ເອີຣົບ ລະດົມກຳລັງ ຊ່ວຍເຫລືອແຊກບີ ຮັບມືກັບ ໄພພິບັດໄຟໄໝ້ປ່າ

24/08/2026 11:57
KPL ສະຫະພາບ ເອີຣົບ (EU) ຈະສົ່ງເຮລິກົບແຕ້ ແລະ ເຈົ້າໜ້າທີ່ ດັບເພີງ ເຂົ້າຊ່ວຍເຫລືອ ແຊກບີ ຫລັງຈາກ ປະເທດດັ່ງກ່າວ ຕ້ອງຜະເຊີນກັບ ໄຟໄໝ້ປ່າ ຄັ້ງໃຫຍ່ ໃນເຂດປົກປັກຮັກສາ ທຳມະຊາດ ທາງຕາເວັນອອກສຽງເໜືອ ຊຶ່ງສືບຕໍ່ ແຜ່ລາມອອກໄປ ເປັນເວລາຫລາຍອາທິດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (EU) ຈະສົ່ງເຮລິກົບແຕ້ ແລະ ເຈົ້າໜ້າທີ່ ດັບເພີງ ເຂົ້າຊ່ວຍເຫລືອ ແຊກບີ ຫລັງຈາກ ປະເທດດັ່ງກ່າວ ຕ້ອງຜະເຊີນກັບ ໄຟໄໝ້ປ່າ ຄັ້ງໃຫຍ່ ໃນເຂດປົກປັກຮັກສາ ທຳມະຊາດ ທາງຕາເວັນອອກສຽງເໜືອ  ຊຶ່ງສືບຕໍ່ ແຜ່ລາມອອກໄປ ເປັນເວລາຫລາຍອາທິດ.

ໂດຍທ່ານ ອັນເດຣຍ ເບັກເກີຣາດ (Andreas Beckerath) ຫົວໜ້າ ຄະນະ ຜູ້ຕາງໜ້າ ເອີຣົບ ປະຈຳນະຄອນຫລວງ ເບນເກດ ປະເທດແຊກບີ ໄດ້ເປີດເຜີຍວ່າ EU ຈະໃຫ້ ການຊ່ວຍເຫລືອ ແຊກບີ ຜ່ານກົນໄກ ການປົກປ້ອງພົນລະເຮືອນ ຂອງ ສະຫະພາບເອີຣົບ (EU Civil Protection Mechanism) ຫລັງຈາກ ລັດຖະບານ ແຊກບີໄດ້ຂໍຄວາມຊ່ວຍເຫລືອ.

ຈຸດທີ່ເກີດໄພພິບັດ ໄຟໄໝ້ປ່າຄັ້ງໃຫຍ່ນີ້ ແມ່ນຢູ່ໃນເຂດ ປົກປັກຮັກສາ ທຳມະຊາດ ເດລີບລັສກາ ເປສຊາຣາ (Deliblatska Pescara) ຊຶ່ງຕັ້ງຢູ່ຫ່າງຈາກ ນະຄອນຫລວງ ເບນເກດ ຂອງແຊກບີ ປະມານ 80 ກິໂລແມັດ ໂດຍເປັນພື້ນທີ່ ທຳມະຊາດ ທີ່ມີ ທັງເນີນຊາຍ ແລະ ຜືນປ່າ. ນອກຈາກນັ້ນ ຍັງເກີດໄຟໄໝ້ ປ່າຂຶ້ນ ໃນຫລາຍພື້ນທີ່ ທາງຕາເວັນອອກສຽງໃຕ້ ຂອງ ປະເທດອີກດ້ວຍ. /

KPL

ຂ່າວອື່ນໆ


Top