ບາງທັດສະນະຂອງສື່ມວນຊົນຕໍ່ສື່ມວນຊົນລາວທີ່ເປັນກະບອກສຽງອັນສຳຄັນຂອງພັກ-ລັດ ແລະ ປະຊາຊົນ

07/08/2026 06:21
Email Print 158
KPL ສື່ມວນຊົນລາວ ມີບົດບາດ ສຳຄັນໃນການເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນເຮັດ ໜ້າທີ່ໂຄສະນາ, ເຜີຍແຜ່ ແລະ ສົ່ງຕໍ່ຂໍ້ມູນຂ່າວສານຕ່າງໆທີ່ຖືກຕ້ອງ, ວ່ອງໄວ ແລະ ເປັນປະໂຫຍດອອກ ສູ່ສັງຄົມ. ພ້ອມກັນນັ້ນ, ຍັງເປັນສື່ ກາງໃນການສະທ້ອນສຽງ, ຄວາມ ຄິດເຫັນ ແລະ ຄວາມປາຖະໜາ ຂອງປະຊາຊົນໄປສູ່ພາກສ່ວນທີ່ ກ່ຽວຂ້ອງ ເພື່ອນຳໄປສູ່ການປັບປຸງ ແກ້ໄຂໃຫ້ເປັນຮູບປະທຳ.

ທ່ານ ນາງ ສຸດາພອນ ຄຳພູວົງ ເຈົ້າຂອງຮ້ານຕັດຫຍິບ ບ້ານໜອງ ດ້ວງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ສຳ ພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 5 ສິງຫາ 2026 ໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ທີ່ຈະມາເຖິງໃນມໍ່ໆມານີ້ ວ່າ: ສື່ມວນຊົນລາວ ມີຄວາມສຳຄັນ ຢ່າງຍິ່ງໃນການນຳສະເໜີ ແລະ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໃຫ້ ປະຊາຊົນໄດ້ຮັບຮູ້ຢ່າງທັນການ, ຜ່ານສື່ຕ່າງໆທັງສື່ເອເລັກໂຕຣນິກ ແລະ ສື່ສິ່ງພິມ, ສື່ອອນລາຍປະຊາ ຊົນສາມາດເຂົ້າໃຈບັນດານະໂຍ ບາຍ, ກົດໝາຍ, ແຜນງານ ແລະ ຜົນສຳເລັດຕ່າງໆຂອງພັກ ແລະ ລັດ ໄດ້ດີຂຶ້ນ, ພ້ອມທັງເຮັດໃຫ້ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈເຫດການ ຕ່າງໆທີ່ເກີດຂຶ້ນໃນສັງຄົມຢ່າງ ວ່ອງໄວ. ນອກຈາກນັ້ນ, ສື່ມວນຊົນ ຍັງຊ່ວຍສ້າງຄວາມຮູ້, ຍົກສູງຈິດ ສຳນຶກ ແລະ ສົ່ງເສີມໃຫ້ປະຊາຊົນ ມີສ່ວນຮ່ວມໃນການພັດທະນາປະ ເທດຊາດ ຕື່ມອີກ. ພ້ອມກັນນີ້, ທ່ານ ນາງ ດາລາວັນ ນວນທະລາສີ ປະຊາຊົນບ້ານໜອງ ທາເໜືອ ເມືອງຈັນທະບູລີ ນະຄອນ ຫລວງວຽງຈັນ ກໍໄດ້ໃຫ້ສຳພາດ ວ່າ: ສື່ມວນຊົນລາວມີບົດບາດສຳ ຄັນໃນການນຳສະເໜີຂ່າວສານທີ່ ຖືກຕ້ອງ, ໜ້າເຊື່ອຖື ແລະ ມີແຫລ່ງ ອ້າງອີງທີ່ຊັດເຈນ. ຜ່ານການຕິດ ຕາມຂ່າວສານຕ່າງໆເຫັນໄດ້ວ່າສື່ ມວນຊົນລາວທັງເພດຍິງ ແລະ ຊາຍ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ທັງປະລິມານ ແລະ ຄຸນນະພາບໄດ້ ນຳໃຊ້ເຕັກນິກ-ເຄື່ອງມືທີ່ທັນສະໄໝ ເຂົ້າໃນວຽກງານວິຊາສະເພາະ, ເປັນຜູ້ສ່ອງແສງທຸກການເຄື່ອນໄຫວ ຂອງສັງຄົມ, ທັງເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງຖືກຕ້ອງ, ວ່ອງໄວ ແລະ ທັນການໃຫ້ປະຊາຊົນໄດ້ຮັບຮູ້ ຢ່າງທົ່ວເຖິງ. ບັນດາທັດສະນະດັ່ງກ່າວ, ສະ ທ້ອນໃຫ້ເຫັນວ່າສື່ມວນຊົນລາວ ບໍ່ພຽງແຕ່ເຮັດໜ້າທີ່ນໍາສະເໜີ ຂ່າວສານເທົ່ານັ້ນ, ແຕ່ຍັງເປັນຂົວ ຕໍ່ລະຫວ່າງພັກ, ລັດ ແລະ ປະຊາຊົນ ພ້ອມທັງມີສ່ວນສຳຄັນໃນການ ສ້າງຄວາມເຂົ້າໃຈ, ຮັກສາຄວາມ ສາມັກຄີ ແລະ ສົ່ງເສີມພະລັງແຮງຂອງສັງຄົມ ເພື່ອຮ່ວມກັນພັດທະນາ ປະເທດຊາດໃຫ້ຈະເລີນກ້າວໜ້າ. ຢ່າງໃດກໍຕາມສື່ມວນຊົນລາວໃນ ຍຸກປັດຈຸບັນ ກໍຄື ຍຸກແຫ່ງການເຕີບ ໃຫຍ່ຂະຫຍາຍຕົວທາງດ້ານດີຈິ ຕອນຕ້ອງໄດ້ປັບປຸງ ແລະ ພັດທະ ນາຕົນເອງໃຫ້ມີຄວາມຮູ້, ຄວາມ ສາມາດທັນຕາມ, ຍຸກຕາມສະໄໝ, ໃຫ້ສາມາດວິເຄາະ, ວິໄຈ, ວິຈານ ບັນຫາຕ່າງໆທີ່ເກີດຂຶ້ນໃຫ້ສັງຄົມ ໄດ້ຮັບຮູ້, ເຂົ້າໃຈຢ່າງທົ່ວເຖິງ ແລະ ທັນການ. ຂ່າວ: ທະນູທອງ

KPL

ຂ່າວອື່ນໆ


Top