ລະດັບນ້ຳຂອງຢູ່ແຂວງຈຳປາສັກ ເລີ່ມຫລຸດລົງເລັກນ້ອຍ

21/08/2026 01:24
Email Print 789
KPL ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ປະຈຳວັນທີ 17 ສິງຫາ 2026 ຢູ່ ແຂວງຈໍາປາສັກ ເລ່ີມຫລຸດລົງ ເລັກນ້ອຍ.

ອີງຕາມການລາຍງານຈາກພະ ແນກກະສິກຳ ແລະ ສິ່ງແວດລ້ອມ,  ຂະແໜງຊັບພະຍາກອນນ້ຳ, ອຸຕຸ ນິຍົມ ແລະ ອຸທົກກະສາດ ແຂວງຈຳ ປາສັກ ເວລາ 13:00 ໂມງ, ສະພາບ ລະດັບນ້ຳຢູ່ຕາມຈຸດວັດແທກສຳ ຄັນຕ່າງໆ ມີລາຍລະອຽດດັ່ງນີ້: ສະພາບລະດັບນ້ຳ ສະຖານີປາກເຊ (ນ້ຳຂອງ): ລະດັບນ້ຳຢູ່ທີ່ 11,62 ແມັດ (ຫລຸດລົງຈາກຕອນເຊົ້າ 0,06 ແມັດ), ຍັງຢູ່ໃນເກນລະວັງ ໄພ (ເກນລະວັງໄພ 11 ແມັດ, ເກນ ອັນຕະລາຍ 12 ແມັດ).

ສຳລັບສະຖານີເຊໂດນ (ນ້ຳເຊ ໂດນ): ລະດັບນ້ຳຢູ່ທີ່ 7,50 ແມັດ  (ຫລຸດລົງຈາກຕອນເຊົ້າ 0,23 ແມັດ), ຍັງຢູ່ໃນເກນລະວັງໄພ  (ເກນລະວັງໄພ 10 ແມັດ, ເກນ ອັນຕະລາຍ 11 ແມັດ); ສະຖານີຈຸດບ້ານດອນຊະ (ເຊໂດນ): ລະດັບ ນ້ຳຢູ່ທີ່ 3,81 ແມັດ (ຫລຸດລົງຈາກ ຕອນເຊົ້າ 0,27 ແມັດ), ຍັງຢູ່ໃນ ເກນລະວັງໄພ (ເກນລະວັງໄພ 9 ແມັດ, ເກນອັນຕະລາຍ 10 ແມັດ). ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ ປະຊາຊົນ ແລະ ອົງການປົກຄອງ ທຸກພາກສ່ວນໃຫ້ຕິດຕາມສະພາບ ດິນຟ້າອາກາດ ແລະ ລະດັບນ້ຳຢ່າງ ໃກ້ຊິດ ເພື່ອກຽມພ້ອມຮັບມືກັບສະ ພາບການຕ່າງໆ ທີ່ອາດຈະເກີດຂຶ້ນ. 

KPL

ຂ່າວອື່ນໆ

    • ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດວັດທະນະທຳ-ສັງຄົມ

      ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດ

      8/23/2026 3:36:28 PM

      ສະພາບໍລິຫານລັດວິສາຫະກິດໄຟ ຟ້າລາວ ໄດ້ລາຍງານກ່ຽວກັບທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2026 ໃນວັນທີ 11 ສິງຫາ ຜ່ານມາ.

    • ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດວັດທະນະທຳ-ສັງຄົມ

      ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດ

      8/23/2026 3:36:25 PM

      ເມື່ອບໍ່ດົນມານີ້, ກະຊວງ ການຕ່າງປະເທດ ຈັດຝຶກອົບຮົມ ໃນຫົວຂໍ້ “ຝຶກອົບຮົມຄູສອນພາສາ ອັງກິດ ສຳລັບພະນັກງານກະຊວງ ການຕ່າງປະເທດ ແລະ ພາກສ່ວນ ກ່ຽວຂ້ອງຮັບຜິດຊອບການສອນ ພາສາອັງກິດ ຈຳນວນ 20 ທ່ານ ພາຍໃຕ້ຂອບການຮ່ວມມືດ້ານວິຊາ ການ ລາວ-ໄທ ໂດຍການສະໜັບ ສະໜູນຂອງກົມຮ່ວມມືລະຫວ່າງ ປະເທດ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ແລະ ຈັດຕັ້ງປະຕິບັດໂດຍສະຖາບັນ ການຕ່າງປະເທດ ເທວະວົງວະໂຣ ປະການ (DVIFA) ແລະ ສະຖາ ບັນການຕ່າງປະເທດ, ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ.

    • ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີວັດທະນະທຳ-ສັງຄົມ

      ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ

      8/23/2026 3:30:22 PM

      ກະຊວງປ້ອງກັນປະເທດ ຈັດປາຖະກະຖາຫວນຄືນວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 19 ສິງຫາ 2026 ໂດຍການເຜີຍແຜ່ຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາ ທິການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.

    • ຍົກລະດັບການຕັດເສື້ອ-ການເຮັດແຟ້ມໃສ່ເອກະສານ ໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງ 2 ແຂວງວັດທະນະທຳ-ສັງຄົມ

      ຍົກລະດັບການຕັດເສື້ອ-ການເຮັດແຟ້ມໃສ່ເອກະສານ ໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງ 2 ແຂວງ

      8/21/2026 1:18:01 AM

      ຂປລ. ແຫລ່ງຂ່າວຈາກແຂວວງ ເຊກອງ ໃຫ້ຮູ້ວ່າ: ການຝຶກອົບຮົມ ຍົກລະດັບສີມື ໃນການຕັດເສື້ອແວັດ ແລະ ການເຮັດແຟ້ມໃສ່ເອກະສານ ໃຫ້ແກ່ຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະ ວັນ ຈັດຂ້ຶນໃນວັນທີ 17 ສິງຫາ 2026 ທີ່ແຂວງເຊກອງ ໂດຍມີທ່ານ ນາງ ເພັດດາແກ້ວ ພົນສາ ລາດ ຮອງປະທານສະຫະພັນແມ່ຍິງ ແຂວງເຊກອງ, ທ່ານ ນາງ ຈັນສະ ໝອນ ແສງຫາລາດ ຮອງຫົວໜ້າ ສູນຝຶກອົບຮົມແມ່ຍິງລາວ ສູນກາງ ສະຫະພັນແມ່ຍິງລາວ ເຂົ້າຮ່ວມ ຊ່ຶງການຝຶກອົບຮົມດ່ັງກ່າວ ຈະໄດ້ ດຳເນີນເປັນເວລາ 8 ວັນ ຈົນໄປ ຮອດວັນທີ 25 ສິງຫາ 2026.

    • ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມກຽມພ້ອມຮອບດ້ານເປີດເທີມໃໝ່2026-2027ວັດທະນະທຳ-ສັງຄົມ

      ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມກຽມພ້ອມຮອບດ້ານເປີດເທີມໃໝ່2026-2027

      8/19/2026 12:41:24 PM

      ໂຮງຮຽນມັດທະຍົມ ສົມບູນມິດຕະພາບ ລາວ-ຫວຽດນາມ ມີຄວາມພ້ອມຮອບດ້ານກຽມ ເປີດສົກຮຽນໃໝ່ 2026-2027 ໂດຍເລີ່ມໃຫ້ນັກຮຽນເຂົ້າມາລົງທະບຽນນັບແຕ່ວັນທີ 17-28 ສິງຫາ 2026, ຄາດວ່າຈະຮັບນັກຮຽນທັງຊັ້ນ ມ1-ມ7 ທັງໝົດ 1.000 ກວ່າຄົນ ແລະ ຈະເປີດການຮຽນ-ການສອນຢ່າງເປັນທາງການໃນວັນທີ 4 ກັນຍາ 2026 ທີ່ ຈະມາເຖິງນີ້.


Top