ມອບຕົວຜູ້ຖືກຫາສັນຊາດໄທ 129 ຄົນ ທີ່ກໍ່ອາຊະຍາກຳທາງອິນເຕີເນັດ-ການພະນັນອອນລາຍ

22/09/2026 08:52
Email Print 179
KPL ອີງຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ແຫ່ງ ສປປ ລາວ, ສະບັບເລກທີ 59/ສພຊ, ລົງວັນທີ 26 ທັນວາ 2014 ແລະ ອີງຕາມການຕົກລົງເຫັນດີຂອງທາງການ ສປປ ລາວ ແລະ ທາງການ ລາຊະອານາຈັກໄທ.

 ໃນວັນທີ 17 ກັນຍາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ມອບຜູ້ຖືກຫາສັນຊາດໄທ ທີ່ກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຈຳນວນ 129 ຄົນ, ຍິງ 57 ຄົນ ໃຫ້ເຈົ້າໜ້າທີ່ທາງການໄທ ສືບຕໍ່ດຳເນີນຄະດີຕາມລະບຽບກົດໝາຍ ຊຶ່ງຜູ້ຖືກຫາຈຳນວນດັ່ງກ່າວ ແມ່ນຖືກເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ໂຮງແຮມ ແມັງໂກຣຟ (Mangrove) ແລະ ອາພາດເມັ້ນ ກໍລໍຣີ (Glory) ຕັ້ງຢູ່ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 28 ສິງຫາ 2026.

ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ທ່ານ ພັທ ແກ່ນຄຳ ແກ່ນທະວົງ ຫົວໜ້າຕຳຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະ ເຈົ້າໜ້າທີ່ຝ່າຍໄທ ເຊັນຮັບໂດຍ ທ່ານ ພັທ ທິຍາຊະພັດ ຣັງສິພຣາມະນາກຸນ ຮອງຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ຈັງຫວັດໜອງຄາຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ຕໍ່ກັບບັນຫາດັ່ງກ່າວ, ຖ້າຫາກທ່ານໃດພົບເຫັນການເຄື່ອນໄຫວຂອງກຸ່ມຄົນ ຫຼື ບຸກຄົນ ທີ່ອາດເປັນກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ພະນັນອອນລາຍ ສາມາດແຈ້ງໄປຍັງເຈົ້າໜ້າທີ່ ເບີສາຍດ່ວນ 1533 ໄດ້ຕະຫຼອດ 24 ຊົ່ວໂມງ.

ຂ່າວ: ຄຳໂຖ

KPL

ຂ່າວອື່ນໆ


Top