ສປ ຈີນ ຜະລິດເຂົ້າ ບັນລຸຫລາຍກວ່າ 28 ລ້ານກວ່າໂຕນ

24/08/2026 15:17
KPL ປີ 2026, ຜົນ​ຜະ​ລິດ​ເຂົ້າ​​ດໍ ໃນ​ທົ່ວ​ປະ​ເທດ​ຈີນ ບັນ​ລຸ 28.290.000 ໂຕນ, ເຖິງວ່າ ​​ຫລຸດ​ລົງ 220.000 ​ໂຕນ​ ຫລື ​​ຫລຸດ​ລົງ 0.8% ເມື່ອ​ທຽບ​ໃສ່​ປີ​ກາຍ ຍ້ອນໄດ້ຮັບ​ຜົນ​ກະ​ທົບ​ ຈາກ​ສະ​ພາບ​ອາ​ກາດ ທີ່​ບໍ່​ເອື້ອ​ອຳ​ນວຍ, ແຕ່​ກໍ​ຍັງໝັ້ນ​ທ່ຽງ​ຢູ່ທີ່​ລະ​ດັບ ຫລາຍກວ່າ 28 ລ້ານ​ໂຕນ ເປັນ​ເວ​ລາ 6 ປີ​ຕິດ​ຕໍ່​ກັນ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ອົງ​ການ​ສະ​ຖິ​ຕິ​ ແຫ່ງ​ຊາດ​ຈີນ ​ເປີດ​ເຜີຍ​ວ່າ: ປີ 2026, ຜົນ​ຜະ​ລິດ​ເຂົ້າ​​ດໍ ໃນ​ທົ່ວ​ປະ​ເທດ​ຈີນ ບັນ​ລຸ 28.290.000 ໂຕນ, ເຖິງວ່າ ​​ຫລຸດ​ລົງ 220.000 ​ໂຕນ​ ຫລື ​​ຫລຸດ​ລົງ 0.8% ເມື່ອ​ທຽບ​ໃສ່​ປີ​ກາຍ ຍ້ອນໄດ້ຮັບ​ຜົນ​ກະ​ທົບ​ ຈາກ​ສະ​ພາບ​ອາ​ກາດ ທີ່​ບໍ່​ເອື້ອ​ອຳ​ນວຍ, ແຕ່​ກໍ​ຍັງໝັ້ນ​ທ່ຽງ​ຢູ່ທີ່​ລະ​ດັບ ຫລາຍກວ່າ 28 ລ້ານ​ໂຕນ ເປັນ​ເວ​ລາ 6 ປີ​ຕິດ​ຕໍ່​ກັນ, ແລະ ​ຜົນ​ຜະ​ລິດ​ ຢູ່​ໃນ​ລະ​ດັບ​ຂ້ອນຂ້າງສູງ​​ ໃນ​ປະ​ຫວັດ​ສາດ. ເນື້ອ​ທີ່​ປູກ​ເຂົ້າດໍ ໃນ​ທົ່ວ​ປະ​ເທດ​ຈີນ ​ໃນ​ປີ​ນີ້​ ມີປະ​ມານ 4.74 ລ້ານ​ເຮັກ​ຕາ, ເພີ່ມ​ຂຶ້ນ ປະ​ມານ 1.467 ເຮັກ​ຕາ​ ເມື່ອ​ທຽບ​ໃສ່​ປີ​ກາຍ, ເນື້ອ​ທີ່​ປູກຍັງ​ຮັກ​ສາ ​ຄວາມ​ໝັ້ນ​ທ່ຽງ ແລະ ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top