ຍອດຈໍານວນ ຜູ້ເສຍຊີວິດ ຈາກເຫດນໍ້າຖ້ວມຢ່າງໜັກ ຢູ່ເນປານ ເພີ່ມຂຶ້ນ 270 ຄົນ

28/08/2026 12:52
KPL ສຳນັກງານ ຕຳຫລວດ ເນປານ ລາຍງານ ຍອດຈຳນວນ ຜູ້ເສຍຊີວິດ ຈາກເຫດການ ນໍ້າຖ້ວມ ຢ່າງໜັກ ທາງຕອນເໜືອ ຂອງ ເນປານ ລວມມີ 270 ຄົນ

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 28 ສິງຫາ: ສຳນັກງານ ຕຳຫລວດ ເນປານ ລາຍງານ ຍອດຈຳນວນ ຜູ້ເສຍຊີວິດ ຈາກເຫດການ ນໍ້າຖ້ວມ ຢ່າງໜັກ ທາງຕອນເໜືອ ຂອງ ເນປານ ລວມມີ 270 ຄົນ ດ້ານຄະນະກຳມະການທ່ອງທ່ຽວ ເນປານ ລະບຸວ່າ ມີນັກທ່ອງທ່ຽວ ສູນຫາຍ 644 ຄົນ. ໃນນັ້ນ ຊາວເນປານ 127 ຄົນ ແລະ ຊາວຕ່າງປະເທດ ປະມານ 30 ປະເທດ ເພີ່ມຂຶ້ນອີກ 517 ຄົນ.

ການປະຕິບັດຄົ້ນຫາ ແລະ ກູ້ໄພໃນພື້ນທີ່ ປະສົບໄພ ຍັງສືບຕໍ່ດຳເນີນການ ໂດຍສະເພາະ ການລະບຸ ຕຳແໜ່ງຜູ້ສູນຫາຍ ແລະ ກູ້ເອົາຜູ້ເສຍຊີວິດ ເພີ່ມຂຶ້ນ. ຄຽງຄູ່ກັນນັ້ນ ຍັງລະດົມ ກຳລັງ ເຈົ້າໜ້າທີ່ ລົງໄປພື້ນທີ່ ຈຳນວນ 7.451 ຄົນ ແລະ ໜ່ວຍງານກູ້ໄພ ໄປເຄື່ອນຍ້າຍ ຜູ້ປະສົບໄພ ດ້ວຍເຮືອບິນ 305 ຄົນ.

ທ່ານ ເພນນີ ຫວອງ (Penny Wong) ລັດຖະມົນຕີ ກະຊວງ ການຕ່າງປະເທດ ຂອງ ອົດສຕຣາລີ ກ່າວວ່າ ອົດສຕຣາລີ ຈະຈັດສົ່ງ ທີມຜູ້ຊ່ຽວຊານ ດ້ານການຮັບມື ວິກິດ ໄປຍັງ ເນປານ ເພື່ອຊ່ວຍ ຮັບມືກັບ ສະຖານະການ ຈາກເຫດການ ນໍ້າຖ້ວມ ຢ່າງກະທັນຫັນ ທີ່ສ້າງຄວາມ ເສຍຫາຍ ຢ່າງໜັກ. ໃນຂະນະທີ່ ທ່ານ ອານຸຣາ ກຸມາຣາ ດິສານາຢາເກ (Anura Kumara Dissanayake) ປະທານາທິບໍດີ ສີລັງກາ ໄດ້ສະແດງ ຄວາມເສຍໃຈ ຕໍ່ການສູນເສຍຊີວິດ ຈາກເຫດການ ນໍ້າຖ້ວມ ໃນເນປານ, ພ້ອມກັນນັ້ນ ຍັງລະບຸວ່າ ສີລັງກາ ຍິນດີ ໃຫ້ຄວາມ ຊ່ວຍເຫລືອ ດ້ານການກູ້ໄພ ແລະ ການຈັດການ ເສດຊາກ ຄວາມເສຍຫາຍ ໃນພື້ນທີ່ປະສົບໄພ./

KPL

ຂ່າວອື່ນໆ


Top