KPL
ກອງປະຊຸມ ລັດຖະມົນຕີ ເສດຖະກິດ ການຄ້າຈີນ-ອາຊຽນ ຄັ້ງທີ 25 ໄດ້ຈັດ ຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງມະນິລາ ຂອງຟິລິບປິນ. ຈາກນັ້ນ ທ່ານ ຢ່ຽນຕົ່ງ ຮອງລັດຖະມົນຕີ ກະຊວງການຄ້າຈີນ ກ່າວວ່າ: ເສດຖະກິດຈີນ ຈະສືບຕໍ່ນຳເອົາ “ໂອກາດຈາກ ສປ ຈີນ 2.0” ມາໃຫ້ ອາຊຽນ, ຍິນດີຮ່ວມກັບ ອາຊຽນ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ກອງປະຊຸມ ລັດຖະມົນຕີ ເສດຖະກິດ ການຄ້າຈີນ-ອາຊຽນ ຄັ້ງທີ 25 ໄດ້ຈັດ ຂຶ້ນເມື່ອບໍ່ດົນມານີ້ ຢູ່ນະຄອນຫລວງມະນິລາ ຂອງຟິລິບປິນ. ຈາກນັ້ນ ທ່ານ ຢ່ຽນຕົ່ງ ຮອງລັດຖະມົນຕີ ກະຊວງການຄ້າຈີນ ກ່າວວ່າ: ເສດຖະກິດຈີນ ຈະສືບຕໍ່ນຳເອົາ “ໂອກາດຈາກ ສປ ຈີນ 2.0” ມາໃຫ້ ອາຊຽນ, ຍິນດີຮ່ວມກັບ ອາຊຽນ ຮັບມືກັບລັດທິຝ່າຍດຽວ ແລະ ລັດທິປົກປ້ອງ, ເປີດກວ້າງການລົງທຶນ ແລະ ການຮ່ວມມື ດ້ານເສດຖະກິດ ດິຈິຕອນ ແລະ ການຄ້າສີຂຽວ. ຝ່າຍອາຊຽນ ກ່າວວ່າ: ສປ ຈີນ ເປັນຄູ່ການຄ້າໃຫຍ່ທີ່ສຸດ ຂອງອາຊຽນ 17 ປີ ລຽນຕິດ, ຊົມເຊີຍກັບຄວາມຄືບໜ້າ ໃນການໃຫ້ສັດຕະຍາບັນ ອະນຸສັນຍາຍົກລະດັບ ເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ແລະ ຫວັງວ່າ ຈະມີຜົນບັງຄັບໃຊ້ໂດຍໄວ.ຂະນະທີ່ ກອງປະຊຸມ ລະດັບລັດຖະມົນຕີ ຄັ້ງທີ 5 ນັບແຕ່ ສັນຍາການພົວພັນ ຄູ່ຮ່ວມ ເສດຖະກິດ ຮອບດ້ານ ຂອງພາກພື້ນ ຫລື ອາເຊັບ(RCEP) ມີຜົນບັງຄັບໃຊ້ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ມະນິລາ ຂອງຟີລິບປິນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL