KPL
ລັດຖະມົນຕີ ການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດ ອາຣັບ ເອມີເລດ (UAE), ອິນໂດເນເຊຍ, ປາກິດສະ ຖານ, ຕວກກີ ແລະ ອາຣັບບີ ຊາອຸດິດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ປະຕິບັດຄຳໝັ້ນສັນຍາໄລຍະທຳອິດ ຂອງແຜນການກ່ຽວກັບ ກາຊາ ຢ່າງຄົບຖ້ວນ, ພ້ອມກັນນັ້ນຊຸກຍູ້ ແຜນການຜັນຂະຫຍາຍ ໄລຍະ ທີສອງ ເພື່ອຮັກສາ ຄຳສັ່ງຢຸດຍິງ, ຫລຸດຜ່ອນ ສະພາບມະນຸດສະທຳ ແລະ ກ້າວໄປເຖິງການຟື້ນຟູ, ສ້າງສາເຂດ ກາຊາ ຄືນໃໝ່.

ຂປລ.ວິທະຍຸ ກະຈ່າຍສຽງຫວຽດນາມ, ລັດຖະມົນຕີ ການຕ່າງປະເທດຂອງ 8 ປະເທດ, ລວມມີ: ເອຢິບ, ກາຕາ, ຈໍແດນ, ສະຫະລັດ ອາຣັບ ເອມີເລດ (UAE), ອິນໂດເນເຊຍ, ປາກິດສະ ຖານ, ຕວກກີ ແລະ ອາຣັບບີ ຊາອຸດິດ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍ ປະຕິບັດຄຳໝັ້ນສັນຍາໄລຍະທຳອິດ ຂອງແຜນການກ່ຽວກັບ ກາຊາ ຢ່າງຄົບຖ້ວນ, ພ້ອມກັນນັ້ນຊຸກຍູ້ ແຜນການຜັນຂະຫຍາຍ ໄລຍະ ທີສອງ ເພື່ອຮັກສາ ຄຳສັ່ງຢຸດຍິງ, ຫລຸດຜ່ອນ ສະພາບມະນຸດສະທຳ ແລະ ກ້າວໄປເຖິງການຟື້ນຟູ, ສ້າງສາເຂດ ກາຊາ ຄືນໃໝ່. ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ 22 ກັນຍາ, ຢູ່ ນິວຢອກ ຂອງ ສ.ອາເມ ລິກາ ຢູ່ນອກກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ 81. ໃນຖະແຫລງການຮ່ວມ, ບັນດາລັດຖະມົນຕີ ໄດ້ສະແດງຄວາມວິຕົກກັງວົນ ຢ່າງເລິກເຊິ່ງ ຕໍ່ສະພາບການ ມະນຸດສະທຳ ທີ່ສືບຕໍ່ປະສົບກັບ ຄວາມຫຍຸ້ງຍາກຢູ່ ກາຊາ, ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ ອິດສະຣາແອນ ປະຕິບັດ ຄຳໝັ້ນສັນຍາ ທີ່ຍັງເຫລືອ ໃນໄລຍະທຳອິດ ຂອງແຜນໃນທັນທີ, ໃນນັ້ນ ລວມມີ ການຮັບປະກັນ ການສະໜອງການໜູນຊ່ວຍ ມະນຸດສະທຳ ແລະ ວັດຖຸອຸປະກອນຟື້ນຟູ ໄດ້ປະຕິບັດຢ່າງປອດໄພ, ວ່ອງໄວ ແລະ ບໍ່ຖືກກີດຂວາງ, ກໍ່ຄືສ້າງເງື່ອນໄຂ ໃນການຟື້ນຟູ ບັນດາພື້ນຖານໂຄງລ່າງທີ່ຈຳເປັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL