​ວ່າ​ການ​ລັດ ກຣີນແລນ ໄດ້ລົງນາມ ໃນຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດໃຫ້ ວໍຊິງຕັນ ເພີ່ມທະ​ວີ​ ການ​ມີ​ໜ້າ ​ດ້ານການທະຫານ​ຢູ່ ກຣີນແລນ, ຜ່ານນັ້ນ ກໍ່ອາດ​ຈະແກ້ໄຂ ​ສະ​ພາບການ ບໍ່​ມີ​ທາງ​ອອກ​ ກ່ຽວ​ຂ້ອງ ​ເຖິງ​ເກາະ ທີ່​ມີແຮ່ທາດອຸດົມສົມບູນ ແລະ ມີ​ທີ່ຕັ້ງຍຸດທະສາດນີ້.ກ່າວ​ຄຳ​ເຫັນ ກ່ອນ​ຈັດພິທີລົງນາມ, ​ທ່ານ ໂດນັນ ທຣຳ ໄດ້​ຖະ​ແຫລງວ່າ ຂໍ້ຕົກລົງ ດັ່ງກ່າວ ໄດ້ນຳ​ "​ສິດຄວບຄຸມ​​ຍາວ​ນານ ສຳລັບ ຄວາມໝັ້ນຄົງ ແລະ ​ທຸກຄວາມຕ້ອງການອື່ນໆ ຢູ່​ເຂດດິນແດນນີ້" ມາ​ໃຫ້ ສ.ອາ​ເມ​ລິ​ກາ. ເຖິງຢ່າງໃດກໍ່ຕາມ, ຕາມຝ່າຍ ແດນມາກ, ຂໍ້ຕົກລົງດັ່ງກ່າວ ບໍ່ໄດ້ ໝາຍຄວາມ​ວ່າ ກຣີນແລນ ມອບໂອນ ອະທິປະໄຕ ໃຫ້ແກ່ ສ.ອາ​ເມ​ລິ​ກາ. ຂໍ້ຕົກລົງຍັງຕ້ອງຜ່ານ​ ບັນ​ດາ​ລະ​ບຽບ​ການ ທີ່ຈຳເປັນ​ຢູ່​ ສະ​ພາ​ແຫ່ງ​ຊາດ ​ແດນມາກ ແລະ ອົງ​ການນິຕິບັນຍັດ ກຣີນແລນ ກ່ອນທີ່ຈະສາມາດ ປະຕິບັດໄດ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • 8 ປະເທດ ໃນອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ ກາຊາຂ່າວຕ່າງປະເທດ

      8 ປະເທດ ໃນອາຣັບ ແລະ ມຸດສະລິມ ຊຸກຍູ້ແຜນການສັນຕິພາບຢູ່ ກາຊາ

      9/23/2026 5:06:35 PM

      ລັດຖະມົນຕີ ການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດ ອາຣັບ ເອມີເລດ (UAE), ອິນໂດເນເຊຍ, ປາກິດສະ ຖານ, ຕວກກີ ແລະ ອາຣັບບີ ຊາອຸດິດ ໄດ້ຮຽກຮ້ອງໃຫ້​ບັນ​ດາຝ່າຍ ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາໄລ​ຍະ​ທຳ​ອິດ ​ຂອງແຜນການກ່ຽວ​ກັບ​ ກາ​ຊາ ຢ່າງ​ຄົບ​ຖ້ວນ, ພ້ອມກັນ​ນັ້ນ​ຊຸກ​ຍູ້ ແຜນການ​ຜັນ​ຂະ​ຫຍາຍ ໄລຍະ ທີສອງ ເພື່ອຮັກສາ ຄຳ​ສັ່ງຢຸດຍິງ, ​ຫລຸດ​ຜ່ອນ ​ສະ​ພາບມະນຸດສະທຳ ແລະ ກ້າວໄປ​ເຖິງການຟື້ນຟູ, ສ້າງ​ສາເຂດ ກາຊາ ຄືນ​ໃໝ່.

    • ຂໍ້ລິເລີ່ມການພັດທະນາທົ່ວໂລກ ຄົບຮອບ 5 ປີໄດ້ຮັບໝາກຜົນ ທີ່ອຸດົມສົມບູນຂ່າວຕ່າງປະເທດ

      ຂໍ້ລິເລີ່ມການພັດທະນາທົ່ວໂລກ ຄົບຮອບ 5 ປີໄດ້ຮັບໝາກຜົນ ທີ່ອຸດົມສົມບູນ

      9/23/2026 5:06:30 PM

      ສື່ມວນ​ຊົນ​ ຫລາຍ​ປະ​ເທດ​ ໄດ້​ລົງ​ບົດ​ຄວາມ​ ໂດຍ​ຊີ້​ໃຫ້​ເຫັນ​ວ່າ: ຂໍ້​ລິ​ເລີ່ມ​ ການ​ພັດ​ທະ​ນາ ​ທົ່ວ​ໂລກ ​ໄດ້​ຮັບ​​ການ​ຍ້ອງ​ຍໍ​​ຊົມ​ເຊີຍ ຢ່າງກວ້າງ​ຂວາງ ​ຍ້ອນ​ໄດ້​​ນຳ​ເອົາ ​ຜົນ​ປະ​ໂຫຍດ​ຕົວ​ຈິງ​​ ມາໃຫ້​ແກ່​ປະ​ຊາ​ຊົນ​ ຂອງ​​ທຸກປະ​ເທດ.

    • ກອງປະຊຸມລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີ ອາເຊັບຂ່າວຕ່າງປະເທດ

      ກອງປະຊຸມລັດຖະມົນຕີເສດຖະກິດການຄ້າຈີນ-ອາຊຽນ ແລະ ກອງປະຊຸມລະດັບລັດຖະມົນຕີ ອາເຊັບ

      9/23/2026 5:06:27 PM

      ກອງ​ປະ​ຊຸມ​ ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ​ ການ​ຄ້າ​ຈີນ-ອາ​ຊຽນ​ ຄັ້ງ​ທີ 25 ໄດ້​ຈັດ​ ຂຶ້ນ​​ເມື່ອບໍ່ດົນມານີ້ ຢູ່​ນະ​ຄອນຫລວງ​ມະ​ນິ​ລາ​ ຂອງ​ຟິ​ລິບ​ປິນ. ຈາກນັ້ນ ທ່ານ ຢ່ຽນ​ຕົ່ງ ຮອງ​ລັດ​ຖະ​ມົນ​ຕີ ​ກະ​ຊວງ​ການ​ຄ້າ​ຈີນ​ ກ່າວ​ວ່າ: ເສດ​ຖະ​ກິດ​ຈີນ​ ຈະ​ສືບ​ຕໍ່​ນຳ​ເອົາ “ໂອ​ກາດ​​ຈາກ ສປ ຈີນ 2.0” ​ມາໃຫ້​ ອາ​ຊຽນ, ຍິນ​ດີ​ຮ່ວມ​ກັບ​ ອາ​ຊຽນ

    • ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາຂ່າວຕ່າງປະເທດ

      ລັດຖະມົນຕີຕ່າງປະເທດອີຣານ ພົບປະເຈລະຈາກັບ ທູດພິເສດ ສ.ອາເມລິກາ

      9/23/2026 12:56:25 PM

      ທ່ານ ອັບ​ບາ​ສ ອາ​ຣັກ​ຊີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ ​ທ່ານ ​ສະ​ຕີ​ຟ ວິດ​​ຄອ​ຟ ທູດ​ພິ​ເສດ​ ປະ​ທາ​ນາ​ທິ​ບໍ​ດີ ສ.​ອາ​ເມ​ລິ​ກາ​ ໃນ​ໄລ​ຍະ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ ສະ​ໄໝ ​ທີ 81 ຢູ່​ນະ​ຄອນ​ນິວຢອກ​ ຂອງ ສ.​ອາ​ເມ​ລິ​ກາ.

    • ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48ຂ່າວຕ່າງປະເທດ

      ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48

      9/23/2026 12:41:13 PM

      ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທ​ດ​ຈີນ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​​ ງານແຂ່ງ​ຂັນ ສີ​ມື​ແຮງ​ງານ​ໂລກ ​ຄັ້ງ​ທີ 48. ເນື້ອ​ໃນ​ສານ ລະ​ບຸ​ວ່າ​: ປັດ​ຈຸ​ບັນ, ການ​ປະ​ຕິ​ວັດ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ ໄດ້​ເລັ່ງ​ລັດ​​ໄວ້​ຂຶ້ນ ເຊິ່ງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​​ ທີ່​ເລິກ​ເຊິ່ງ ​​ຕໍ່ການ​ພັດ​ທະ​ນາ ​ສີ​ມືແຮງ​ງານ​ທົ່ວ​ໂລກ.


Top