76 ປີ ສື່ມວນຊົນລາວຫັນປ່ຽນຕາມຍຸກສະໄໝເປັນກະບອກສຽງອັນແຫລມຄົມໃຫ້ພັກ-ລັດ

17/08/2026 14:55
Email Print 1842
KPL ຕະຫລອດໄລຍະ 76 ປີ ຜ່ານມາ, ສື່ມວນຊົນລາວ ມີບົດບາດ ສຳຄັນໃນການເປັນກະບອກສຽງ ອັນແຫລມຄົມໃຫ້ພັກ ແລະ ລັດຖະ ບານໃນການໂຄສະນາເຜີຍແຜ່ແນວ ທາງ, ນະໂຍບາຍ ແລະ ຜົນງານ ການພັດທະນາຂອງປະເທດ, ພ້ອມ ທັງນຳສະເໜີຂ່າວສານຕ່າງໆທີ່ ເກີດຂຶ້ນໃນສັງຄົມ ໃຫ້ປະຊາຊົນຮັບ ຮູ້ຢ່າງທົ່ວເຖິງ ໂດຍມຸ່ງໝັ້ນນຳສະ ເໜີຂ່າວສານທີ່ມີຄວາມຖືກຕ້ອງ, ໜ້າເຊື່ອຖື ແລະ ເຂົ້າເຖິງປະຊາຊົນ ຢ່າງວ່ອງໄວ.

ທ່ານ ກົງໃຈ ຊຸມພົນພັກດີ ຜູ້ ອຳນວຍການລັດວິສາຫະກິດໂຮງ ພິມແຫ່ງລັດ ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໃນ ອາທິດຜ່ານມາ ເນື່ອງໃນໂອກາດ ວັນສື່ມວນຊົນ ແລະ ການພິມ ຈຳໜ່າຍ ຄົບຮອບ 76 ປີ ໂດຍ ທ່ານໄດ້ຍົກໃຫ້ເຫັນບົດບາດຄວາມ ສໍາຄັນຂອງສື່ມວນຊົນລາວ ໃນການ ເປັນກະບອກສຽງອັນແຫລມຄົມໃຫ້ ພັກ, ລັດ ໃນການໂຄສະນາເຜີຍແຜ່ ແນວທາງ, ນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດໃຫ້ສັງຄົມໄດ້ຮັບຮູ້ຢ່າງ ທົ່ວເຖິງ. ທ່ານ ກົງໃຈ ຊຸມພົນພັກດີ ຍັງ ໃຫ້ຮູ້ອີກວ່າ: ການຫັນປ່ຽນຈາກສື່ ແບບດັ້ງເດີມໄປສູ່ສື່ດີຈິຕອນບໍ່ພຽງ ແຕ່ເປັນການນຳເຕັກໂນໂລຊີໃໝ່ໆ ມາໃຊ້ແຕ່ເປັນການປັບປ່ຽນວິທີຄິດ,ວິທີເຮັດວຽກ ແລະ ຮູບແບບການນຳ ສະເໜີຂ່າວສານ, ນັກຂ່າວ ແລະ ບຸກ ຄະລາກອນສື່ຕ້ອງພັດທະນາທັກສະ ຮອບດ້ານທັງການຂຽນຂ່າວ, ຖ່າຍ ພາບ, ຜະລິດວິດີໂອ, ນຳສະເໜີຂ່າວ ຜ່ານສື່ອອນລາຍລວມເຖິງການ ນຳໃຊ້ປັນຍາປະດິດ (AI) ຢ່າງ ເໝາະສົມ. ສື່ມວນຊົນລາວໃນຍຸກ ໃໝ່ ຈຶ່ງຈຳເປັນຕ້ອງສືບຕໍ່ຮັກສາ ບົດບາດເປັນ “ກະບອກສຽງອັນ ແຫລມຄົມ” ຂອງພັກ, ລັດ ແລະ ສັງຄົມ, ພ້ອມກັບການຫັນປ່ຽນ ຮູບແບບ ແລະ ວິທີການເຮັດຂ່າວ ໃຫ້ທັນສະໄໝ. ທັງນີ້, ກໍເພື່ອສ້າງ ສື່ທີ່ທັນສະໄໝ, ມີຄຸນນະພາບ, ໜ້າ ເຊື່ອຖື ແລະ ສາມາດຕອບສະໜອງ ຕໍ່ຄວາມຕ້ອງການຂ່າວສານຂອງ ປະຊາຊົນໃນຍຸກດີຈິຕອນໄດ້ຢ່າງມີ ປະສິດທິຜົນ. ພ້ອມນີ້, ທ່ານ ກົງໃຈ ຊຸມພົນພັກດີ ຍັງໄດ້ຍົກໃຫ້ເຫັນຜົນສຳເລັດການ ເຄື່ອນໄຫວວຽກງານຂອງລັດວິສາ ຫະກິດໂຮງພິມແຫ່ງລັດ ໃນໄລຍະ 6 ເດືອນຕົ້ນປີ 2026 ຊຶ່ງຄະນະພັກ, ຄະນະອໍານວຍການ, ພະນັກງານ ນໍາພາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໜ້າທີ່ນຳພາດ້ານການເມືອງ-ແນວ ຄິດ ກໍຄື ວຽກງານວິຊາສະເພາະ, ພະນັກງານ, ກຳມະກອນແຕ່ລະພະ ແນກ, ຂະແໜງການໄດ້ເອົາໃຈ ໃສ່ປະຕິບັດໜ້າທີ່ຕາມການຈັດຕັ້ງ ມອບໝາຍດ້ວຍຄວາມຮັບຜິດຊອບ ສູງ, ສາມາດຜະລິດ ແລະ ບໍລິການ ສິ່ງພິມຕ່າງໆໄດ້ຕາມຄວາມຕ້ອງ ການຂອງລູກຄ້າທີ່ມາໃຊ້ບໍລິການ. ໃນນັ້ນ, ສາມາດປະຕິບັດແຜນການ ຜະລິດໃນ 6 ເດືອນຕົ້ນປີ 2026 ໄດ້ ລື່ນແຜນການ, ພ້ອມທັງມອບພັນທະ ໃຫ້ລັດຖະບານຫລາຍກວ່າ 2 ຕື້ກີບ ແລະ ສ້າງລາຍຮັບລື່ນແຜນການ ຫລາຍກວ່າ 130% ຖືເປັນຜົນງານ ສໍາຄັນໃນໂອກາດ ຄົບຮອບ 76 ປີ ວັນສ້າງຕັ້ງລັດວິສາຫະກິດໂຮງພິມ ແຫ່ງລັດ ແລະ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ. ຂ່າວ-ພາບ: ທະນູທອງ


KPL

ຂ່າວອື່ນໆ

    • ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດວັດທະນະທຳ-ສັງຄົມ

      ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດ

      8/25/2026 1:50:44 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມເມືອງທ່າແຕງ ແຂວງເຊກອງ ໄດ້ຮັບອຸປະກອນສັດຕະວະແພດ ຈາກພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ເຊກອງ ຕາງໜ້າ ມອບໂດຍ ທ່ານ ໄພສະໝອນ ໄອ່ ແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງເຊກອງ ແລະ ຕາງໜ້າຮັບຂອງທ່ານ ສີຫາ ບຸດດາວົງ ວ່າການຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມເມືອງທ່າແຕງ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ປະຊາຊົນ ທີ່ປະສົບໄພນ້ຳຖ້ວມຢູ່ເມືອງນານ ຍັງຕ້ອງການເຄື່ອງອຸປະໂພກ-ບໍລິໂພກຈຳນວນຫລາຍວັດທະນະທຳ-ສັງຄົມ

      ປະຊາຊົນ ທີ່ປະສົບໄພນ້ຳຖ້ວມຢູ່ເມືອງນານ ຍັງຕ້ອງການເຄື່ອງອຸປະໂພກ-ບໍລິໂພກຈຳນວນຫລາຍ

      8/25/2026 1:43:15 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ປັດຈຸບັນ ປະຊາຊົນທີ່ຖືກຜົນກະທົບ ໄພພິບັດ ນ້ຳຖ້ວມ ຢູ່ເມືອງນານ ແຂວງ ຫລວງພະບາງ ຍັງມີຄວາມຕ້ອງ ການຄວາມຊ່ວຍເຫລືອຮີບດ່ວນ ໂດຍສະເພາະ ເຂົ້າສານ, ອາຫານ ແຫ້ງ, ນ້ຳດື່ມ, ເຄື່ອງຄົວເຮືອນ, ເຄ່ືອງນອນ ລວມເຖິງສັງກະສີ ແລະ ເຫລັກຕະປູ ເພື່ອຊ່ວຍສ້ອມແປງ ເຮືອນທີ່ຖືກດິນເຈື່ອນທັບຖົມ

    • ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດວັດທະນະທຳ-ສັງຄົມ

      ໄຟຟ້າລາວ ສືບຕໍ່ຄົ້ນຄ້ວາແຜນປັບປຸງລະບົບຈຳໜ່າຍເພື່ອຫລຸດຜ່ອນບັນຫາໄຟຕົກ-ໄຟມອດ

      8/23/2026 3:36:28 PM

      ສະພາບໍລິຫານລັດວິສາຫະກິດໄຟ ຟ້າລາວ ໄດ້ລາຍງານກ່ຽວກັບທິດ ທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2026 ໃນວັນທີ 11 ສິງຫາ ຜ່ານມາ.

    • ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດວັດທະນະທຳ-ສັງຄົມ

      ກະຊວງການຕ່າງປະເທດ ຝຶກອົບຮົມຍົກລະດັບຄູພາສາອັງກິດ

      8/23/2026 3:36:25 PM

      ເມື່ອບໍ່ດົນມານີ້, ກະຊວງ ການຕ່າງປະເທດ ຈັດຝຶກອົບຮົມ ໃນຫົວຂໍ້ “ຝຶກອົບຮົມຄູສອນພາສາ ອັງກິດ ສຳລັບພະນັກງານກະຊວງ ການຕ່າງປະເທດ ແລະ ພາກສ່ວນ ກ່ຽວຂ້ອງຮັບຜິດຊອບການສອນ ພາສາອັງກິດ ຈຳນວນ 20 ທ່ານ ພາຍໃຕ້ຂອບການຮ່ວມມືດ້ານວິຊາ ການ ລາວ-ໄທ ໂດຍການສະໜັບ ສະໜູນຂອງກົມຮ່ວມມືລະຫວ່າງ ປະເທດ ກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ແລະ ຈັດຕັ້ງປະຕິບັດໂດຍສະຖາບັນ ການຕ່າງປະເທດ ເທວະວົງວະໂຣ ປະການ (DVIFA) ແລະ ສະຖາ ບັນການຕ່າງປະເທດ, ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ.

    • ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີວັດທະນະທຳ-ສັງຄົມ

      ກະຊວງປ້ອງກັນປະເທດ ຫວນຄືນວັນລະຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ

      8/23/2026 3:30:22 PM

      ກະຊວງປ້ອງກັນປະເທດ ຈັດປາຖະກະຖາຫວນຄືນວັນລັດຖະທໍາມະນູນ ແຫ່ງ ສປປ ລາວ ຄົບຮອບ 35 ປີ (15/8/1991- 15/8/2026) ໃນວັນທີ 19 ສິງຫາ 2026 ໂດຍການເຜີຍແຜ່ຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ຮອງປະ ທານສະພາແຫ່ງຊາດ, ມີສະຫາຍ ພົນໂທ ວົງສອນ ອິນປານພິມ ເລຂາ ທິການສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.ຫົວໜ້າກົມໃຫຍ່ການເມືອງກອງ ທັບ, ມີຄະນະນຳກະຊວງ ແລະ ກົມ ກອງອ້ອມຂ້າງ ພ້ອມດ້ວຍພະນັກ ງານຫລັກແຫລ່ງເຂົ້າຮ່ວມ.


Top