ອິນເດຍ ຈະຈັດກອງປະຊຸມສຸດຍອດບຣິກສ໌ ໃນເດືອນກັນຍານີ້

24/08/2026 15:17
KPL ທ່ານ ກາ​ເຈັນ​ດ​ຣາ ​ຊິງ​ທ໌ ເຊັກ​ຮາ​ວັດ ລັດ​ຖະ​ມົນ​ຕີ ​ກະ​ຊວງວັດ​ທະ​ນະ​ທຳ ແລະ​ ກະ​ຊວງ​​ການທ່ອງ​ທ່ຽວ​ ຂອງ​ອິນ​ເດຍ ໄດ້​ປະ​ກາດ ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ທ່ອງ​ທ່ຽວ ​ຂອງ​ປະ​ເທດ ​ສະ​ມາ​ຊິກ​ບ​ຣິ​ກ​ສ໌ ​ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ໄຈ​ປູ​ ຂອງ​ອິນ​ເດຍ

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 21 ສິງ​ຫາ​ນີ້​, ທ່ານ ກາ​ເຈັນ​ດ​ຣາ ​ຊິງ​ທ໌ ເຊັກ​ຮາ​ວັດ ລັດ​ຖະ​ມົນ​ຕີ ​ກະ​ຊວງວັດ​ທະ​ນະ​ທຳ ແລະ​ ກະ​ຊວງ​​ການທ່ອງ​ທ່ຽວ​ ຂອງ​ອິນ​ເດຍ ໄດ້​ປະ​ກາດ ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ທ່ອງ​ທ່ຽວ ​ຂອງ​ປະ​ເທດ ​ສະ​ມາ​ຊິກ​ບ​ຣິ​ກ​ສ໌ ​ທີ່​ຈັດ​ຂຶ້ນ​ຢູ່ນະ​ຄອນ​ໄຈ​ປູ​ ຂອງ​ອິນ​ເດຍ​ວ່າ: ກອງ​ປະ​ຊຸມ​​​ສຸດຍອດບ​ຣິກ​ສ໌​ ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ​ນິວ​ແດນ​ລີ​ ຂອງ​ອິນ​ເດຍ​ ໃນ​ກາງ​ເດືອນ​ກັນ​ຍາ​ໜ້າ​ນີ້, ທ່ານ ນາ​ເຣັນ​ດ​ຣາ ໂມ​ດີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ​ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມ. ຮອດ​ເວ​ລາ​ນັ້ນ,ອິນ​ເດຍ​ ຈະ​ມອບ​ໜ້າ​ທີ່​ປະ​ເທດ​ປະ​ທານ​ໝູນ​ວຽນ​ ຂອງ​ບ​ຣິກ​ສ໌​ ສຳ​ລັບ ​ປີ​ໜ້າ​ໃຫ້​ ສປ ຈີນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top