ການາດາ ປະກາດເກັບພາສີຕອບໂຕ້ສິນຄ້າ ສ.ອາເມລິກາ

24/08/2026 11:57
KPL ທ່ານມາກ ຄາຣ໌ນີ (Mark Carney) ນາຍົກ ລັດຖະມົນຕີ ການາດາ ປະກາດ ເກັບພາສີ ຕອບໂຕ້ ສິນຄ້າ ນຳເຂົ້າ ຈາກ ສ.ອາເມລິກາ ເລີ່ມແຕ່ ວັນທີ 8 ກັນຍານີ້ ເປັນຕົ້ນໄປ ຫລັງຈາກ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ເລີ່ມບັງຄັບໃຊ້ ມາດຕະການ ພາສີນຳເຂົ້າ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານມາກ ຄາຣ໌ນີ (Mark Carney) ນາຍົກ ລັດຖະມົນຕີ ການາດາ ປະກາດ ເກັບພາສີ ຕອບໂຕ້ ສິນຄ້າ ນຳເຂົ້າ ຈາກ ສ.ອາເມລິກາ ເລີ່ມແຕ່ ວັນທີ 8 ກັນຍານີ້ ເປັນຕົ້ນໄປ ຫລັງຈາກ ປະທານາທິບໍດີ ໂດນັນ ທຣຳ ຂອງ ສ.ອາເມລິກາ ໄດ້ເລີ່ມບັງຄັບໃຊ້ ມາດຕະການ ພາສີນຳເຂົ້າ ຈາກ ການາດາ ດ້ວຍ ອັດຕາ 50% ໃນຂະນະທີ່ ການເຈລະຈາ ການຄ້າ ລະຫວ່າງ ສອງປະເທດ ຍັງບໍ່ສາມາດ ບັນລຸ ຂໍ້ຕົກລົງກັນໄດ້. 

ໂດຍ ການາດາ ຈະຮຽກເກັບ ພາສີ ສິນຄ້າ ຈາກ ສ.ອາເມລິກາ ໃນອັດຕາ ທີ່ທຽບເທົ່າກັນ ເຊິ່ງກວມເອົາ ສິນຄ້າຫລາກຫລາຍ ລາຍການ ບໍ່ວ່າ ຈະເປັນ ເຫລັກກ້າ, ຜະລິດຕະພັນນົມ, ເຄື່ອງໃຊ້ ໄຟຟ້າ, ອຸປະກອນ ການກະເສດ ແລະ ເຈ້ຍ ລວມທັງ ສິນຄ້າ ເອເລັກໂຕຣນິກ ເພື່ອປົກປ້ອງ ແຮງງານ ຊາວກະສິກອນ ແລະ ພາກທຸລະກິດ ຂອງການາດາ. 

ການາດາ ບໍ່ສາມາດ ຍອມຮັບ ຂໍ້ສະເໜີ ຂອງ ສ.ອາເມລິກາໄດ້ ແລະ ຈະບໍ່ປະຕິບັດ ຕາມຂໍ້ຮຽກຮ້ອງ ຂອງລັດຖະບານ ສ.ອາເມລິກາ ຢ່າງເດັດຂາດ. ຖະແຫລງການດັ່ງກ່າວ ມີຂຶ້ນຫລັງ ຈາກການເຈລະຈາ ລະຫວ່າງ ການາດາ ແລະ ສ.ອາເມລິກາ ທີ່ໄດ້ດຳເນີນມາ ຢ່າງເຂັ້ມງວດ ຕະຫລອດ ຫລາຍວັນ ແຕ່ບໍ່ສາມາດ ບັນລຸ ຂໍ້ຕົກລົງ ດ້ານການຄ້າ ໄດ້ພາຍໃນ ວັນທີ21 ສິງຫາ ຜ່ານມາ, ຊຶ່ງສົ່ງຜົນໃຫ້ ຄວາມສໍາພັນ ລະຫວ່າງ ສອງປະເທດ ທີ່ເປັນ ທັງພັນທະມິດ ແລະ ຄູ່ການຄ້າລາຍສຳຄັນ ຕ້ອງຜະເຊີນກັບ ແຮງກົດດັນ ຫລາຍຂຶ້ນ ແລະ ສ້າງຄວາມ ບໍ່ແນ່ນອນ ຕໍ່ອະນາຄົດ ຂອງ ຂໍ້ຕົກລົງ ການຄ້າເສລີ ອາເມລິກາເໜືອ ຫລື USMCA.

ນອກຈາກນັ້ນ, ມາດຕະການ ພາສີ ຮອບໃໝ່ ຂອງ ທ່ານ ໂດນັນ ທຣຳ ກວມເອົາ ສິນຄ້າ ຈາກ ການາດາ ຫລາຍປະເພດ ເຊັ່ນ: ເຟີນິເຈີ, ຜະລິດ ຕະພັນນົມ, ຊີມັງ, ເຄື່ອງນຸ່ງຫົ່ມ, ອຸປະກອນຫາປາອື່ນໆ ໂດຍກວມເອົາມູນຄ່າການສົ່ງອອກ ຈາກ ການາດາ ໄປຍັງ ສ.ອາເມລິກາ ປະມານ 2 ໝື່ນລ້ານ ໂດລາ ສະຫະລັດ./

KPL

ຂ່າວອື່ນໆ


Top