.jpg)
ຂປລ. ຈາກການ "ເປັນຜູ້ນຳ ດ້ານອຸດສາຫະກຳລົດໃຫຍ່" ໄປສູ່ "ການເຕີບໂຕ ທີ່ນຳພາດ້ວຍ ການຫັນປ່ຽນ ທີ່ເນັ້ນຄຸນນະພາບ", ການປ່ຽນແປງ ດັ່ງກ່າວ ພວມສົ່ງຜົນກະທົບ ຕໍ່ອຸດສາຫະກຳ ລົດໃຫຍ່ ຂອງຈີນ ໃນປັດຈຸບັນ ໄດ້ຖືກຍົກຂຶ້ນມາ ເປັນປະເດັນສຳຄັນ ໃນລະຫວ່າງ ກອງປະຊຸມ ພັດທະນາ ກຳລັງການຜະລິດ ຄຸນນະພາບໃໝ່ ດ້ານລົດໃຫຍ່ ປີ 2026 ທີ່ຜ່ານມານີ້.
ງານດັ່ງກ່າວ ໄດ້ຈັດໂດຍ ສຳນັກງານບໍລິການ ຂໍ້ມູນ ເສດຖະກິດຈີນ (China Economic Information Service) ແລະ ກຸ່ມບໍລິສັດ China Certification & Inspection Group ເຊິ່ງຈັດຂຶ້ນ ຢູ່ເຂດຈິວລົງໂປ (Jiulongpo) ເມືອງຊົງຊິງ ທາງຕາເວັນຕົກ ສຽງໃຕ້ ຂອງຈີນ, ໂດຍມີ ຕົວແທນ ຈາກ ບັນດາທຸລະກິດ ໃນຂະແໜງຜະລິດລົດ ແລະ ເຕັກໂນໂລຊີ ການຂັບຂີ່ ອັດສະລິຍະ ເຂົ້າຮ່ວມ ຈຳນວນຫລວງຫລາຍ.
ໃນຂະນະທີ່ ຜົນຜະລິດ ລົດໄຟຟ້າ ແລະ ເຕັກໂນໂລຊີ ການຂັບຂີ່ ອັດສະລິຍະ ເພີ່ມຂຶ້ນ ຢ່າງວ່ອງໄວ ພາຍໃນປະເທດ, ການເຕີບໂຕ ແບບຫັນປ່ຽນ ແທນທີ່ ຈະເນັ້ນ ເປັນການປະຢັດ ຕໍ່ຂະໜາດ. ນີ້ຖືເປັນເລື່ອງສຳຄັນ ໂດຍສະເພາະ ເມືອງຊົງຊິງ ເປັນເມືອງ ຊັ້ນນຳ ດ້ານການຜະລິດລົດໃຫຍ່ ແລະ ລົດຈັກ ທີ່ ພວມກ້າວໄປສູ່ ການເປັນຜູ້ນຳລະດັບສູງ ໃນລະບົບ ຕ່ອງໂສ້ ມູນຄ່າໂລກ.
ໃນສ່ວນຂອງບັນຫາ ທີ່ອຸດສາຫະກຳພວມຜະເຊີນຢູ່ ເຊັ່ນ: ການນຳໃຊ້ລະບົບຂັບຂີ່ ອັດສະລິຍະ ທີ່ມີອັດຕາສູງ ແຕ່ຄວາມໄວ້ວາງໃຈ ຂອງ ຜູ້ໃຊ້ຕໍ່ລະບົບຍັງຕໍ່າ, ທ່ານ ເຫີ ກັງ (He Gang), ຮອງປະທານບໍລິສັດ Chongqing Changan Automobile Co., Ltd, ໄດ້ເນັ້ນໜັກວ່າ ການເສີມສ້າງ ຄວາມຮູ້ສຶກ ປອດໄພ ໃຫ້ແກ່ຜູ້ໃຊ້ ແມ່ນມີຄວາມ ສຳຄັນຢ່າງຍິ່ງ.
ໂດຍບໍລິສັດດັ່ງກ່າວ ຕັ້ງຢູ່ ເມືອງຊົງຊິງ ຊຶ່ງພວມປັບປຸງ ສະຖຽນລະພາບ ການຂັບຂີ່ພາຍໃຕ້ ສະພາບການທີ່ທີ່ດີ ແລະ ເຮັດໃຫ້ສາມາດ ກວດພົບ ອຸປະສັກ ອັນຕະລາຍ ໄດ້ລ່ວງໜ້າ ເພື່ອສ້າງລະບົບ ຄວາມປອດໄພ 3 ດ້ານ ໂດຍໃຊ້ຫ້ອງຈຳລອງ ສະພາບມືດທີ່ສາມາດ ທົດລອງໄດ້ ໃນທຸກສະພາບອາກາດ ແລະ ແບບຈຳລອງໂລກ ສຳລັບການຂັບ ຂີ່ອັດ ສະ ລິຍະ.
ນອກຈາກນີ້, ທ່ານ ເຫີ ລີຢາງ (He Liyang), ປະທານບໍລິສັດ Seres, ໄດ້ສະເໜີຫລັກການໜຶ່ງ ທີ່ເນັ້ນໃສ່ຄວາມປອດໄພ ແລະ ປະສິດທິພາບ ເຊິ່ງບໍລິສັດໄດ້ຍຶດໝັ້ນ ຢ່າງຕໍ່ເນື່ອງ ໃນການພັດທະນາ ຂອງຕົນ ໂດຍກ່າວວ່າ: "ຄວາມປອດໄພແມ່ນຄວາມຫລູຫລາທີ່ສຸດ ທີ່ຄຸ້ມຄ່າ ໃນການສະແຫວງຫາ."
ເພື່ອຫລຸດຜ່ອນການແຂ່ງຂັນ ແບບຊໍ້າຊ້ອນ, ທ່ານ ເສົາ ລີ່ (Cao Li), ຮອງປະທານອາວຸໂສ ຂອງ Leapmotor, ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງ ການຄົ້ນຄວ້າ ແລະ ການຜະລິດ ທີ່ເພິ່ງຕົນເອງ ໄດ້ຢ່າງຄົບວົງຈອນ ເພື່ອຮັບມືກັບວົງຈອນ ການຂຶ້ນລົງຂອງອຸດສາຫະກຳ. ດ້ວຍຊິ້ນສ່ວນຫລັກຫລາຍກວ່າ 65% ທີ່ພັດທະນາ ແລະ ຜະລິດດ້ວຍຕົນເອງ, ບໍລິສັດດັ່ງກ່າວ ເຊິ່ງເປັນ ເຈົ້າຂອງໂຮງງານ ຜະລິດຂະໜາດໃຫຍ່ 18 ແຫ່ງ, ໄດ້ສ້າງກຸ່ມອຸດສາຫະກຳ ແບບຄົບວົງຈອນ ເພື່ອຮັກສາ ຄຸນນະພາບ, ຕົ້ນທຶນ ແລະ ປະສິດທິພາບ ຂອງ ການ ຜະລິດ ຢ່າງຕໍ່ເນື່ອງ.
ທ່າມກາງການໂຕ້ຖຽງກັນ ຂອງ ອຸດສາຫະກຳ ກ່ຽວກັບ ການພັດທະນາ ເຕັກໂນໂລຊີ ລະບົບຂັບເຄື່ອນ, ທ່ານ ຫວູ່ ຈຽນ (Wu Jian), ສະມາຊິກຄະນະ ກຳມະການ ຍຸດທະສາດຂອງກຸ່ມ ບໍລິສັດ GAC, ກ່າວວ່າ ເຕັກໂນໂລຊີລະບົບຂັບເຄື່ອນ ແບບດັ້ງເດີມ ຈາກຕ່າງປະເທດ ໂດຍມີ ຂໍ້ຈຳກັດ ໃນດ້ານ ການປັບຕົວ ໃຫ້ເຂົ້າກັບ ຄວາມເປັນອັດສະລິຍະ. ລະບົບຂັບເຄື່ອນ ທີ່ມີ ລັກສະນະສະເພາະ ຂອງຈີນ ສາມາດພັດທະນາ ໄດ້ໂດຍການຂຸດຄົ້ນ ເຕັກໂນໂລຊີ ທີ່ປັບຕົວເຂົ້າກັບສະຖານະການ ໃນທ້ອງຖິ່ນ ແລະ ປະສົມປະສານ ເຂົ້າກັບ ລະບົບ ອັດສະລິຍະ ຂອງ ຍານພາຫະນະໄດ້ ເປັນຢ່າງດີ ພ້ອມທັງ ລະບຸວ່າ ຫລັງຈາກ ການຄົ້ນຄວ້າພັດທະນາ ມາດ້ວຍຕົນເອງ ເປັນເວລາ 20 ປີ, ປັດຈຸບັນ ບໍລິສັດມີຊຸດເຕັກໂນໂລຊີ ຂັບເຄື່ອນ 3 ຊຸດ ສຳລັບ ລົດໃຫຍ່ ທີ່ມີ ການຂະຫຍາຍ ໄລຍະທາງ, ລົດໄຮບຣິດແບບສຽບສາຍສາກ (PHEV) ແລະ ລົດໄຟຟ້າໄຮບຣິດ.
ສຳລັບການ "ກ້າວໄປສູ່ລະດັບໂລກ", ທ່ານ ຫວູ່ ຍົງຊຽວ (Wu Yongqiao), ປະທານ ຝ່າຍລະບົບຂັບຂີ່ ແລະ ຄວບຄຸມອັດສະລິຍະ ຂອງ Bosch ໃນປະເທດຈີນ ກ່າວວ່າ ທຸລະກິດຂັບຂີ່ ອັດສະລິຍະຂອງ ບໍລິສັດມີສ່ວນຮ່ວມຢ່າງເລິກເຊິ່ງ ໃນນະວັດຕະກຳ ທ້ອງຖິ່ນ ພ້ອມທັງ ການດຳເນີນງານ ໃຫ້ສອດຄ່ອງກັບ ກົດໝາຍ ແລະ ລະບຽບການຂອງຕ່າງປະເທດ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ ການຂະຫຍາຍຕົວ ທົ່ວໂລກ ຂອງ ບໍລິສັດລົດໃຫຍ່ຈີນ. ເພື່ອໃຊ້ປະໂຫຍດ ຈາກເຕັກໂນໂລຊີ ເພື່ອສັງຄົມ, ທ່ານ ທັງ ກົວເມິຍ (Tang Guomei), ຮອງປະທານບໍລິສັດ Sevnce Robotics Co., Ltd., ກ່າວວ່າ ຈຸດປະສົງນີ້ ເພື່ອ ແກ້ໄຂບັນຫາ ຄວາມປອດໄພ ໃນສະຖານະການພິເສດ ຂອງອຸດສາຫະກຳ.
ໃນຂະນະດຽວກັນ, ເພື່ອແກ້ໄຂບັນຫາ ທີ່ເກີດຂຶ້ນ ໃນອຸດສາຫະກຳ ເຊັ່ນ: ການສະຫລຸບຜົນ ຍັງບໍ່ພຽງພໍ ແລະ ການໃຫ້ເຫດຜົນ ໃນການພັດທະນາ ລະບົບຂັບຂີ່ ອັດສະລິຍະ, ທ່ານ ຢ່າງ ມູ່ (Yang Mu), CTO ຂອງບໍລິສັດ Chongqing Afari Technology Co., Ltd., ເຊິ່ງເປັນທຸລະກິດ ການຂັບຂີ່ອັດສະລິຍະ ທີ່ມີສຳນັກງານໃຫຍ່ ຢູ່ເມືອງຊົງຊິງ, ກ່າວວ່າ ບໍລິສັດນີ້ ພວມສ້າງ “ແບບຈຳລອງພື້ນຖານ ການຂັບຂີ່ອັດສະລິຍະ” (native intelligent driving base model) ເພື່ອເສີມສ້າງ ຄວາມສາມາດ ຂອງ ລົດອັດສະລິຍະ ໃນການເຂົ້າໃຈ ເຖິງ ສະຖານະການ, ການໃຫ້ເຫດຜົນ ຢ່າງເປັນລະບົບ ແລະ ການຄາດຄະເນ ຄວາມສ່ຽງ./.
(ຮຽບຮຽງໂດຍ Duan Jing ຮ່ວມກັບ Xinhua Silk Road, duanjing@xinhua.org)