KPL
ຄະນະສື່ມວນຊົນ ຄະນະ ໂຄສະນາອົບຮົມສູນກາງພັກນໍາໂດຍທ່ານ ນາງ ສິມມະນີ ແກ້ວແກ່ນຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ ຢ້ຽມຊົມຫໍມູນເຊື້ອແນວ ລາວສ້າງຊາດ ໃນວັນທີ 27 ສິງຫາ 2026
ຊຶ່ງເປັນໜຶ່ງໃນກິດຈະກໍາສະເຫລີມສະ
ຫລອງວັນສ້າງຕັ້ງແນວລາວສ້າງຊາດ
ຄົບຮອບ 76 ປີ (13 ສິງຫາ 1950-13
ສິງຫາ 2026).
ໂອກາດນີ້, ທ່ານ ນາງ ແພງພັນ
ບຸບຜາພອນ ຫົວໜ້າກົມໂຄສະນາສູນກາງ
ແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນເຖິງ
ປະຫວັດຄວາມເປັນມາ, ມູນເຊື້ອອັນສະ
ຫງ່າລາສີ ແລະ ຜົນງານທີ່ພົ້ນເດັ່ນຂອງ
ແນວລາວອິດສະຫລະ, ແນວລາວຮັກຊາດ
ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ
ໃນປັດຈຸບັນ, ພ້ອມທັງໄດ້ຢ້ຽມຊົມວັດຖຸ
ພັນ, ຮູບພາບທີ່ກ່ຽວຂ້ອງ ຊຶ່ງສະແດງ
ເຖິງປະຫວັດຄວາມເປັນມາ, ມູນເຊື້ອອັນ
ສະຫງ່າລາສີ ແລະ ຜົນງານທີ່ພົ້ນເດັ່ນໃນ
ແຕ່ລະໄລຍະດັ່ງກ່າວ.
ການຢ້ຽມຊົມຫໍມູນເຊື້ອແນວລາວ
ສ້າງຊາດຄັ້ງນີ້ ເພື່ອໃຫ້ພະນັກງານ-ລັດ
ຖະກອນໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງ
ເຖິງມູນເຊື້ອ, ປະຫວັດສາດຄວາມເປັນມາ
ແຫ່ງການກຳເນີດ ແລະ ການເຕີບໃຫຍ່
ຂະຫຍາຍຕົວຂອງແນວລາວອິດສະຫລະ,
ແນວລາວຮັກຊາດ ແລະ ແນວລາວສ້າງ
ຊາດ ຕະຫລອດ 76 ປີຜ່ານມາ ຕິດພັນກັບ
ພາລະກິດປົກປັກຮັກສາ ແລະ ສ້າງສາພັດ
ທະນາປະເທດຊາດ. ຫໍມູນເຊື້ອດັ່ງກ່າວຍັງ
ເປັນບ່ອນໃຫ້ຄົນຮຸ່ນຫລັງໄດ້ສຶກສາຮຽນຮູ້
ຂໍ້ມູນ ແລະ ມູນເຊື້ອພິລະອາດຫານຂອງ
ບັນດາທ່ານຜູ້ນຳຂອງການປະຕິວັດລາວ
ທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອ ເພື່ອ
ພາລະກິດລວມຂອງປະເທດຊາດ ຊຶ່ງໄດ້
ກາຍເປັນບົດຮຽນອັນລ້ຳຄ່າໄວ້ໃຫ້ຄົນຮຸ່ນ
ຫລັງໄດ້ຮຽນຮູ້ ແລະ ເອົາເປັນແບບຢ່າງ.
ໃນໂອກາດດັ່ງກ່າວ, ຄະນະສື່ມວນຊົນ
ກໍໄດ້ເຂົ້າຮ່ວມກິດຈະກຳຖາມ-ຕອບຄວາມ
ຮູ້ ເພື່ອຮັບເຄື່ອງທີ່ລະນຶກຈາກຄະນະຮັບ
ຜິດຊອບຂອງອະນຸກຳມະການໂຄສະນາຂະບວນການ ແລະ ຍ້ອງຍໍສະເຫລີມສະ
ຫລອງວັນສ້າງຕັ້ງແນວລາວສ້າງຊາດ
ຄົບຮອບ 76 ປີ ຕື່ມອີກ.
ຂ່າວ: ສຸກທະວີ; ພາບ: ຂັນໄຊ
KPL