ໂຮງຮຽນ ມສ ມິດຕະພາບ ລາວ-ຫວຽດນາມກຽມພ້ອມຮອບດ້ານເປີດເທີມໃໝ່2026-2027

19/08/2026 12:41
Email Print 1156
KPL ໂຮງຮຽນມັດທະຍົມ ສົມບູນມິດຕະພາບ ລາວ-ຫວຽດນາມ ມີຄວາມພ້ອມຮອບດ້ານກຽມ ເປີດສົກຮຽນໃໝ່ 2026-2027 ໂດຍເລີ່ມໃຫ້ນັກຮຽນເຂົ້າມາລົງທະບຽນນັບແຕ່ວັນທີ 17-28 ສິງຫາ 2026, ຄາດວ່າຈະຮັບນັກຮຽນທັງຊັ້ນ ມ1-ມ7 ທັງໝົດ 1.000 ກວ່າຄົນ ແລະ ຈະເປີດການຮຽນ-ການສອນຢ່າງເປັນທາງການໃນວັນທີ 4 ກັນຍາ 2026 ທີ່ ຈະມາເຖິງນີ້.

ທ່ານ ພອນປະເສີດ ເສດຖາທິຣາດ ຜູ້ອຳນວຍການໂຮງຮຽນມັດທະຍົມ ສົມບູນມິດຕະພາບ ລາວ-ຫວຽດ ນາມ ໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 18 ສິງຫາ 2026 ນີ້ວ່າ: ປັດຈຸບັນ ໂຮງຮຽນມັດທະຍົມສົມບູນມິດ ຕະພາບ ລາວ-ຫວຽດນາມ ໄດ້ມີ ຄວາມພ້ອມ 100% ເພື່ອກຽມໃຫ້ ແກ່ການເປີດສົກຮຽນໃໝ່ 2026- 2027 ໂດຍໄດ້ກະກຽມຄວາມ ພ້ອມຮອບດ້ານ ໂດຍສະເພາະທາງດ້ານບຸກຄະລາກອນ ຄູ-ອາຈານ, ຫ້ອງຮຽນ, ອຸປະກອນການຮຽນການສອນ ແລະ ສະຖານທີ່ອຳ ນວຍຄວາມສະດວກຕ່າງໆໃຫ້ຢູ່ໃນ ສະພາບພ້ອມໃຊ້ງານ ແລະ ເໝາະ ສົມຕໍ່ການຮຽນ-ການສອນ. ພ້ອມ ກັນນີ້, ຄະນະຄູ-ອາຈານ ແລະ ພະ ນັກງານຍັງໄດ້ກະກຽມດ້ານແຜນ ການຮຽນ-ການສອນ, ການຈັດ ຕາຕະລາງຮຽນ, ສື່ການຮຽນການສອນ ແລະ ວຽກງານດ້ານ ການບໍລິຫານ ເພື່ອໃຫ້ການເປີດ ສົກຮຽນໃໝ່ ດຳເນີນໄປຢ່າງຮຽບ ຮ້ອຍ. ຢ່າງໃດກໍຕາມ, ໃນສົກຮຽນ 2026-2027 ນີ້ ໂຮງຮຽນມີ ຄວາມພ້ອມຮອງຮັບນັກຮຽນໄດ້ ຫລາຍກວ່າ 1.000 ຄົນ ແລະ ຄາດວ່າຈະສາມາດສືບຕໍ່ຍົກສູງ ຄຸນນະພາບການຮຽນ-ການສອນ ແລະ ສ້າງນັກຮຽນໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄຸນສົມບັດທີ່ ດີ ເພື່ອເປັນກຳລັງສຳຄັນໃນການ ພັດທະນາປະເທດຊາດ ໃນອະ ນາຄົດ. ທ່ານ ພອນປະເສີດ ເສດຖາທິຣາດ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດໃນ ການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ 1 ປີຜ່ານມາ ຊຶ່ງໂຮງຮຽນໄດ້ສຸມໃສ່ການຍົກ ສູງຄຸນນະພາບການຮຽນ-ການ ສອນ, ພັດທະນາຄູ-ອາຈານ ແລະ ປັບປຸງສະຖານທີ່, ອຸປະກອນການ ຮຽນ-ການສອນໃຫ້ມີຄຸນນະພາບ ແລະ ມີຄວາມພ້ອມຫລາຍຂຶ້ນ, ສາມາດບັນລຸຜົນສຳເລັດໃນຫລາຍ ດ້ານທັງດ້ານວິຊາການ, ດ້ານການ ຮຽນ-ການສອນ, ເຮັດໃຫ້ຜົນການ ຮຽນຂອງນ້ອງນັກຮຽນບັນລຸຕາມ ຄາດໝາຍ ແລະ ອື່ນໆ. ໂອກາດນີ້, ທ່ານ ພອນປະເສີດ ເສດຖາທິຣາດ ຍັງຮຽກຮ້ອງມາ ຍັງຜູ້ປົກຄອງນັກຮຽນເອົາໃຈໃສ່ ປະສານສົມທົບກັບໂຮງຮຽນ, ຕິດ ຕາມການຮຽນ, ການປະພຶດຂອງ ລູກຫລານຕົນເອງ, ພ້ອມທັງສົ່ງ ເສີມ ແລະ ສ້າງເງື່ອນໄຂໃຫ້ນັກ ຮຽນໄດ້ຮຽນຮູ້ຢ່າງເຕັມສ່ວນ ພ້ອມກັນນັ້ນ, ໂຮງຮຽນຍັງຈະສືບ ຕໍ່ນຳໃຊ້ລະບົບ ແລະ ເຕັກໂນໂລຊີ ທີ່ທັນສະໄໝ ໂດຍສະເພາະປັນຍາ ປະດິດ (AI) ເຂົ້າໃນການຮຽນການສອນ ເພື່ອຍົກສູງປະສິດທິຜົນ ການສອນ ແລະ ສ້າງບັນຍາກາດ ການຮຽນຮູ້ໃຫ້ທັນກັບຍຸກສະໄໝ. ໂຮງຮຽນມັດທະຍົມສົມບູນມິດ ຕະພາບ ລາວ-ຫວຽດນາມ ແມ່ນ 1 ໃນໂຮງຮຽນມັດທະຍົມສຶກສາ ສົມບູນຂອງລັດ ຂຶ້ນກັບພະແນກ ສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ ໂດຍປະຕິບັດການ ຮຽນ-ການສອນ ຕາມຫລັກສູດ, ຕາມ 5 ຫລັກມູນການສຶກສາຂອງ ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ. ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ

    • ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດວັດທະນະທຳ-ສັງຄົມ

      ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດ

      8/23/2026 3:36:28 PM

      ສະພາບໍລິຫານລັດວິສາຫະກິດໄຟ ຟ້າລາວ ໄດ້ລາຍງານກ່ຽວກັບທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2026 ໃນວັນທີ 11 ສິງຫາ ຜ່ານມາ.

    • ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດວັດທະນະທຳ-ສັງຄົມ

      ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດ

      8/23/2026 3:36:25 PM

      ເມື່ອບໍ່ດົນມານີ້, ກະຊວງ ການຕ່າງປະເທດ ຈັດຝຶກອົບຮົມ ໃນຫົວຂໍ້ “ຝຶກອົບຮົມຄູສອນພາສາ ອັງກິດ ສຳລັບພະນັກງານກະຊວງ ການຕ່າງປະເທດ ແລະ ພາກສ່ວນ ກ່ຽວຂ້ອງຮັບຜິດຊອບການສອນ ພາສາອັງກິດ ຈຳນວນ 20 ທ່ານ ພາຍໃຕ້ຂອບການຮ່ວມມືດ້ານວິຊາ ການ ລາວ-ໄທ ໂດຍການສະໜັບ ສະໜູນຂອງກົມຮ່ວມມືລະຫວ່າງ ປະເທດ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ແລະ ຈັດຕັ້ງປະຕິບັດໂດຍສະຖາບັນ ການຕ່າງປະເທດ ເທວະວົງວະໂຣ ປະການ (DVIFA) ແລະ ສະຖາ ບັນການຕ່າງປະເທດ, ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ.

    • ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີວັດທະນະທຳ-ສັງຄົມ

      ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ

      8/23/2026 3:30:22 PM

      ກະຊວງປ້ອງກັນປະເທດ ຈັດປາຖະກະຖາຫວນຄືນວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 19 ສິງຫາ 2026 ໂດຍການເຜີຍແຜ່ຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາ ທິການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.

    • ລະດັບນ້ຳຂອງຢູ່ແຂວງຈຳປາສັກ ເລີ່ມຫລຸດລົງເລັກນ້ອຍວັດທະນະທຳ-ສັງຄົມ

      ລະດັບນ້ຳຂອງຢູ່ແຂວງຈຳປາສັກ ເລີ່ມຫລຸດລົງເລັກນ້ອຍ

      8/21/2026 1:24:38 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ລະດັບນ້ຳຂອງ ປະຈຳວັນທີ 17 ສິງຫາ 2026 ຢູ່ ແຂວງຈໍາປາສັກ ເລ່ີມຫລຸດລົງ ເລັກນ້ອຍ.

    • ຍົກລະດັບການຕັດເສື້ອ-ການເຮັດແຟ້ມໃສ່ເອກະສານ ໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງ 2 ແຂວງວັດທະນະທຳ-ສັງຄົມ

      ຍົກລະດັບການຕັດເສື້ອ-ການເຮັດແຟ້ມໃສ່ເອກະສານ ໃຫ້ຄູຝຶກ ແລະ ສະມາຊິກແມ່ຍິງ 2 ແຂວງ

      8/21/2026 1:18:01 AM

      ຂປລ. ແຫລ່ງຂ່າວຈາກແຂວວງ ເຊກອງ ໃຫ້ຮູ້ວ່າ: ການຝຶກອົບຮົມ ຍົກລະດັບສີມື ໃນການຕັດເສື້ອແວັດ ແລະ ການເຮັດແຟ້ມໃສ່ເອກະສານ ໃຫ້ແກ່ຄູຝຶກ ແລະ ສະມາຊິກແມ່ຍິງ ແຂວງເຊກອງ ແລະ ແຂວງສາລະ ວັນ ຈັດຂ້ຶນໃນວັນທີ 17 ສິງຫາ 2026 ທີ່ແຂວງເຊກອງ ໂດຍມີທ່ານ ນາງ ເພັດດາແກ້ວ ພົນສາ ລາດ ຮອງປະທານສະຫະພັນແມ່ຍິງ ແຂວງເຊກອງ, ທ່ານ ນາງ ຈັນສະ ໝອນ ແສງຫາລາດ ຮອງຫົວໜ້າ ສູນຝຶກອົບຮົມແມ່ຍິງລາວ ສູນກາງ ສະຫະພັນແມ່ຍິງລາວ ເຂົ້າຮ່ວມ ຊ່ຶງການຝຶກອົບຮົມດ່ັງກ່າວ ຈະໄດ້ ດຳເນີນເປັນເວລາ 8 ວັນ ຈົນໄປ ຮອດວັນທີ 25 ສິງຫາ 2026.


Top