ກຳປູເຈຍ ເລັ່ງຂະຫຍາຍເວລາຍົກເວັ້ນວີຊ່າ ໃຫ້ນັກທ່ອງທ່ຽວຈີນ

24/08/2026 11:57
KPL ກຳປູເຈຍ ພວມພິຈາລະນາ ການຂະຫຍາຍ ເວລາ ຂອງ ມາດຕະການ ຍົກເວັ້ນວີຊ່າ ໃຫ້ແກ່ ພົນລະເມືອງຈີນ ແລະ ຍົກເວັ້ນວີຊ່າ ໃຫ້ແກ່ ຕະຫລາດ ນັກທ່ອງທ່ຽວ ທີ່ມີສັກກາຍະພາບສູງແຫ່ງອື່ນໆ ເພີ່ມເຕີມ ເພື່ອຟື້ນຟູ ຂະແໜງ ອຸດສາຫະກຳ ການທ່ອງທ່ຽວ ທີ່ພວມ ພົບກັບຄວາມຫຍຸ້ງຍາກລຳບາກ.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກຳປູເຈຍ ພວມພິຈາລະນາ ການຂະຫຍາຍ ເວລາ ຂອງ ມາດຕະການ ຍົກເວັ້ນວີຊ່າ ໃຫ້ແກ່ ພົນລະເມືອງຈີນ ແລະ ຍົກເວັ້ນວີ ຊ່າ ໃຫ້ແກ່ ຕະຫລາດ ນັກທ່ອງທ່ຽວ ທີ່ມີສັກກາຍະພາບສູງແຫ່ງອື່ນໆ ເພີ່ມເຕີມ ເພື່ອຟື້ນຟູ ຂະແໜງ ອຸດສາຫະກຳ ການທ່ອງທ່ຽວ ທີ່ພວມ ພົບກັບຄວາມຫຍຸ້ງຍາກລຳບາກ.

ໂດຍຄະນະ ເຮັດວຽກ ດ້ານການທ່ອງທ່ຽວ ຂອງ ກຳປູເຈຍ ໄດ້ຮຽກຮ້ອງ ໃຫ້ຂະຫຍາຍເວລາ ຂອງ ມາດຕະການຍົກເວັ້ນວີຊ່າ ໃຫ້ແກ່ ນັກທ່ອງທ່ຽວຈີນ (ໃນໄລຍະທົດລອງ) ເຊິ່ງເດີມໄດ້ກໍານົດໄວ້ ໃນວັນທີ 15 ມິຖຸນາ - 15 ຕຸລາ 2026 ໃຫ້ຂະຫຍາຍ ອອກໄປ ຈົນຮອດທ້າຍປີນີ້.

ກະຊວງການທ່ອງທ່ຽວ ກຳປູເຈຍ ຈະຍື່ນຂໍ້ພິຈາລະນາ ດັ່ງກ່າວ ຕໍ່ ທ່ານ ຮຸນ ມາເນັດ ນາຍົກ ລັດຖະມົນຕີກຳປູເຈຍ ເພື່ອຂໍອະມຸມັດ ຂັ້ນສຸດທ້າຍ. ມາດຕະການດັ່ງກ່າວນີ້ ຈະເປັນຕົວ ຂັບເຄື່ອນ ສຳຄັນ ໃນການຂະຫຍາຍຕະຫລາດ ການທ່ອງທ່ຽວ ເພື່ອດຶງດູດ ນັກທ່ອງທ່ຽວ ຕ່າງປະເທດ ໃຫ້ເຂົ້າມາທ່ຽວ ກຳປູເຈຍ ເພີ່ມຂຶ້ນ ແລະ ສົ່ງເສີມການເຕີບໂຕ ຂອງ ຂະແໜງການບິນ.

ປັດຈຸບັນ, ຂະແໜງການທ່ອງທ່ຽວນີ້ ຖືເປັນ ໜຶ່ງໃນເສົາຫລັກ ສຳຄັນ ທີ່ຄ້ຳຈຸນ ເສດຖະກິດ ກຳປູເຈຍ ແຕ່ປະລິມານ ນັກທ່ອງທ່ຽວ ຕ່າງປະເທດ ທີ່ ເດີນທາງມາທ່ຽວ ກຳປູເຈຍ ໃນໄລຍະ ເດືອນມັງກອນ-ມິຖຸນາ 2026 ມີຈຳນວນລວມພຽງແຕ່ 1,75 ລ້ານເທື່ອຄົນ, ຫລຸດລົງ 47,9% ເມື່ອສົມທຽບກັບປີຕໍ່ປີ./

KPL

ຂ່າວອື່ນໆ


Top