ສະຫລອງວັນໄວໜຸ່ມສາກົນປະຈຳປີ 2026

28/08/2026 08:51
Email Print 140
KPL ສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ (ສຊປລ) ຮ່ວມ ກັບ ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ຈັດງານສະເຫລີມສະຫລອງວັນ ໄວໜຸ່ມສາກົນ ປະຈຳປີ 2026 ພາຍໃຕ້ຫົວຂໍ້: “ສະພາບການທີ່ແຕກຕ່າງກັນ, ຄວາມມຸ່ງຫວັງຄືກັນ” ໃນ ວັນທີ 26 ສິງຫາ 2026 ນີ້

ໂດຍມີ ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານ ສຊປລ, ທ່ານ ຄຳບິສ ຄາບີຣີ ຜູ້ຮັກສາການ ແທນຫົວໜ້າອົງການUNFPA ປະຈຳ ສປປ ລາວ, ພ້ອມດ້ວຍ ຕົວແທນພາກລັດ, ຄູ່ຮ່ວມພັດທະນາ, ອົງການສາກົນ, ພາກເອກະຊົນ, ສະຖາ ບັນການສຶກສາ, ສະມາຄົມ, ສື່ມວນຊົນ ແລະ ຕົວແທນເຍົາວະຊົນ-ໄວໜຸ່ມທີ່ອາໄສ ຢູ່ເຂດຊົນນະບົດ ແລະ ຫ່າງໄກ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້ ເນັ້ນໃຫ້ເຫັນວ່າ: ເຖິງວ່າໄວໜຸ່ມຈະດຳລົງຊີວິດຢູ່ໃນສະພາບ ແວດລ້ອມ ແລະ ບໍລິບົດທີ່ແຕກຕ່າງກັນ ແຕ່ພວກເຂົາຍັງມີຄວາມມຸ່ງຫວັງຮ່ວມ ກັນເຊັ່ນ: ການໄດ້ຮັບການສຶກສາທີ່ມີຄຸນ ນະພາບ, ມີວຽກເຮັດງານທຳທີ່ໝັ້ນຄົງ, ມີສຸຂະພາບດີ, ມີໂອກາດທີ່ເທົ່າທຽມ ແລະ ມີສ່ວນຮ່ວມຢ່າງມີຄວາມໝາຍໃນການ ກຳນົດອະນາຄົດຂອງຕົນເອງ. ພາຍໃນ ງານໄດ້ມີການສະແດງລະຄອນເວທີແບບ ມີສ່ວນຮ່ວມທີ່ສ້າງ ແລະ ສະແດງ ໂດຍ ໄວໜຸ່ມ, ສະທ້ອນບັນຫາດ້ານການສຶກສາ, ການຈ້າງງານ, ການເຂົ້າເຖິງດີຈິຕອນ, ການຮັບມືກັບການປ່ຽນແປງສະພາບດິນ ຟ້າອາກາດ ແລະ ສຸຂະພາບຈິດ. ນອກນັ້ນ, ຍັງມີເວທີສົນທະນາລະຫວ່າງເຍົາວະຊົນໄວໜຸ່ມກັບຜູ້ກຳນົດນະໂຍບາຍ ແລະ ຜູ້ ບໍລິຫານ ເພື່ອແລກປ່ຽນມຸມມອງ ແລະ ສະ ເໜີປະເດັນທີ່ສຳຄັນຕໍ່ຊີວິດ ແລະ ອະນາຄົດ ຂອງໄວໜຸ່ມ, ມີການທົບທວນຜົນການສົນ ທະນາເຍົາວະຊົນອາຊຽນ ປີ 2024 ທີ່ ຈັດຂຶ້ນຢູ່ແຂວງຫລວງພະບາງ, ພ້ອມທັງ ລາຍງານຄວາມຄືບໜ້າໃນການຜັກດັນ ຍຸດທະສາດການພັດທະນາໄວໜຸ່ມ ແລະ ເຍົາວະຊົນ ສົກປີ 2021-2030. ພ້ອມນີ້, ຍັງໄດ້ຈັດງານວາງສະແດງວຽກງານການ ສຶກສາຈາກອົງການຈັດຕັ້ງທີ່ນຳພາໂດຍຊາວໜຸ່ມ, ໜ່ວຍງານລັດຖະບານ, ຄູ່ຮ່ວມ ພັດທະນາ, ສະຖາບັນການສຶກສາ, ອົງການ ຈັດຕັ້ງສັງຄົມ ແລະ ພາກສ່ວນເອກະຊົນ ແນໃສ່ເຮັດໃຫ້ຜູ້ເຂົ້າຮ່ວມສາມາດແລກ ປ່ຽນຂໍ້ມູນ, ຮຽນຮູ້ກ່ຽວກັບການບໍລິການທີ່ ມີຢູ່, ຄົ້ນຫາໂຄງການໃໝ່ໆ, ສະແດງແນວ ຄວາມຄິດ ແລະ ວິທີແກ້ໄຂບັນຫາທີ່ນຳພາ ໂດຍຊາວໜຸ່ມ. ທ່ານ ສຸລິຍາ ແກ້ວພິລາວົງ ໄດ້ກ່າວວ່າ: ເຍົາວະຊົນ ແລະ ໄວໜຸ່ມແມ່ນກຳລັງແຮງ ສຳຄັນຂອງການພັດທະນາປະເທດ ເພາະ ເປັນຜູ້ນຳເອົາຄວາມຄິດສ້າງສັນ, ພະລັງ ແຮງ ແລະ ມຸມມອງໃໝ່ໆມາສູ່ຄອບຄົວ, ຊຸມຊົນ ແລະ ສັງຄົມ. ພ້ອມຢືນຢັນວ່າ ສຊປລ ຈະສືບຕໍ່ຮ່ວມມືກັບໄວໜຸ່ມ ແລະ ຄູ່ ຮ່ວມງານ ເພື່ອຮັບຟັງສຽງ, ສົ່ງເສີມສັກ ກະຍະພາບ ແລະ ສ້າງໂອກາດໃຫ້ໄວໜຸ່ມ ໄດ້ມີສ່ວນຮ່ວມໃນການສ້າງອະນາຄົດ ຂອງຊາດ. ທ່ານ ຄຳບິສ ຄາບີຣີ ກໍໄດ້ກ່າວວ່າ: ການ ເຮັດໃຫ້ຄວາມມຸ່ງຫວັງຂອງໄວໜຸ່ມເປັນ ຈິງຕ້ອງກ້າວໄປພ້ອມກັນທັງສອງຝ່າຍ, ດ້ານໜຶ່ງໄວໜຸ່ມຕ້ອງມີຄວາມຫ້າວຫັນ, ພວກເຂົາຕ້ອງມີຄວາມກ້າຫານ, ມີຝັນທີ່ຍິ່ງໃຫຍ່, ສົ່ງສຽງຂອງພວກເຂົາອອກມາ, ຮຽນຮູ້ທັກສະໃໝ່ໆ ແລະ ເປັນເຈົ້າການໃນ ຊີວິດ ແລະ ຊຸມຊົນຂອງພວກເຈົ້າເອງ. ອີກ ດ້ານໜຶ່ງ, ລັດຖະບານ ແລະ ສະຖາບັນ ຕ່າງໆຕ້ອງສະໜອງສະພາບແວດລ້ອມທີ່ ເອື້ອອຳນວຍ, ສົ່ງເສີມ ແລະ ຈະຕ້ອງຮັບ ປະກັນວ່າເດັກຍິງທຸກຄົນສາມາດຮຽນຕໍ່ຢູ່ ໂຮງຮຽນ ແລະ ຕັດສິນໃຈຢ່າງມີອິດສະລະ ວ່າຈະແຕ່ງງານເມື່ອໃດ ແລະ ຈະແຕ່ງ ງານ ຫລື ບໍ່, ເຍົາວະຊົນສາມາດເຂົ້າເຖິງ ຂໍ້ມູນຂ່າວສານດ້ານສຸຂະພາບ, ສຸຂະພາບ ຈະເລີນພັນ ແລະ ເພດສຶກສາຢ່າງຖືກຕ້ອງ ໂດຍບໍ່ຕ້ອງມີຄວາມຢ້ານກົວ ຫລື ການ ຕັດສິນ ແລະ ໄວໜຸ່ມພິການສາມາດມີ ສ່ວນຮ່ວມໃນການເຮັດວຽກ ແລະ ຊີວິດ ສາທາລະນະຢ່າງເທົ່າທຽມກັນ. ງານສະເຫລີມສະຫລອງຄັ້ງນີ້, ສະ ທ້ອນເຖິງບົດບາດ ແລະ ທ່າແຮງຂອງ ເຍົາ ວະຊົນ ແລະ ໄວໜຸ່ມລາວ ໃນການ ເປັນຜູ້ນຳ, ສ້າງນະວັດຕະກຳ, ພັດທະນາ ຊຸມຊົນ, ຮັບມືກັບບັນຫາສະພາບດິນຟ້າ ອາກາດ ແລະ ສ້າງອາຊີບ. ສຊປລ ແລະ UNFPA ພ້ອມດ້ວຍພາກສ່ວນຮ່ວມມື ຈະສືບຕໍ່ຮ່ວມກັບໄວໜຸ່ມ ເພື່ອຂະຫຍາຍ ໂອກາດທີ່ກວມລວມ ແລະ ໃຫ້ໄວໜຸ່ມທຸກ ຄົນໄດ້ຮັບການຍອມຮັບໃນຖານະທັງຜູ້ຮັບ ຜົນປະໂຫຍດ, ຄູ່ຮ່ວມງານ ແລະ ຜູ້ນຳໃນການພັດທະນາ.

KPL

ຂ່າວອື່ນໆ


Top