ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

23/09/2026 11:55
Email Print 140
KPL ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

ຫ້ອງວາງສະແດງດັ່ງກ່າວ ໄດ້ນຳສະເໜີຈຸດເດັ່ນ ຂອງແຂວງເຊກອງ ທັງດ້ານການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ, ສິນຄ້າກະສິກຳ, ຫັດຖະກຳ ແລະ ທ່າແຮງດ້ານການລົງທຶນ, ພ້ອມທັງນຳໃຊ້ຮູບພາບ ແລະ ສື່ປະກອບທີ່ສວຍງາມ ເພື່ອໃຫ້ຜູ້ມາຊົມໄດ້ຮັບຮູ້ເຖິງເອກະລັກ ແລະ ສະເໜ່ຂອງແຂວງເຊກອງ ຢ່າງກວ້າງຂວາງ.

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ, ກອງເລຂາຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມງານ ໄດ້ກ່າວວ່າ: ການທີ່ໄດ້ຮັບລາງວັນດັ່ງກ່າວ ແມ່ນເປັນກຽດຢ່າງສູງຂອງຫ້ອງວາງສະແດງແຫ່ງຊາດ ແລະ ເປັນກຳລັງໃຈສຳຄັນ ໃຫ້ແຂວງເຊກອງ ສືບຕໍ່ຍົກສູງການປັບປຸງຜະລິດຕະພັນສິນຄ້າທ່າແຮງຂອງແຂວງ, ການສົ່ງເສີມສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄື ທ່າແຮງຂອງແຂວງໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈການນຳພັກ-ລັດຖະບານ ທັງສອງຝ່າຍ, ການນຳຂອງແຂວງ, ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ-ແຂວງ ແລະ ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ, ຄະນະຮັບຜິດຊອບຈັດງານ CAEXPO ຄັ້ງທີ 23 ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ທີ່ໄດ້ທຸ່ມເທກຳລັງແຮງກາຍ, ຄວາມສາມາດ ຈົນສາມາດນຳພາບພົດ “ແຂວງເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ອອກສູ່ສາຍຕາຂອງສາກົນ ໄດ້ຢ່າງໂດດເດັ່ນ ແລະ ມີຜົນສຳເລັດ.

ຂ່າວ: ສັນຍາ; ພາບ: ໄຊສະຫວັນ


KPL

ຂ່າວອື່ນໆ

    • ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດວັດທະນະທຳ-ສັງຄົມ

      ຍົກລະດັບຄວາມຮູ້ການນຳໃຊ້ປັນຍາປະດິດ

      9/23/2026 11:51:41 AM

      ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບມູນນິທິເອເຊຍ ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ປັນຍາປະດິດໃນພາກປະຕິບັດ ແລະ ມີຄວາມຮັບຜິດຊອບ ເພື່ອເພີ່ມປະສິດທິພາບການປະຕິບັດໜ້າທີ່ໃນອົງກອນ ສຳລັບສູນກາງສະຫະພັນແມ່ຍິງ” ເພື່ອສ້າງຄວາມເຂັ້ມແຂງ ແລະ ຍົກລະດັບທັກສະການນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວັນທີ 21-22 ກັນຍາ 2026

    • 4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳວັດທະນະທຳ-ສັງຄົມ

      4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

      9/23/2026 11:44:18 AM

      ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

    • ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້ວັດທະນະທຳ-ສັງຄົມ

      ກຽມພົບກັບມະຫະກຳສີມືຫັດຖະກຳລາວ ໃນທ້າຍເດືອນຕຸລານີ້

      9/23/2026 9:55:10 AM

      ສະມາຄົມຫັດຖະກຳລາວ ຮ່ວມກັບກົມສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ກຽມຈະຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາລາວ ຄັ້ງທີ 25 ປະຈໍາປີ 2026 ໃນລະຫວ່າງວັນທີ 31 ຕຸລາ ຫາ 8 ພະຈິກ 2026 ທີ່ສູນວາງສະແດງສິນຄ້າລາວ-ໄອເຕັກ (ຕຶກເກົ່າ)

    • ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນວັດທະນະທຳ-ສັງຄົມ

      ບໍລິຄຳໄຊ ຫາລືການພັດທະນາໂຄງການພັດທະນາແສງຕາເວັນ

      9/22/2026 12:22:10 AM

      ຂປລ. ແຫລ່ງຂ່າວຈາກແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລືແບບເປີດກວ້າງ ລະ ຫວ່າງ ໂຄງການພະລັງງານແສງ ຕາເວັນ 100 ເມກາວັດ ແລະ ຊຸມ ຊົນທ້ອງຖິ່ນ ກ່ຽວກັບການພັດທະ ນາໂຄງການພະລັງງານແສງຕາ ເວັນ ແລະ ກົນໄກສິນເຊື່ອກາກບອນ ໄດ້ຈັດຂ້ຶນທ່ີພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນ ປະທານຮ່ວມຂອງ ທ່ານ ສຸກສາ ຄອນ ບົວທອງ ຮອງຫົວໜ້າພະແນກ ອຸດສະຫະກຳ ແລະ ການຄ້າແຂວງ ບໍລິຄຳໄຊ, ທ່ານ ເພັງຊົງ ຕົງນາມະ ວົງ ຜູ້ອຳນວຍການ ໂຄງການພະລັງ ງານແສງຕາເວັນ ພ້ອມດ້ວຍອຳ ນາດການປົກຄອງບ້ານນໍ້າງຽບ, ບ້ານກ້ວຍອຸດົມ, ພະແນກການທ່ ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ເຂົ້າຮ່ວມ.

    • ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນວັດທະນະທຳ-ສັງຄົມ

      ຄະນະໂຄສະນາອົບຮົມເຊກອງ ສະຫລຸບຜົນງານ 9 ເດືອນ

      9/22/2026 12:16:05 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມແຂວງເຊກອງ ສະຫລຸບ ຜົນການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນ ການ 3 ເດືອນທ້າຍປີ 2026, ຄວບ ຄູ່ກັບການເຊື່ອມຊຶມເນື້ອໃນເອກະ ສານສຳຄັນມູນເຊື້ອຂອງພັກ-ຂອງ ຊາດ ທ້າຍອາທິດຜ່ານມາ, ໂດຍ ການເປັນປະທານຂອງ ທ່ານ ຄຳ ພາ ໄຊຍະແສງ ກຳມະການພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງເຊກອງ.


Top